ລາວ-ຫວຽດນາມ ບັນລຸສັນຍາການຄ້າສະບັບໃໝ່
By sonsathit rasavong On 4 Mar, 2015 At 11:39 AM | Categorized As ຂ່າວສຳຄັນ | With 0 Comments

 

ສປປ ລາວ ​ແລະ ສສ ຫວຽດນາມ​ໄດ້​ບັນລຸ​ສັນຍາ​ການ​ຄ້າ​ສະບັບ​ໃໝ່ ​ເຊິ່ງຈະ​ເປັນ​ການ​ເພີ່ມ​ທະວີ ​ແລະ ຊຸກຍູ້​ເຮັດ​ໃຫ້ການດຳ​ເນີນ​ທຸລະ​ກິດ​​, ການ​ລົງທຶນ ​ແລະ ບໍລິ​ມາດ​ການ​ຄ້າຂາຍ​ລະຫວ່າງ​ສອງປະ​ເທດ​ນັບ​ມື້​ນັບ​ເພີ່​ມຂຶ້ນ​ເລື້ອຍໆ. ສັນຍາ​ສະບັບ​ດັ່ງກ່າວ​ຈະ​ໄດ້​ປ່ຽນ​ແທນສັນຍາ​ການ​ຄ້າ​ລະ​ຫວ່າງ​ ລັດຖະບານ ​ສປປ ລາວ​ ​ແລະ ລັດຖະບານ ສສ ຫວຽດນາມ ທີ່​ລົງ​ນາມ​ຮ່ວມ​ກັນ​ໃນ​ວັນ​ທີ 9 ມີນາ 1998 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໃຫ້​ບຸລິມະສິດ​ດ້ານ​ອັດຕາ​ພາສີ​ຂາ​ເຂົ້າ ​ລະຫວ່າງ ລັດຖະບານ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມ ທີ່​ລົງ​ນາມ​ຮ່ວມ​ກັນ​ໃນ​ວັນ​ທີ 10 ທັນ​ວາ 2011 ຢູ່​ນະຄອນຫຼວງ​ວຽງ​ຈັນ.

​ໃນ​ຕອນ​ເຊົ້າ ວັນ​ທີ 3 ມີນາ 2015 ທີ່​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ມີ​ພິທີ​ເຊັນ​ສັນຍາ​ທາງ​ດ້ານ​ການ​ຄ້າ​ປະຈຳ​ປີ 2015 ລະຫວ່າງ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສສ ຫວຽດນາມ. ຮ່ວມ​ລົງ​ນາມ​ໂດຍ ທ່ານ ນາງ ​ເຂັມມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແຫ່ງ ສປປ ລາວ ກັບ​ ທ່ານ ດຣ​. ຫວູ ຮຸຍ ຮວ່າງ ລັດຖະ​ມົນຕີ​ວ່າການ​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສສ ຫວຽດນາມ. ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ ຈໍ​ລະ​ຈອນ, ປະທານ​ຄະນະ​ກຳມາ​ທິການຮ່ວມ​ມື ລາວ-​ຫວຽດນາມ; ທ່ານ ຫງວຽນ ​​ແມັງ ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ພ້ອມ​ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ: ​ໂດຍ​ປະຕິ​ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ສອງ​ກົມ​ການ​ເມືອງ ​ແລະ ລັດຖະບານ​ຂອງ​ສອງ​ປະ​ເທດ​ເຮົາ​ໃນ​ການ​ເສີມ​ຂະຫຍາຍ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ​ເລິກ​ເຊິ່ງຂຶ້ນ​ກວ່າ​ເກົ່າ, ທັງ​ສອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພວກ​ເຮົາ​ກໍ່​ໄດ້​ສຸມ​ໃສ່​ໃນ​ການ​ດຳ​ເນີນ​ການ​ເຈລະຈາ​ໃນ​ການ​ສ້າງສັນ​ຍາ​ການ​ຄ້າ​ສອງ​ຝ່າຍ​ສະບັບ​ນີ້ ​ເພື່ອ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ແບບ​ຮອບດ້ານ, ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ຕະຫຼາດ​ດ້ານ​ສິນຄ້າ, ດ້ານ​ບໍລິການ ​ແລະ ພັດທະນາ​ການ​ເຊື່ອມ​ຈອດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ຄວາມ​ໝັ້ນຄົງ, ຍືນ​ຍົງ ​ແລະ ຍາວ​ນານ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ​ໃນ​ສັນຍາ​ສະບັບ​ນີ້ ລວມມີ 6 ໝວດ ​ແລະ 16 ມາດຕາ ​ໂດຍ​ກວມ​​ເອົາ​ວຽກ​ທີ່​ຕິດ​ພັນ​ກັບ​ຂະ​ແໜງ​ການ​ຄ້າ​ດ້ານ​ສິນຄ້າ ​ແລະ ການ​ຄ້າ​ດ້ານ​ບໍລິການ, ການ​ອຳ​ນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ, ການ​ເຂົ້າ​ສູ່​ຕະຫຼາດ ​ແລະ ອື່ນໆ. ສັນຍາ​ດັ່ງກ່າວ​ນີ້, ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ການ​ຄ້າ​ແບບ​ຍຸ​ດທະ​ສາດ​ລະຫວ່າງ​ປະ​ເທດ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ສາກົນ​ໃນ​ໄລຍະ​ໃໝ່. ສັນຍາ​ດັ່ງກ່າວ​ນີ້, ຈະ​ເປັນ​ການ​ເພີ່ມ​ທະວີ ​ແລະ ຊຸກຍູ້​ເຮັດ​ໃຫ້ການ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ ​ແລະ ບໍລິ​ມາດ​ການ​ຄ້າຂາຍ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເລື້ອຍໆ.

ທ່ານ ຫວູ ຮຸຍ ຮວ່າງ ກ່າ​ວວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ກົມ​ການ​ເມືອງ​ຂອງ​ສອງ​ປະ​ເທດ ພວກ​ເຮົາ​​ໄດ້​ຂະ​ຫຍາຍ​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ ລາວ-​ຫວຽດນາມ ບໍ່​ວ່າ​ຈະ​ເປັນ​ດ້ານ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ. ພ້ອມ​ຮ່ວມ​ກັນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ແບບ​ຮອບດ້ານ. ຜ່ານ​ໄລຍະ​ເວລາ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ລະ​ຫວ່າງ​ລາວ-​ຫວຽດນາມ ມາ​ເປັນ​ເວລາ​ດົນ​ນານ​ພໍ​ສົມຄວນ ​ເຊິ່ງຍັງ​ມີ​ຫຼາຍໆບັນຫາ​ທີ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້. ຍ້ອນ​ມີ​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ນາຍົກ​ທັງ​ສອງ​ປະ​ເທດ ​ເຮັດ​ໃຫ້​ບັນຫາ​ຕ່າງໆ​ສາມາດ​ລຸ​ລ່ວງ​ມາ​ໄດ້. ຈົນ​ມາ​ຮອດ​ມື້​ນີ້ ສອງ​ກະຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າ ລາວ-​ຫວຽດນາມ​ກໍ່​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ທ່ານ​ນາຍົກລັດຖະມົນ​ຕີ​ທັງ​ສອງ​ປະ​ເທດ​​ເຂົ້າ​ມາ​ລົງ​ນາມ​ເຊັນ​ສັນຍາ​ການ​ຄ້າ ລະຫວ່າງ ລາວ-​ຫວຽດນາມ.

ສັນຍາ​ສະບັບ​ນີ້​ເປັນ​ສັນຍາ​ທີ່​ພິ​ເສດ​ເນື່ອງ​ຈາກ​ວ່າ​ພາຍ​ໃນ​ສັນຍາ​ການ​ຄ້າ​ສະບັບ​ນີ້ ພວກ​ເຮົາ​ຈະ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ສອງ​ກະຊວງ​ກ່ຽວ​ກັບ​ບຸລິມະສິດ​ດ້ານ​ອັດຕາ​ພາສີ​ກ່ຽວ​ກັບ​ສິນຄ້າ​ປະ​​ເພດ​ນ້ຳຕານ ​ເຊິ່ງສິນຄ້າ​ປະ​ເພດ​ນ້ຳຕານ​ນີ້ ​ເປັນ​ສິນຄ້າ​ທີ່​ມີ​ຄວາມ​ອ່ອນ​ໄຫວ​ຕໍ່​ກັບ​ຕະຫຼາດ​ຂອງ​ຫວຽດນາມ ​ແລະ ອີກ​ຢ່າງ​ໜຶ່ງ​ພວກ​ເຮົາ​ຕ້ອງການ​ເຈລະຈາ​ການ​ຄ້າ​ຊາຍ​ແດນ ​ເພື່ອ​ສົ່ງ​ເສີມ​ມູນ​ຄ່າ​ການ​ຄ້າ ລະຫວ່າງ ລາວ-​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ສູງ​ຂຶ້ນ.

ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ການ​ຄ້າ​ຊາຍ​ແດນ​ລະ​ຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ກວມ​ເອົາ 90% ຂອງ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ຂອງ​ສອງ​ປະ​ເທດ. ສະ​ນັ້ນ ການ​ເຈລະຈາ​ການ​ຄ້າ​ລະຫວ່າງ​ຊາຍ​ແດນ ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແລະ ການ​ຮ່ວມ​ມື​ເສດຖະກິດ​ຂອງ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ໃນ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ.

 

[ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????

???????????????????????????????