ປັດໃຈທີ່ພົວພັນເຖິງລາຄາສິນຄ້າ ແລະ ຄ່າບໍລິການຢູ່ ສປປ ລາວ.
By sonsathit rasavong On 9 Feb, 2015 At 12:31 PM | Categorized As ຂ່າວສຳຄັນ | With 0 Comments

 

ໃນສະພາບການທີ່ປະເທດເຮົາກຳລັງມີການຂະຫຍາຍຕົວທາງດ້ານເສດຖະກິດ, ການຜະລິດແບບກະສິກຳ ກະແຈກກະຈາຍຫັນເປັນການຜະລິດແບບອຸດສາຫະກຳເທື່ອລະກ້າວ, ປະກອບກັບການຂະຫຍາຍຕົວຂອງປະຊາ ກອນເພີ່ມຂຶ້ນ, ມັນໄດ້ເຮັດໃຫ້ຄວາມຕ້ອງການບໍລິໂພກສິນຄ້າ ແລະ ບໍລິການເພີ່ມສູງຂຶ້ນ, ເປັນຕົ້ນແມ່ນສິນຄ້າທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມເຊັ່ນ: ນໍ້າມັນເຊື້ອໄຟ, ເຂົ້າ, ຊີ້ນ, ປາ ແລະ ສິນຄ້າອື່ນໆ.

ສປປ ລາວ ເປັນປະເທດໜຶ່ງຊຶ່ງຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນ, ບໍ່ມີທາງອອກສູ່ທະເລ. ສິນຄ້າບາງຊະ ນິດທີ່ລາວບໍ່ສາມາດເຮັດໄດ້ແມ່ນໄດ້ນຳເຂົ້າຈາກຕ່າງປະເທດ, ໂດຍສະເພາະແມ່ນສິນຄ້າຍຸດທະສາດຄື ນໍ້າມັນເຊື້ອໄຟແມ່ນນຳເຂົ້າ 100 ເປີເຊັນ.

ນັບແຕ່ທ້າຍປີ 2013 ເປັນຕົ້ນມາ, ລາຄານໍ້າມັນດິບໃນຕະຫຼາດໂລກມີທ່່າອ່ຽງຫຼຸດລົງ, ເວົ້າສະເພາະລາຄານໍ້າມັນດິບໃນຕະຫຼາດດູໄບຈາກລາຄາ 107,98 ໂດລາສະຫະລັດ/ບາເຣວ ຫຼຸດລົງມາເປັນ 52,75 ໂດລາສະຫະ ລັດ/ບາເຣວ, ຊຶ່ງສົ່ງຜົນໃຫ້ນໍ້າມັນສຳເລັດຮູບຢູ່ຕະຫຼາດສິງກະໂປມີການປັບລົງໄປຕາມໆກັນເຊັ່ນ: ນໍ້າມັນແອັດຊັງຫຼຸດຈາກ 127,18 ໂດລາສະຫະລັດ/ບາເຣວ ມາຢູ່ໃນລະດັບ 64,43 ໂດລາສະຫະລັດ/ບາເຣວ, ນໍ້າມັນກາຊວນຈາກ 125,60 ໂດລາ/ບາເຣວ ຍັງເຫຼືອພຽງ 70,38 ໂດລາສະຫະລັດ/ບາເຣວ ຫຼືເທົ່າກັບ 78,50 ເປີເຊັນ, ສ່ວນລາຄາພາຍໃນປະເທດເຮົາ ອີງຕາມແຈ້ງການເລກທີ 0138/ອຄ.ຄພນ, ລົງວັນທີ 28 ມັງກອນ 2015 ລາຄານໍ້າມັນແອັດຊັງ 8.580 ກີບ/ລິດ, ກາຊວນ 7.560 ກີບ/ລິດ.

ໃນສະຖານະການໂລກທີ່ມີການຜັນແປຢ່າງສັບສົນນັ້ນ, ໜຶ່ງໃນບັນດາປັດໃຈກໍແມ່ນການຂຶ້ນ-ລົງຂອງລາ ຄານໍ້າມັນຢູ່ໃນຕະຫຼາດໂລກເວົ້າລວມ, ເວົ້າສະເພາະແມ່ນຢູ່ ສປປ ລາວ ຂອງພວກເຮົາ. ສະນັ້ນໃນໄລຍະສັງຄົມມີການຂະຫຍາຍຕົວ ແລະ ພັດທະນາຢ່າງໄວວານີ້,​ ຄວາມຕ້ອງການຊົມໃຊ້ນໍ້າມັນເຊື້ອໄຟພາຍໃນນັບມື້ນັບສູງຂຶ້ນ, ຊຶ່ງມັນສະແດງອອກໃນການໃຊ້ຈ່າຍສິນຄ້າ ແລະ ຄ່າບໍລິການຕ່າງໆ ລວມທັງຍານພາຫະນະທີ່ເພີ່ມຂຶ້ນນັ້ນ ສົ່ງຜົນໃຫ້ການຊົມໃຊ້ນໍ້າມັນນັບມື້ນັບຫຼາຍຂຶ້ນເຊັ່ນກັນ, ໂດຍສະເພາະແມ່ນຂະແໜງບໍລິການຂົນສົ່ງໂດຍສານ ແລະ ຂົນ ສົ່ງສິນຄ້າຕ່າງໆ ເພາະສິ່ງເຫຼົ່ານີ້ມັນໄດ້ປະກອບເຂົ້າຢູ່ໃນໂຄງປະກອບລາຄາຕົ້ນທຶນການຜະລິດຂອງສິນຄ້າຫຼາຍຊະນິດທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ. ຈາກປັດໃຈດັ່ງກ່າວ ຜູ້ປະ ກອບການທີ່ຖືນໍ້າມັນເຊື້ອໄຟເປັນປັດໃຈຫຼັກຄວນໄດ້ຄຳນຶງເຖິງຕົ້ນທຶນໃນການຜະລິດໃຫ້ຫຼາຍຂຶ້ນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ທັງເຮັດໃຫ້ຜູ້ຊົມໃຊ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບດ້ວຍລາຄາທີ່ສົມເຫດສົມຜົນ.

ປະຈຸບັນລາຄາສິນຄ້າປະເພດ ເຂົ້າ, ຊີ້ນ, ປາ ແລະ ສິນຄ້າອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ອັນເນື່ອງມາຈາກຫຼາຍສາເຫດ ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າເປັນຕົ້ນແມ່ນ: ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນຜູ້ຊຶ່ງມີລາຍຮັບໜ້ອຍ. ນຶ່ງໃນສາເຫດຫຼັກກໍແມ່ນຕົ້ນທຶນການຜະລິດທີ່ມີຄ່າຂົນສົ່ງປະກອບເຂົ້າຢູ່ໃນໂຄງປະກອບລາຄາຂອງສິນຄ້າຫຼາຍໆຊະນິດໂດຍສະເພາະແມ່ນຜູ້ປະ ກອບການທີ່ຖືນໍ້າມັນເຊື້ອໄຟເປັນປັດໃຈຫຼັກ, ເຖິງວ່າລາຄານໍ້າມັນເຊື້ອໄຟຈະຫຼຸດລົງຫຼາຍແລ້ວແຕ່ບາງຊະນິດສິນຄ້າແລະ ການບໍລິການບໍ່ປັບລາຄາລົງຕາມກະແສຫຼຸດລົງຂອງນໍ້າມັນເຊື້ອໄຟ ຊຶ່ງເປັນສາເຫດໜຶ່ງທີ່ກົດໜ່ວງການຂະ ຫຍາຍຕົວຂອງເສດຖະກິດ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາຂະແໜງການທີ່ມີລາຍການສິນຄ້າ ແລະ ບໍລິການຄວບຄຸມລາຄາ ທີ່ຂຶ້ນກັບຂະແໜງການຕົນ ຈົ່ງເປັນເຈົ້າການໃນການຕິດຕາມກວດກາພ້ອມທັງພິຈາລະນາປັບລາຄາສິນຄ້າເຫຼົ່ານັ້ນໃຫ້ໄປຕາມກົນໄກຕະຫຼາດ, ໂດຍມີການດັດສົມຂອງລັດກໍຄືທ່າອ່ຽງການຫຼຸດລົງຂອງນໍ້າມັນເຊື້ອໄຟໃນແຕ່ລະໄລຍະ, ພ້ອມກັນນັ້ນກໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນປະຍັດ, ໃຊ້ຈ່າຍຢ່າງມີສະຕິໂດຍສະເພາະແມ່ນໃນຊ່ວງທີ່ລາຄານໍ້າມັນຫຼຸດລົງ. ຈາກທັງໝົດທີ່ກ່າວມາຂ້າງເທິງນັ້ນ ກໍແມ່ນສ່ວນໜຶ່ງທີ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລຕາມທິດຂອງກອງປະຊຸມໃຫ່ຍຄັ້ງທີ IX ຂອງສູນກາງພັກວາງອອກ.

 

ພະແນກຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ກົມການຄ້າພາຍໃນ

beef

2ebf227634439155bc6cf8c332e74be4