ກະຊວງ ອຄ ປາຖະກະຖາລະນຶກວັນສ້າງຕັ້ງພັກ ຄົບຮອບ 60 ປີ
By sonsathit rasavong On 4 Mar, 2015 At 11:37 AM | Categorized As ຂ່າວພາຍໃນ | With 0 Comments

 

​ໃນຕອນ​​ເຊົ້າ​ວານ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ຕັ້ງ​ໂຄສະນາ-ປາຖະ​ກຳ​ຖາ​ລະນຶກ​ວັນ​ສ້າງ​ຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ຄົບ​ຮອບ 60 ປີ (22.03.1955-22.03.2015) ທີ່​ກະຊວງ ​ໂດຍ​ການ​ປາຖະກະຖາ​ຂອງ ທ່ານ ສີ​ປະ​ເສີດ ​ແສນ​ສະຫວັດ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ມີ ທ່ານ​ ​ປະ​ເສີດ ​ໃຈຫວັງ​ໝັ້ນ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ພັກ​ກະຊວງ, ຮອງ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າ​ສະ​ຖາ​ບັນ, ອຳນວຍ​ການ​ວິ​ສາ​ຫະກິດ ​ແລະ ພະນັກງານ​ວິຊາ​ການ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ​ຈຳນວນ 250 ທ່ານ.

ໃນ​ພິທີ, ທ່ານ​ຮອງ​ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກ​ໄດ້​ຍົກ​ໃຫ້​ເຫັນ 3 ບັນຫາ​ໃຫຍ່ ຄື: ຕົ້ນ​ກຳ​ເນີດຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, 60 ປີ ​ແຫ່ງ​ການ​ຊີ້​ນຳ-​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ທາດ​ແທ້​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ທ່ານ​ກ່າວ​ວ່າ: ວັນ​ທີ 03 ກຸມພາ 1930, ພັກ​ກອມ​ມູນິດ​ອິນດູຈີນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຂອງ ທ່ານ ປະທານ ​ໂຮ່ຈີ​ມິນ. ປີ 1951 ​ກ​ອງປະຊຸມ​ໃຫຍ່ ຄັ້ງ​ທີ 2 ຂອງ​ພັກ​ກອມ​ມູນິດ​ອິນ​ໂດ​ຈີນ ​ໄດ້​ມີ​ມະຕິ​ຕົກລົງ​ໃຫ້​ແຕ່ລະ​ປະ​ເທດ​ສ້າງ​ຕັ້ງ​ພັກ​ຂອງ​ໃຜ​ມັນ​ຂຶ້ນ. ສະ​ນັ້ນ, ບັນດາ​ສະຫາຍ​ສະມາຊິກ​ພັກ​ກອມ​ມູນິດ​ອິນ​ໂດ​ຈີນ​ທີ່​ເປັນ​ຄົນ​ລາວ​ໄດ້​ຈັດ​ຕັ້ງ ຄະນະ​ກຳມະການ​ປະຊາຊົນ​ລາວຂຶ້ນ ​ເພື່ອ​ສືບ​ຕໍ່​ນຳພາ​ການ​ປະຕິວັດ​ຢູ່​ລາວ ​ແລະ ​ໄດ້​ກະກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ຢ່າ​ງລະອຽດ​ເປັນ​ເວລາ 4 ປີ ຈຶ່ງ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ຕົນ​ຂຶ້ນ​ໃນ​ວັນ​ທີ 22 ມີນາ 1955 ທີ່​ບ້ານ​ນາ​ແມວ; ​ເມືອງວຽງ​ໄຊ; ​ແຂວງ​ຫົວພັນ ​ແລະ ​ໄດ້​​ຕັ້ງຊື່ວ່າ: “ພັກ​ປະຊາຊົນ​ລາວ” ​ໂດຍ​ແມ່ນ ທ່ານ​ ປະທານ ​ໄກສອນ ພົມວິຫານ ​ເປັນ​ເລຂາທິການ​ໃຫຍ່​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

ທ່າ​ນຍັງ​ກ່າວ​ຕື່ມ​ວ່າ: ​ໄລຍະ 60 ປີ​ແຫ່ງ​ການຊີ້​ນຳນຳ​ພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ພາຍຫຼັງ​ທີ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກໍ່​ໄດ້​ປະ​ເຊີນ​ໜ້າ​ກັບ​ຈັກກະພັດ​ອາ​ເມຣິກາ, ​ເຊິ່ງ​ເປັນ​ຈັກກະພັດ​ໂຕ​ໃຫຍ່ ​ແຕ່​ພັກ​ເຮົາ​ກໍ່​ໄດ້​ແບກ​ຫາບ​ເອົາ​ພາລະ​ກຳ​ອັນ​ໜັກໜ່ວງ ​ເພື່ອ​ຊີ້​ນຳໆ​ພາ​ປວງ​ຊົນ​ລາວ​ທັງ​ຊາດ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ ​ແລະ ລູກ​ແລ້ງມື​ປະຕິ​ການ​ຂາຍ​ຊາດ​ຢ່າງ​ດຸ​ເດືອດ​ຂ້ຽວຂາດ ຈົນ​ກ້າວ​ໄປ​ສູ່​ການ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ສົມບູນ ​ແລະ ພັດທະນາ​ຢ່າງ​ມີ​ໝາກຜົນ​ເປັນ​ແຕ່​ໄລຍະ​ປະຫວັດສາດ​ຄື: ​ໄລຍະ​ທີ 1 ​ແມ່ນ 20 ປີ ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຕ້ານ​ຈັກກະພັດ​ອາ​ເມຣິກາ (1955-1975), ​ໄລຍະ​ທີ 2 ​ແມ່ນ 10 ປີ ​ໄລຍະ​ປົກ​ປັກ​ຮັກສາ​ອຳນາດ ອະທິປະ​​ໄຕ ​ແລະ ຜືນ​ແຜ່ນດິນ​ໄວ້​ໄດ້​ຢ່າງ​ໝັ້ນຄົງ (1975-1985), ​ໄລຍະ​ທີ 3 ​ແມ່ນ 30 ປີ ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາ​ດຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ (1985-2015).

 

[ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????