ສໍາມະນາ ວຽກງານການສ້າງເຄືອຂ່າຍຕິດຕາມລາຄາສິນຄ້າ ແລະ ວຽກງານຕ່າງໆ ຂອງການຄ້າພາຍໃນ ທີ່ ແຂວງສາລະວັນ ໃນລະຫວ່າງ ວັນທີ 26-27 ມີນາ 2015
By admin On 30 Mar, 2015 At 10:48 AM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

ກອງປະຊຸມສໍາມະນາວຽກງານການສ້າງເຄືອຂ່າຍຕິດຕາມລາຄາສິນຄ້າ ແລະ ວຽກອື່ນໆຂອງການຄ້າພາຍໃນ ເຊັ່ນ: ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານກວດກາການຄ້າ. ກອງປະຊຸມ ສໍາມະນາດັ່ງກ່າວ ໄດ້ຈັດຂຶ້ນໃນລະວ່າງ ວັນທີ 26-27 ມີນາ 2015 ຢູ່ເມືອງ ເລົ່າງາມ, ແຂວງ ສາລະວັນ; ໂດຍໃຫ້ກຽດ ເປັນປະທານຮ່ວມເປີດກອງປະຊຸມຂອງທ່ານ ພອນພະພົມ ສີອ່ອນແກ້ວ, ຮອງເຈົ້າເມືອງ ເມືອງເລົ່າງາມ; ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ບຸນຊູ ລັດສະໝີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ; ມີບັນດານັກວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມທັງໝົດປະມານ 49 ທ່ານ ທີ່ມາຈາກແຕ່ລະພາກສ່ວນ ຄື: ກົມການຄ້າພາຍໃນ, ຂະແໜງການຄ້າພາຍໃນ ຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ 02 ແຂວງ ຄື ແຂວງ ສາລະວັນ ແລະ ແຂວງ ບໍລິຄຳໄຊ, ບັນດາວິຊາການ ການຄ້າພາຍໃນ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ຈາກບັນດາຫ້ອງການ ອຄ ເມືອງອ້ອມຂ້າງ ທັງ 02 ແຂວງ.

ໃນກອງປະຊຸມຄັ້ນນີ້, ທ່ານ ຮອງເຈົ້າເມືອງ ເມືອງເລົ່າງາມ ໄດ້ກ່າວຂໍ່ານັບຮັບຕ້ອນ ກອງປະຊຸມ ແລະ ຄະນະທີມງານ ຈາກກົມການຄ້າພາຍໃນ, ລວມທັງນັກສໍາມະນາກອນທັງສອງແຂວງ ຢ່າງອົບອຸ່ນ; ໃນບັນຍາກາດອັນສະຫງ່າລາສີ  ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກຄົບຮອບ 60ປີ ແລະ ວັນສະຖາປະ ນາ ສປປ ລາວ ຄົບຮອບ 40ປີ ນີ້, ທ່ານຮອງເຈົ້າເມືອງ ກໍ່ໄດ້ຍົກຄວາມໝາຍສໍາຄັນ ຂອງສອງວັນປະ ຫວັດສາດດັ່ງກ່າວໂດຍຫຍໍ້ ໃຫ້ທີ່ປະຊຸມໄດ້ຮັບຊາບ ແລະ ເຊື່ອມຊຶມ ໃນສອງວັນປະຫວັດສາດ ທີ່ມີຄວາມໝາຍສຳຄັນຂອງວັນດັ່ງກ່າວ ແລະ ທ່ານຍັງໄດ້ໃຫ້ຄວາມສໍາຄັນສູງ ກ່ຽວກັບວຽກງານການຄ້າພາຍໃນ ເພາະເປັນວຽກທີ່ຕິດພັັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ.

ຈາກນັ້ນ, ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ, ໄດ້ໃຫ້ທິດຊີ້ນໍາ ແລະ ມີຄໍາເຫັນຕໍ່ກອງປະຊຸມ ກໍຄືຕໍ່ບັນດາວຽກງານຕ່າງໆຂອງການຄ້າພາຍໃນ, ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງການຄ້າພາຍໃນ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບລະບຽບຫຼັກການທີ່ວາງອອກ, ໂດຍສະເພາະ ແມ່ນການເກັບກໍາຂໍ້ມູນລາຄາສິນຄ້າ ຕາມສະຖິຕິຕ່າງໆ ຂອງກົມການຄ້າພາຍໃນ, ການປະຕິບັດກົດໝາຍປົກປ້ອງຜູ້ຊົມໃຊ້, ດໍາລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ດໍາລັດວ່າດ້ວຍການກວດການຄ້າ ແລະ ນິຕິກໍາອື່ນໆຂອງກົມການຄ້າພາຍໃນ; ຊຶ່ງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ລົງ ໂຄສະນາ ເຜີຍແຜ່, ແນະນໍາ, ອະ ທິບາຍ ແລະ ພ້ອມກັນຈັດຕັ້ງປະຕິບັດ ນັບແຕ່ຂັ້ນສູນກາງ ລົງເຖິງທ້ອງຖິ່ນ, ເພື່ອເຮັດໃຫ້ຖັນແຖວພະນັກ ງານ ໂດຍສະເພາະແມ່ນພະນັກງານຂະແໜງການຄ້າພາຍໃນ ທັງສອງແຂວງດັ່ງກ່າວ, ໃຫ້ມີຄວາມເຂົ້າໃຈໄດ້ຢ່າງເລິກເຊິ່ງກ່ຽວກັບບັນດາລະບຽບການ  ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບປະສິດທິຜົນດີໃນຕໍ່ໜ້າ.

ໃນບັນຍາກາດຂອງກອງປະຊຸມສໍາມະນາຄັ້ງນີ້, ເຫັນໄດ້ວ່າ ນັກສໍາມະນາກອນໄດ້ໃຫ້ຄວາມສົນໃຈແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ບົດຮຽນທີ່ນຳມາສະເໜີໃນກອງປະຊຸມ, ສະແດງອອກ ໄດ້ມີການແລກປ່ຽນ ເຈາະຈີ້ມ ສອບຖາມ ແຕ່ລະຫົວຂໍ້ ທີ່ນັກວິທະຍາກອນໄດ້ບັນຍາຍໄປ, ໂດຍສະເພາະແມ່ນວຽກງານສ້າງເຄືອຂ່າຍຕິດຕາມລາຄາສິນຄ້າ ເພາະວ່າເປັນວຽກງານນຶ່ງທີ່ມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ຂອງວຽກງານການຄ້າພາຍໃນ, ເຮັດແນວໃວໃດ ເພື່ອໃຫ້ການເກັບກໍາ ແລະ ປ້ອນຂໍ້ມູນລາຄາສິນຄ້າ ໃນຂອບເຂດທົ່ວປະເທດ ກໍ່ຄືທົ່ວແຂວງມີຄວາມເປັນເອກະພາບ, ຊັດເຈນ, ວ່ອງໄວ ແລະ ທັນກໍານົດເວລາ, ຮັບປະ ກັນການຜະລິດ ແລະ ການສະໜອງຂໍ້ມູນລາຄາສິນຄ້າ ທີ່ເປັນຕົວຊີ້ວັດໜຶ່ງທີ່ສໍາຄັນ ຕໍ່ກັບລະບົບເສດຖະ ກິດ ເພື່ອສະໜອງຂໍ້ມູນດັ່ງກ່າວໃຫ້ກັບຂະແໜງສະຖິຕິ ແລະ ຜູ້ຊົມໃຊ້ຂໍ້ມູນ, ສ້າງຄວາມເຊື່ອໝັ້ນຕໍ່ຂໍ້ມູນ, ໂດຍການເປີດໃຫ້ຜູ້ຊົມໃຊ້ຂໍ້ມູນເຫັນໄດ້ຂະບວນການ ແລະ ຂັ້ນຕອນການຜະລິດຂໍ້ມູນ; ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຮັດແນວໃດເຮັດໃຫ້ລາຄາສິນຄ້າມີສະຖຽນລະພາບ ໂດຍສະເພາະການ ນໍາໃຊ້ມາດຕະການກໍານົດໂຄງປະກອບລາຄາ ໃນການຄຸ້ມຄອງລາຄາສິນຄ້າໃນບັນຊີ ກ (ບັນຊີລາຍການສິນຄ້າຄຸບຄຸມ, ຊຶ່ງລວມມີ 14 ລາຍການ) ເຮັດໃຫ້ລາຄາສິນຄ້າ 14 ລາຍການສິນຄ້ານັ້ນບໍ່ໃຫ້ເໜັງຕີງຂຶ້ນຫຼາຍ ຊຶ່ງຈະເປັນສາເຫດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; ວຽກງານປົກປ້ອງຜູ້ຊົມໃຊ້ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປົກປ້ອງ ທີ່ຕິດພັນກັບການເຊື່ອມໂຍງກັບອາຊຽນທີ່ ສ ປປ ລາວເຂົ້າຮ່ວມ ແລະ ມີພັນທະ ກັບສາກົນ ໂດຍສະເພາະແມ່ນບັນດາປະເທດທີ່ເປັນພາຄີ ແລະ ໄດ້ເຜີຍ ແຜ່ບັນດາສິດຂອງຜູ້ຊົມໃຊ້ ໃຫ້ບັນດານັກສໍາມະນາກອນໄດ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນ ແລະ ການປົກ້ອງສິດຂອງຕົນ ໃນກໍລະນີເປັນຜູ້ຊົມໃຊ້ ແລະ ວຽກງານກວດກາການຄ້າ ເພື່ອໃຫ້ມີຄວາມເປັນເອກກະພາບໃນການຈັດຕັ້ງປະຕິບັດ, ຖືກຕ້ອງຕາມລະບຽບການ ແລະ ມີຄວາມໂປ່ງໃສ; ເພາະວຽກງານດັ່ງກ່າວເປັນວຽກງານທີ່ລໍ່ແຫຼມ ແລະ ເປັນວຽກ ທີ່ພົວພັນໃນບັນດາວຽກງານຕ່າງໆ ຂອງກົມການຄ້າພາຍໃນ ແລະ ຜັກດັນໃຫ້ຂັບເຄື່ອນວຽກງານຕ່າງໆໄປໄດ້ຢ່າງມີປະສິດທິຜົນ ເຊັ່ນ: ການຕິດລາຄາສິນຄ້າ, ການຄ້າສິນຄ້ານອກລະບົບ, ການເຄື່ອນໄຫວທຸລະກິດທີ່ບໍ່ຖືກຕ້ອງ, ການຕິດສະຫຼາກ ຫຼື ເຄື່ອງໝາຍການຄ້າ ແລະ ອື່ນໆ; ນອກນັ້ນ ຍັງເປັນວຽກທີ່ຕ້ອງໄດ້ສົມທົບກັບຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອປຶກ ສາຫາລື ແລະ ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງຕິດຕາມການຄ້າສິນຄ້າທີ່ບໍ່ຖືກຕ້ອງ ເປັນຕົ້ນແມ່ນ: ການວັດແທກ-ສັ່ງຜອງ, ການກວດກາສິນຄ້າປອມ ແລະ ໝົດອາຍຸ, ການຕິດລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ແລະ ອື່ນໆ.

ຜ່ານວາລະກອງປະຊຸມ ສຳມະນາດັ່ງກ່າວ, ຄະນະປະທານກອງປະຊຸມ, ຊຶ່ງແມ່ນທ່ານ ນາງ ຖະໜອມ ແກ້ໄຊຍະຈັກ, ໄດ້ສະຫຼຸບ ຕີລາຄາ ຜົນຂອງກອງປະຊຸມ  ດັ່ງນີ້:

-  ຈາກການປະຊຸມ ສຳມະນາ, ເຫັນໄດ້ວ່ານັກວິທະຍາກອນ ແລະ ນັກສໍາມະນາກອນໄດ້ມີຄວາມຕັ້ງເອົາໃຈໃສ່ ແລະ ຕັ້ງໃຈຮັບຟັງ ບັນດາບົດຮຽນ ທີ່ນຳມາສະເໜີ ແລະ ອະທິບາຍ ໃນກອງປະຊຸມ ແລະ ໄດ້ຕັ້ງຄໍາຖາມ ເພື່ອແລກປ່ຽນ ຖອດຖອນບົດຮຽນກັນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ຟົດຟື້ນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງ ແຂວງຕໍ່ແຂວງ ດ້ວຍກັນ ໄດ້ດີພໍສົມຄວນ.

 

ນອກນີ້ ຄະນະປະທານ ກໍໄດ້ແນະນຳ ແລະ ສະເໜີທາງອອກ ເພື່ອປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງໃຫ້ດີຂຶ້ນ, ໂດຍສະເພາະ ແມ່ນຂອດການປະສານງານກັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານການຄ້າພາຍໃນ ໃຫ້ມີວິທີການແກ້ໄຂໄປໃນທິດທາງດຽວ ດ້ວຍຄວາມເປັນເອກະພາບ ເຫຼົ່ານີ້ເປັນຕົ້ນ.

ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ, ຄະນະປະທານກອງປະຊຸມ, ຍັງໄດ້ກ່າວຂອບໃຈມາຍັງທ່ານ ຮອງເຈົ້າເມືອງ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານການຄ້າພາຍໃນ ແລະ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ກັບຄະນະຈັດຕັ້ງກອງປະຊຸມທີ່ໄປຈາກສູນກາງ ກໍຄືກົມການຄ້າພາຍໃນ ແລະ ຂອບໃຈມາຍັງ ນັກສຳມະນາກອນທັງໝົດ ຈາກ 02 ແຂວງ ທີ່ເຂົ້າຮ່ວມຢ່າງພ້ອມພຽງ, ໂດຍສະເພາະແມ່ນຫ້ອງການ ອຄ ເມືອງເລົ່າງາມ ທີ່ໄດ້ກະກຽມສະຖານທີ່ກອງປະຊຸມ ແລະ ເຮັດໃຫ້ກອງປະຊຸມສຳມະນາໃນຄັ້ງນີ້ໄດ້ດໍາເນີນໄປຢ່າງມີຜົນດີ ແລະ ຈົບລົງດ້ວຍຄວາມຈົບງາມ; ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ໃນເວລາ 12:00 ຂອງວັນທີ 27/03/2015.

About -