ກອງປະຊຸມຜ່ານຮ່າງກົດໝາຍວ່າດ້ວຍເຄມີ ຂອງ ສປປ ລາວ, ຄັ້ງທີ IV
By sonsathit rasavong On 24 Feb, 2015 At 07:48 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ລະຫວ່າງ ວັນ​ທີ 17-19 ກຸມພາ 2015 ທີ່​ຜ່ານ​ມາ, ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈັດ​ກອງ​ປະຊຸມ​ຫາລື​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຄມີ​ຄັ້ງ​ທີ່ IV ຂຶ້ນ​ທີ່ ຫ້ອງ​ປະຊຸມຣີສອດ​ນາ​ປ່າ​ກວາງ ​ເມືອງ​ແກ້ວ​ອຸດົມ ​ແຂວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ຟອງ ສຸ​ລິ​ວັນ ຮອງ​ຫົວໜ້າ​ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍ​ວິຊາ​ການ​ຈາ​ກກະຊວງ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດ​ປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ກໍ່​ເພື່ອ​ໃຫ້​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ແລະ ຜູ້​ມີ​ຄວາມ​ສົນ​ໃຈ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ກົດໝາຍ​ໃຫ້​ມີ​ຄວາມ​ລະອຽດ ​ແລະ ຈະ​ແຈ້ງ​​ໂດຍ​ສະ​ເພາະ​ໃນ​ຂອດ​ການ​ຂຶ້ນ​ທະບຽນ, ການ​ຄຸ້ມ​ຄອງ, ການ​ກວດກາ, ການ​ນຳ​ເຂົ້າ-​ສົ່ງ​ອອກ ​ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ​ໃນ​ຂະ​ບວນການ​ຜະລິດ, ການ​ຄ້າ, ການຂົນ​ສົ່ງ, ການ​ເກັບ​ຮັກສາ, ການ​ນຳ​ໃຊ້, ການ​ກຳຈັດ ​ແລະ ບຳບັດ, ສິ່ງ​ທີ່​ສຳຄັນ​ແມ່ນ​ແນ​ໃສ່​​ເຮັດ​ໃຫ້​ການ​ແບ່ງ​ພາລະ​ບົດບາດ ​ແລະ ສິດ​ໜ້າ​ທີ່​ໃຫ້​ມີ​ຄວາມ​ລະອຽດ​ຈະ​ແຈ້ງ​ລະ​ຫວ່າງ​ຂະ​ແໜງ​ການ​ທີ່​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ດັ່ງ​ກ່າວ ​ແລະ ​ເພື່ອ​ໃຫ້​ມີ​ເນື້ອ​ໃນ​ສອດຄ່ອງ ​ແລະ ຄົບ​ຖ້ວນ​ຖືກ​ຕ້ອງຕາ​ມກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ, ​ໃຫ້​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ຂອງ ສປປ ລາວ ​ແລະ ຂອງ​ສາກົນ ​ແລະ ສາມາດ​ປະກາດ​ໃຊ້​ໃນ​ປີ 2015.

ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ສືບ​ຕໍ່​ຈາກ​ກອງ​ປະຊຸມ​ຄັ້ງ​ວັນ​ທີ 19-20 ພະຈິກ 2014 ທີ່​ໂຮງ​ແຮມ​ລ້ານ​ຊ້າງ ​ແລະ ກອງ​ປະຊຸມ​ຄັ້ງ​ທີ III ຂອງ​ຄະນະ​ວິຊາ​ການ​ຄົ້ນ​ຄວ້າຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຄມີ​ຄັ້ງ​ວັນ​ທີ 27-28/01/2015 ທີ່​ວັງ​ວຽງ ​ແຂວງ ວຽງ​​ຈັນ.

 

[ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]