ທ່ານ ດຣ. ລາວຮົວ ເຈີຈິງ ຂຶ້ນຮັກສາການ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ
By sonsathit rasavong On 26 Feb, 2015 At 07:00 AM | Categorized As ຂ່າວພາຍໃນ | With 0 Comments

ວານ​ນີ້ ວັນທີ 25 ກຸມພາ 2015 , ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ພິທີ​ມອບ-​ຮັບ ໜ້າ​ທີ່ ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ລະຫວ່າງ ທ່ານ ບຸນ​ສົມ ພົມມະ​ວິຫານ ຫົວໜ້າ​ກົມ (ຜູ້​ເກົ່າ ອອກ​ພັກ​ຜ່ອນ​ບຳນານ) ກັບ​ ທ່ານ ດຣ​. ລາວ​ຮົວ ​ເຈີ​ຈິງ ຮັກສາ​ການ​ຫົວໜ້າ​ກົມ (ຜູ້​ໃໝ່) ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ​; ມີ​ບັນດາ​ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກ ​ແລະ ພະນັກງານ​ພາຍ​ໃນ​ກົມ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

​ໃນ​ພິທີ ທ່ານ ບຸນ​ສົມ ພົມມະ​ວິຫານ ຫົວໜ້າ​ກົມ​ນະ​ໂຍບາຍການ​ຄ້າ​ຕ່າງປະ​ເທດ​ (ຜູ້​ເກົ່າ) ​ໄດ້​ກ່າວ​ອຳ​ລາ​ໜ້າ​ທີ່​ວ່າ: ຕະຫຼອດ​​ໄລ​ຍະ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ເຫັນ​ວ່າ​ເອື້ອຍ, ອ້າຍ​ນ້ອງ​ພະນັກງານ​ໃນ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ​ໄດ້​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ຫ້າວຫັນ ອັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ຂອງ​ກະຊວງ ອຄ ​ໄດ້​ເປັນ​ຢ່າງ​ດີ. ນອກ​ນັ້ນ, ພະນັກງານ​ກໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ສູ່​ສະພາບ​ໃໝ່​ໄດ້​ດີ.

ທ່ານ​ຍັງ​ໄດ້​ກ່າວ​ຝາກ​ເຖິງ​ຜູ້​ຮັກສາ​ການ​ຫົວໜ້າ​ກົມ​ຜູ້​ໃໝ່ ​ແລະ ພະນັກງານ​ວິຊາ​ການ​ຫຼັກ​ແຫຼ່ງຂອງ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ຈົ່ງ​ສືບ​ຕໍ່​ປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ຕົນ, ຄົ້ນຄວ້າ​ວຽກ​ງານ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ​ເຈລະຈາ​ການ​ຄ້າ, ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາ​ກົນ ​ແລະ ອື່ນໆ ພ້ອມ​ທັງ​ປະສານ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ປະຕິບັດ​ໜ້າ​ທີ່​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ. ການ​ທີ່​ຂ້າພະ​ເຈົ້າ​ອອກ​ໄປ​ກໍ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ຕັດຂາດ​ຄວາມ​ສາມັກຄີກັນ, ຍັງ​ມີ​ຄວາມ​ຮັກ​ແພງ ​ແລະ ພ້ອມ​ທີ່​ຈະ​ໃຫ້​ຄຳ​ປຶກສາ​ຊ່ວຍ​ເຫຼືອ​ກົມ​ກໍ່​ຄື​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ອີກ​ຕໍ່​ໄປ.

​ໂອກາດ​ດຽວ​ກັນ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ຮັກສາ​ການ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ (ຜູ້​ໃໝ່) ກໍ່​ໄດ້​ກ່າວ​ຮັບ​ເອົາໜ້າ​ທີ່​ວ່າ: ຂ້າພະ​ເຈົ້າ​ຈະ​ສຸມ​ສະຕິ​ປັນຍາ ​ແລະ ທຸ່ມ​ເທ​ເຫື່ອ​ແຮງ​ທຸກ​ຄວາມ​ສາມາດ​ທີ່​ມີ ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອຂອງ​ຫົວໜ້າ​ກົມ​ຜູ້​ເກົ່າ​ທີ່​ໄດ້​ຊີ້​ນຳໆ​ພາ​ວຽກ​ງານ​ຕະຫຼອດ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນ​ກໍ່​ຈະ​ປັບປຸງ​ໜ້າ​ທີ່​ວຽກ​ງານ​ໃຫ້​ດີ​ຂຶ້ນ​ເລື້ອຍໆ ປະກອບສ່ວນ​ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະກິດ ກັບ​ພາກ​ພື້ນ ​ແລະ ສາກົນ.

ຕອນ​ທ້າຍ​ພິທີ ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນງານ​ການ​ປະກອບສ່ວນ​ຂອງ​ທ່ານ​ຫົວໜ້າ​ກົມ​ຜູ້​ເກົ່າ ພ້ອມ​ດຽວ​ກັນ​ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ​ແກ່​ທ່ານ​ຮັກ​ສາ​ການ​ຫົວໜ້າ​ກົມ​ຜູ້​ໃໝ່ ​ໃນ​ການ​ປະກອບສ່ວນ​ເຮັດ​ວຽກ​ງານ​ນະ​ໂຍບານ​ການ​ຄ້າ​ຕ່າງປະ​ເທດ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະດວກ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ເສດຖະກິດ​ຂອງ​ຊາດ. ນອກ​ນີ້, ຍັງ​ເນັ້ນ​ໃຫ້​ວິຊາ​ການ​ຂອງ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ຈົ່ງ​ພ້ອມ​ກັນ​ສືບ​ຕໍ່​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ສູງ, ວຽກ​ງານ​ການ​ສ້າງ​ພະນັກງານ​ສືບ​ທອດ ການ​ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ​ໃຫ້​ທ່ວງທັນ​ກັບ​ສະພາບ​ປ່ຽນ​ແປງ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ກັບ​ສາກົນ.

[ຂ່າວ: ໜັງສືພິມ​ເສດຖະກິດ-ການ​ຄ້າ]