ຫ້ອງການກະຊວງ ອຄ ເປີດກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ V
By sonsathit rasavong On 18 Mar, 2015 At 06:31 AM | Categorized As ຂ່າວພາຍໃນ | With 0 Comments

 

ໜ່ວຍ​ພັກ​ຫ້ອງການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ໜ່ວຍ​ພັກ​ຄັ້ງ​ທີ V ຂອງ​ຕົນ​ຂຶ້ນ ​ເພື່ອ​ເປັນ​ການ​ກວດກາ-​ຕີ​ລາຄາ​ ການ​ຊີ້​ນຳໆ​ພາ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ໜ່ວຍ​ພັກ​ຫ້ອງການ​ກະຊວງ ອຄ ​ແລະ ສືບ​ຕໍ່ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ທິດ​ທາງ​ແຜນການ​ໃນ​ໄລຍະ 3 ປີຕໍ່ໜ້າ (2015-2017).

ກອງ​ປະຊຸມ​​ໄດ້​ຈັດ​ຂຶ້ນ​ມື້ວານ​ນີ້ ທີ່​ກະຊວງ ອຄ ​ໂດຍການ​ເປັນ​ປະທານ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ວ່າການ​ກະຊວງ ອຄ, ທ່ານ ສົມ​ຫວັງ ນິນ​ທະ​ວົງ ​ເລ​ຂາ​ໜ່ວຍ​ພັກ​ຫ້ອງການ​ກະຊວງ ຫົວໜ້າ​ຫ້ອງການ​ກະຊວງ ອຄ​​. ​ເຂົ້າ​ຮ່ວມ​ມີ​ບັນດາ​ເລຂາ​ໜ່ວຍ​ພັກ​ກົມ​ອ້ອມ​ຂ້າງ​ກະຊວງ, ສະມາຊິກ​ພັກ​ຫ້ອງການ ​ແລະ ຜູ້​ແທນ​ກອງ​ປະຊຸມ​ທີ່​ມາ​ຈາກ​ລັດ​ວິ​ສາ​ຫະກິດ​ຂຶ້ນ​ກັບກະຊວງ ​ເຂົ້າ​ຮ່ວມ.

ທ່ານ ສົມ​ຫວັງ ນິນ​ທະ​ວົງ ກ່າວ​ວ່າ: ​ໃນ​ໄລຍະ 3 ປີ​ຕໍ່ໜ້າ​ໜ່ວຍ​ພັກ​ຫ້ອງການ​ຈະ​ສຸມ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ປັບປຸງ​ ​ແລະ ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ​ເຂັ້ມ​ແຂງ ​ແລະ ປອດ​​ໃສ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ, ມີ​ຄວາມ​ສາມາດ​ນຳພາ ​ແລະ ​ເປ​ັນ​ແກນ​ນຳ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​​ໃຫ້​ປະສົບຜົນສຳ​ເລັດ, ປັບປຸງ​ພາລະ​ບົດ​ບາດ, ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ເປັນ​ເສນາ​ທິການ​ທີ່​ດີ, ການ​ປະສານ​ງານ​ທີ່​ດີ, ການ​ບໍລິຫານ ​ແລະ ຮັບ​ໃຊ້​ທີ່​ດີ ​ເພື່ອ​ຫັນ​ເອົາ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຫ້ອງການ​ໄປ​ຕາມ​ທິດ​ທັນ​ສະ​ໄໝ ​ແລະ ຫັນ​ສູ່​ມາດຕະຖານ​ເທື່ອ​ລະ​ກ້າວ, ສືບ​ຕໍ່​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ​ບໍລິຫານ​ຫອງ​ການ, ຕັ້ງໜ້າ​ປະກອບສ່ວນ​ໃນ​ວຽກ​ງານ​ລວມຂອງ​ກະຊວງ ​ໂດຍ​ສະ​ເພາະ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງານ, ​ໂຄງການ ກໍ່​ຄື​ແຜນ​ງົບປະມານ​ປະຈຳ​ປີ​ຂອງ​ກະຊວງ, ຂະ​ບວນການ​ວຽກ​ງານ 3 ສ້າງ ​ແລະ ວຽກ​ງານ​ກະກຽມ​ສະ​ເຫຼີ​ມສະຫຼອງ 2 ວັນ​ປະຫວັດສາດ​ໃນ​ປີ 2015 ​ແລະ ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ (ຮັກ​ຊາດ-​ຮັກ​ພັດທະນາ) ​ໃຫ້​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ ​ແລະ ​ສ້າງ​ໃຫ້​ໄດ້​ຕົວ​ແບບ​ທີ່​ດີ​ເພື່ອ​ເສີ​ມຂະຫຍາຍ​ຕໍ່​ໄປ.

ກອງ​ປະຊຸມ​ໄດ້​ເລືອກ​ເອົາ​ຄະນະ​ພັກ​ຊຸດ​ໃໝ່ ​ເຊິ່ງ ທ່ານ​ ສົມ​ຫວັງ ນິນ​ທະ​ວົງ ຍັງ​ໄດ້​ຮັບ​ຄວາມ​ໃວ້ວາງ​ໃຈ​ໃຫ້​ເປັນ​​ເລຂາ​ໜ່ວຍ​ພັກ​ຫ້ອງການ​ກະຊວງ ອຄ ອີກ​ຄັ້ງ, ທ່ານ ພຸດ​ທະວັນ ນັນທະ​ວົງ ​ເປັນ​ຮອງ​ເລຂາ​ໜ່ວຍ​ພັກ​ຫ້ອງການ​ກະຊວງ ​ແລະ ທ່ານ ບຸນ​ສີ ດວງ​ສະຫວັນ ​ເປັນ​ກຳມະການ​ປະທານ​ກວດກາ​ໜ່ວຍ​ພັກ​ຊຸດ​ໃໝ່.

​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ​​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ກ່າວ​ໂອ້​ລົມ​ກອງ​ປະຊຸມ ​ໂດຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳໆ​ພາ​ຂອງ​ຄະນະ​ພັກ​ເຮັດ​ຫຼ້ອນ​ໜ້າທີ່​ການ​ເມືອງ​ຂອງ​ຕົນ, ຍາດ​ໄດ້ຜົນ​ສຳ​ເລັດ​ຫຼາຍ​ດ້ານ. ພ້ອມ​ດຽວ​ກັນ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ເອົາ​ໃຈ​ໃສ່​ໃນ​ການ​ປັບປຸງ​ແບບ​ແຜນການ​ນຳພາ, ​ແບບ​ແຜນ​ວິທີ​ເຮັດ​ວຽກ, ປັບປຸງ​ກົງຈັກ​ກາ​ນຈັດ​ຕັ້ງ, ຈັດ​ວາງ​ສັບ​ຊ້ອນ​ພະນັກງານ, ​ເອົາ​ໃຈ​​ໃສ່​ສ້າງ ​ແລະ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ສະມາຊິກ​ພັກ-ພະນັກງານ​ໃຫ້​ສາມາດ​ເປັນ​ເສນາ​ທິການ ​ເປັນ​ຜູ້​ປະສານ ​ແລະ ຜູ້​ບໍລິການ​ຮັບ​ໃຊ້​ຄະນະ​ພັກ ຄະນະ​ນຳ​ກະຊວງ​ໃຫ້​ດີ​ເປັນ​ກ້າວໆ.

[ຂ່າວ: ໜັງ​ສື​ພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????