ຈັດກອງປະຊຸມຄົ້ນຄ້ວາ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດໃນລະຫວ່າງວັນທີ 4-11 ມີນາ
By admin On 17 Mar, 2015 At 06:33 AM | Categorized As ຂ່າວພາຍໃນ | With 0 Comments

ພາຍຫັຼັງທີ່ສຳເລັດກອງປະຊຸມລະດົມຄວາມຄິດເຫັນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະ ເທດ ແລະ ກອງປະຊຸມເປີດກ້ວາງ ຂັ້ນກະຊວງ ອຸດສາຫະກຳ ແລະ ການຄ້າ ຕໍ່ຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ໃນທ້າຍປີ 2014 ທີ່ຜ່ານມາ, ກົມການຄ້າພາຍໃນ ຖານະຮັບຜິດຊອບໂດຍກົງວຽກງານແຂ່ງຂັນທາງທຸລະກິດ ທັງເປັນກອງເລຂາຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ໄດ້ສົມທົບກັບກະຊວງ ຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄ້ວາ, ຮຽບຮຽງ ແລະ ຜ່ານຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ໃນລະຫວ່າງວັນທີ 4 – 11 ມີນາ 2015 ທີ່ ກະຊວງ ຍຸຕິທໍາ ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ບຸນພອນ ເຮືອງມະນີ ຫົວໜ້າກົມກົດໝາຍ ກະຊວງ ຍຸຕິທຳ ແລະ ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ,ໃນກອງປະຊຸມມີ ທ່ານ ຫົວໜ້າກົມກົດໝາຍ ຈາກສະພາແຫ່ງຊາດ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈາກກົມກົດໝາຍ ກະຊວງ ຍຸຕິທຳ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວເຊັ່ນ: ຈາກຫ້ອງວ່າການລັດຖະບານ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງພາຍໃນ ແລະ ຜູ້ປະສານງານໂຄງການ GIZ ເຂົ້າຮ່ວມ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເປັນການຄົ້ນຄ້ວາ, ຮຽບຮຽງ ແລະ ຜ່ານຮ່າງກົດໝາຍເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນ ລະອຽດ ຈະແຈ້ງ ແລະ ຄົບຖ້ວນ ທັງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງບ້ານເຮົາ ພ້ອມທັງສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນນັ້ນ ເພື່ອໃຫ້ທັນເວລາຕາມແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ ທີ່ໄດ້ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ມີນະໂຍບາຍ ແລະ ກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ຂອງຕົນ ໃຫ້ສໍາເລັດໃນປີ 2015 ກ່ອນການລວມຕົວເຂົ້າເປັນປະຊາຄົມສະມາຊິກອາຊຽນ ແລະ ໃຫ້ທັນເຂົ້າຜ່ານໃນວາລະກອງປະຊຸມປະຈໍາປີ ຂອງລັດຖະບານ ໃນທ້າຍເດືອນ ມີນາ 2015 ຊຶ່ງໃນກອງປະຊຸມດັ່ງກ່າວນີ້ ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍຢ່າງກົງໄປກົງມາ ທີ່ປະຊຸມເຫັນດີເປັນເອກະພາບໃນການປ່ຽນຊື່ກົດໝາຍ ຈາກ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ໄດ້ປ່ຽນມາເປັນ ກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ, ໄດ້ມີການປັບປຸງ, ປ່ຽນແປງ, ຕັດອອກ ແລະ ເພີ່ມຕື່ມ ໝວດ, ມາດຕາ ແລະ ເນື້ອໃນ ທີ່ເຫັນວ່າ ບໍ່ມີຄວາມເໝາະສົມ ແລະ ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງບ້ານເຮົາ ເພື່ອໃຫ້ມີເນື້ອໃນຄວາມໝາຍທີ່ຊັດເຈນ, ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

IMG_7060

 

About -