ກອງປະຊຸມ ຖອດຖອນບົດຮຽນການຄຸ້ມຄອງການຜະລິດ ແລະ ຈຳໜ່າຍຊີມັງພາຍໃນປະເທດ ແລະ ວາງແຜນນະໂຍບາຍກຽມຕົວເຊື່ອມໂຍງ AEC
By sonsathit rasavong On 20 Mar, 2015 At 10:12 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 19 ມີນາ 2015 ທີ່​ຜ່ານ​ມາ, ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​​ແລະ ການ​ຄ້າ ​ໄດ້​ເປີດ​ກອງ​ປະຊຸມ ຖອດ​ຖອນ​ບົດຮຽນ​ການ​ຄຸ້ມ​ຄອງ​ການ​ຜະລິດ ​ແລະ ຈຳ​ໜ່າຍ​ຊີມັງ​ພາຍ​ໃນ​ປະ​ເທດ ​ແລະ ວາງ​ແຜນ​ນະ​ໂຍບາຍ​ກຽມ​ຕົວ​ເຊື່ອມ​ໂຍງ AEC ຂຶ້ນ​ທີ່​ຫ້ອງ​ປະຊຸມ​ສ່ອງ​ແສງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ພາຍ​ໃຕ້​ການ​ເປ​ັນປະ​ທານ​ໂດຍ ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເປັນ​ການ​ພົບ​ປະກັນ​ລະຫວ່າງ​ພາກ​ລັດ ກໍ່​ຄື ກະຊວງ​ທີ່​ກ່ຽວຂ້ອງ ​ແລະ ພາກ​ເອກະ​ຊົນ ຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ຢູ່ ສປປ ລາວ ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ສະດວກ-​ຂໍ້​ຫຍຸ້ງຍາກ​ທີ່​ຜ່ານ​ມາ ​ແລະ ​ແຜນການ​ຂອງ​ບັນດາ​ບໍລິສັດ​ຜູ້​ຜະລິດ​ຊີມັງ ທັງ​ເປັນ​ການ​ປະກອບ​ຄຳ​ຄິດ​ເຫັນ, ຖອດຖອນ​ບົດຮຽນ​ຂອງ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ພາກ​ລັດ​ໃນ​ການ​ຄຸ້ມ​ຄອງ​ອຸດສາຫະກຳ​ຊີມັງ ​ແນ​ໃສ່​ສ້າງ ​ແລະ ປັງ​ປຸງ​ບັນດານະ​ໂຍບາຍ, ​ນິຕິ​ກຳ ​ໃນ​ການ​ຄຸ້ມ​ຄອງ ​ແລະ ສົ່ງ​ເສີມ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ອຸດສາຫະກຳ​ຊີມັງ ສາມາດ​ຂະຫຍາຍຕົວ ທັງ​ເຊື່ອ​ມ​ໂຍງ​ກັບ AEC ​ແລະ ສາກົນ​ໄດ້ ​ແລະ ຍັງ​ເປັນ​ການ​ປະກອບ​ສ່ວນ​ໃນ​ການ​ສ້າ​ງສາ​ພັດທະນາ​ປະ​ເທດ​​ເຮົາ​ໃຫ້​ຄຽງ​ຄູ່​ກັບປະ​ເທດ​ໃນ​ຂົງ​ເຂດ​ເພື່ອນ​ບ້ານ.

ທີ່ກອງ​​ປະຊຸມ ບັນດາ​ພາກ​ເອກະ​ຊົນ ກໍ່​ຄື​ບັນດາຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ຢູ່ ສປປ ລາວ ​ໄດ້​ຮ່ວມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ໃຫ້​ເຂົ້າ​ໃຈ​ເຖິງ​ບັນຫາ ​ແລະ ສະພາບ​ການ​ໃນ​ປັດຈຸບັນ​ທີ່​ບັນດາຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ຢູ່ ສປປ ລາວ ກຳລັງ​ປະ​ເຊີນ​ໜ້າ​ຢູ່ ​ເຊັ່ນ: ປະລິມານ​ບໍ່​ຖານ​ຫີນ​ພາຍ​ໃນ​ປະ​ເທດ​ບໍ່​ພຽງພໍ ​ເຮັດ​ໃຫ້​​ຫຼາຍ​ບໍລິສັດ​​ຈຳ​ເປັນ​ຕ້ອງ​ໄດ້​ນຳ​ເຂົ້າ​ຈາກ​ປະ​ເທດ​ເພື່ອ​ນບ້ານ, ບັນ​ຫາໂລ​ໂກ້​ຂອງ​ຜະລິດ​ຕະພັນ​ມີການ​ຊ້ຳ​ກັນ ​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ຜູ້​ຊົມ​ໃຊ້​ເກີດ​ຄວາມ​ສັບສົນ, ການ​ອະນຸຍາດໂກ​ຕ້າ​ນຳ​ເຂົ້າ​ຊີມັງຈາກ​ປະ​ເທດ​ເພື່ອ​ນບ້ານ ​ເຮັດ​ໃຫ້ຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ມີ​ຄວາມກັງວົນ​ເລື່ອງ​ກຳນົດລາຄາ, ການ​ສະໜອງ​​ໄຟຟ້າ​ຂອງ​ບໍລິສັດ​ໄຟຟ້າ​ລາວ ຍັງ​ຕອບ​ສະໜອງ​ບໍ່​ທັນພຽງພໍ​ກັບ​ຄວາມ​ຕ້ອງການ ​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ບໍລິສັດ​ຈຳ​ເປັນ​ຕ້ອງ​ໄດ້​ນຳ​ເຂົ້າ​​ໄຟຟ້າ​ຈາກ​ປະ​ເທດ​ເພື່ອນ​ບ້ານທີ່ມີ​ລາຄາ​ສູງ, ບັນ​ຫາ​ການ​ເກັບ​ພາສີ​ອາກອນ, ບັນຫາການ​ອະນຸຍາດ​ເຂດ​ສຳ​ປະທານ​ບໍ່​ຫີນ​ກາວ​ຂອງ​ພາກ​ລັດ, ​ແລະ ບັນຫາ​ໜີ້​ສິນ​ຂອງ​ບໍລິສັດ ​ເປັນ​ຕົ້ນ; ສ່ວນ​ທາງຫົວໜ້າ​ກຸ່ມ​ຜູ້​ຜະລິດ​ຊີມັງ​ລາວ ກໍ່​ຍັງ​ໄດ້​ສະ​ເໜີ​ໃຫ້​ພາກ​ລັດ ​ເກັບ​ກຳ​ສະຖິຕິ​ການ​ນຳ​ເຂົ້າ​ຊີມັງ​ຈາກ​ຕ່າ​ງປະ​ເທດ, ​​ເກັບ​ກຳ​ສະຖິຕິ​ຄວາມ​ຕ້ອງການ​ຊົມ​ໃຊ້​ພາຍ​ໃນ, ​ແກ້​ໄຂ​ບັນຫາ​ໄຟຟ້າ ​ແລະ ຖ່ານ​ຫີນ ທີ່​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ, ບັນຫາ​ເສັ້ນທາງ​ທີ່​ມີ​ຜົນ​ກະທົບ​ຕໍ່​ການ​ຂົນ​ສົ່ງ ​ແລະ ສົ່ງ​ເສີມ​ໃຫ້​ນຳ​ໃຊ້​ຜະລິດ​ຕະພັນ​ພາຍ​ໃນ​.

​ນອກຈາກ​ນັ້ນ ທາງພາກ​ລັດ ກໍຄືບັນດາກະຊວງ​ທີ່​ກ່ຽວຂ້ອງ ຍັງ​ໄດ້ສະ​ເໜີ​ໃຫ້ບັນດາ​ພາກ​ເອກະ​ຊົນ ຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ຢູ່ ສປປ ລາວ ຕ້ອງ​ໄດ້​ສູ້​ຊົນ​ໃຫ້​ໄດ້​ມາດຕະຖານຄຸນ​ນະພາ​ບທຽບ​ເທົ່າ​ກັບ​ສາກົນ ກໍ່​ຄື​ມາດຕະຖານ ISO ​​​​ເພື່ອກຽມ​ຕົວ​ເຊື່ອມ​ໂຍງ AEC ​ແລະ ສະ​ເໜີ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສະໜັບສະໜູນ​​ໃຫ້​ສ້າງ​ຫ້ອງ​ທົດ​ລອງ ​​ໃວ້ຄົ້ນຄວ້າ ​ແລະ ​ເກັບ​ກຳ​ຕົວຢ່າງຜະລິດ​ຕະພັນ​ຊີມັງ​ລາວ ​ເພື່ອ​ພັດທະນາ ​ແລະ ປັງ​ປຸງຜະລິດ​ຕະພັນ​ຊີມັງ​ລາວ ​ໃຫ້​ໄດ້​ມາດຕະຖານ​ສາກົນ​.

ທີ່ກອງ​​ປະຊຸມ ທ່ານ ​ບຸນ​ທຽນ ​ແກ້ວ​ສີພາ ຮັກ​ສາ​ການ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຍັງ​ໄດ້​ກ່າວ​ສະ​ເໜີ​​​ທີ່​ກອງ​ປະຊຸມວ່າ: ຕໍ່​ເບື້ອງ​ກຸ່ມທຸລະ​ກິດ​ຜູ້​ຜະລິດ​ຊີມັງ ​ຕ້ອງ​ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ ​ໃຫ້​ມີ​ການຈັດ​ປະຊຸມກັນ​ເປັນ​ປະຈຳ ​​ແລ້ວ​ຮ່ວມ​ກັນ​ແກ້​ໄຂ​ບັນຫາ ​ເພື່ອ​ບໍ່​ໃຫ້​ເກີດ​ມີ​ບັນຫາ​ຊຳ​ເຮື້ອ; ຕໍ່​ເບື້ອງລັດ ​ໃຫ້​ບັນດາ​ກົມ​ກອງ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ແຕ່ງ​ຕັ້ງ​ພະນັກງານ​ປະສານ​ງານ​ເປັນ​ຢ່າງ​ດີ ​ເພື່ອຊີ້​ແຈງ​ບັນຫາ​ໃຫ້​ເປັນ​ເອກະ​ພາບ​ກັນ ​ແລ​້ວສະ​ເໜີຕໍ່​ລັດຖະບານ​ແກ້​ໄຂ; ​ແລະ ຕໍ່​ກັບ​ມາດຕະຖານ ກໍ່​ຕ້ອງ​​ໄດ້​ກຳນົດມາດຕະຖານ​ແຫ່ງ​ຊາດ ​ໃຫ້​ທຽບ​ເທົ່າ​ກັບ ASEAN.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ຍັງ​ໄດ້​​ຮຽກຮ້ອງ​ມາ​ຍັງ​ບັນດາຜູ້​ເຂົ້າ​ຮ່ວມ​ປະຊຸມ​ໃນ​ຄັ້ງ​ນີ້ ບໍ່​ວ່າ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່​ຄື​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຈົ່ງ​ໄດ້​ຮ່ວມ​ມື​ກັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ ​ໃຫ້​ເຂັ້ມ​ແຂງ, ສາມາດ​ເຊື່ອມ​ໂຍງ​ກັບ​ຂົງ​ເຂດ ​ແລະ ສາກົນ​ ຕາມ​ລະບຽບ​ກົດໝາຍ. ນອກ​ນັ້ນ, ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະ​ລິດ​ຊີມັງ ຕ້ອງ​ເປັນ​ເຈົ້າ​ການ ​ແລະ ​ໃຫ້​ຄວາມ​ຮ່ວມ​ມື​ແກ່​ພາກ​ລັດ ສະໜອງ​ຂໍ້​ມູນ​ທີ່​ຈຳ​ເປັນ ​ແລະ ລາຍ​ງານ​ຢ່າງ​ປົກກະຕິ ກ່ຽວ​ກັບ ການ​ຜະລິດ, ກາ​ນຈຳ​ໜ່າຍ​ຊີມັງ, ​ໃນ​ການ​ຄຸ້ມ​ຄອງ​ຕິດຕາມ, ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ບໍລິສັດ​ຜູ້​ຜະລິດ​ຊີມັງ ພ້ອມ​ທັງ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ​ກຸ່ມ ຫຼື ສະມາຄົມ​ຜູ້​ຜະລິດ​ຊີມັງ​ລາວ ຕ້ອງ​ມີ​ຄວາມ​ສາມັກ​ຄີ ​ເຂັ້ມ​ແຂງ ນອກ​ນັ້ນ ຕ້ອງ​ປະກອບສ່ວນ​ເສຍ​ພັນທະ​ໃຫ້​ລັດ ​ແລະ ຊຸກຍູ້​ຊ່ວຍ​ເຫຼືອ​ສັງຄົມ ຄຽງ​ຄູ່​ກັນ​ໄປ.

ກອງ​ປະຊຸມ​ດັ່ງກ່າວ ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ກົມ​ທີ່​ກ່ຽວຂ້ອງ ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ 2 ກົມ, ຈາກ​ກົມ​ບໍ່​ແຮ່ ກະຊວງພະລັງ​ງານ ​ແລະ ບໍ່​ແຮ່, ຈາກ​ສູນ​ຢັ້ງຢືນ​ມາດຕະຖານ ​ແລະ ກວດກາ​ຄຸນ​ນະພາ​ບ​ແຫ່ງ​ຊາດ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ, ຈາກກົມຊັບ​ສິນ​ທາງ​ປັນຍາ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ, ຈາກ​ກົມ​ພາສີ ກະຊວງ​ການ​ເງິນ, ຈາກ​ກົມ​ສ່ວຍ​ສາ​ອາການ ກະຊວງ​ການ​ເງິນ, ຈາກ​ກົມ​ສິ່ງ​ແວດ​ລ້ອມ ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ຈາກ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ ນະຄອນຫຼວງ, ​ແລະ ຈາກພາກ​ເອກະ​ຊົນ ຫົວໜ່ວຍ​ທຸລະ​ກິດ​ຜູ້​ຜະລິດ​ຊີມັງ ຢູ່ ສປປ ລາວ ຈຳ​ນວນ 12 ບໍລິສັດ ພ້ອມ​ດ້ວຍປະທານ ​ແລະ ຮອງ​ປະທານ ກຸ່ມ​ຜູ້​ຜະລິດ​ຊີມັງລາວ ​ເຂົ້າ​ຮ່ວມ.

 

[ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]

???????????????????????????????

???????????????????????????????

???????????????????????????????

???????????????????????????????