ເຜີຍແຜ່ການເຈລະຈາຮອບໂດຮາ ພາຍໃຕ້ຂອບຂອງອົງການໆຄ້າໂລກ

DSC09525

 

ກອງ​ປະຊຸມ ​ເຜີ​ຍ​ແຜ່​ກ່ຽວ​ກັບ​ການ​ພັດທະນາ​ການ​ເຈລະຈາ​ໃນ​ຮອບ​ໂດ​ຮາ (DOHA) ພາຍ​ໃຕ້​ຂອບ​ຂອງ​ອົງການໆ​ຄ້າ​ໂລກ ຫຼື WTO, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມັງກອນ​ຜ່ານ​ມາ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ກະຊວງ ອຄ, ​ໂດຍ​ມີ ທ່ານ ນາງ ກິ່ງ​ສະ​ດອນ ​ເພັດ​ດາວ​ເຮືອງ ຫົວໜ້າ​ພະ​ແນ​ກກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ທ່ານ ພົມມາ ອິນ​ທະ​ນາມ ຫົວໜ້າ​ພະ​ແນ​ກກົມ​ການ​ຄ້າ​ພາຍ​ໃນ, ທ່ານ ມີ​ໄຊ ດວງ​ພະ​ຈັກ ຫົວໜ້າ​ພະ​ແນ​ກກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ມີ​ບັນດາ​ພະນັກງານ​ພາຍ​ໃນ​ຂອງ​ກະຊວງ ມາ​ຈາກ​ກົມ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ ​ເພື່ອ​ເຜີຍ​ແຜ່​ໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງພາຍ​ໃນ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ​ແລະ ກົມ​ກອງ​ອ້ອມ​ຂ້າງ​ກະຊວງ ອຄ ​ໄດ້​ຮູ້​ເຂົ້າ​​ໃຈ​ກ່ຽວ​ກັບ​ຄວາມ​ເປັນ​ມາ ຂອງ​ກອງ​ປະຊຸມ​ໂດ​ຮາ​ ​ໃນ​ແຕ່ລະ​ຮອບ​ການ​ເຈລະຈາ ລວມທັງ​ຮອບ​ໂດ​ຮາ​ສຸດ​ທ້າຍ​ຂອງ​ເດືອນ​ທັນວາ 2013.

​ໃນ​ໂອກາດ​ດັ່ງກ່າວ ທ່ານ ດຣ​. ລາວ​​ເຮີ ​ເຈີ​ຈິງ ​ໄດ້​ສະ​ເໜີ​ຫຍໍ້​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ເຈລະຈາ​ກ່ອນ​ຮອບ​ໂດ​ຮາ ​ໃນ​ຂອບ​ອົງການໆ​ຄ້າ​ໂລກ ​ໄດ້​ດຳ​ເນີນ​ມາ​ແລ້ວ 8 ຄັ້ງ, ກ່ອນ​ຈະ​ມີ​ການ​ເຈລະຈາ​ຂອງ​ຮອບ​ໂດຮາ. ​ໃນ​ປັດຈຸບັນ ​ເຊິ່ງຄັ້ງ​ທຳ​ອິດ​ແມ່ນ​ເຈລະຈາ​ກັນ​ໃນ​ເດືອນ​ເມສາ ປີ 1947, ທີ່​ນະຄອນຫຼວງ​ເຈ​ນີວາ ປະ​ເທດ​ສະ​ວິດ, ຮອບ​ທີ 2 ຈັດ​ຂຶ້ນ​ໃນ​ເດືອນ​ເມສາ ປີ 1949 ທີ່​ເມືອງ​ອານ​ຊີ ປະ​ເທດ​ຝຣັ່ງ, ຮອບ​ທີ 3 ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ ປີ 1950 ທີ່​ເມືອງ Torquay ປະ​ເທດ​ອົດ​ສະຕຣາລີ, ຮອບ​ທີ 4 ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ ປີ 1956 ທີ່​ນະຄອນຫຼວງ​ເຈ​ນີວາ ປະ​ເທດ​ສະ​ວິດ, ຮອບ​ທີ 5 (Dillon Round) ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ ປີ 1960, ຮອບ​ທີ 6 (Kennedy Round) ​ແມ່ນ​ຈັດ​ຂຶ້ນ​ໃນ​ເດືອນ​ພຶ​ດສະພາ ປີ 1964, ຮອບ​ທີ 7 (Tokyo Round) ຈັດ​ຂຶ້ນ​​ໃນ​ເດືອນ​ພະຈິກ ປີ 1973 ​ແລະ ຮອບ​ທີ 8 (Uruguay Round) ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ ປີ 1986.

​ໃນ​ການ​ເຈລະຈາ​ຄັ້ງ​ທີ 8 ​ເປັນ​ການ​ເຈລະຈາ​ຮອບ​ອູຣູກວາ​ຍ ​ເຊິ່ງ​ເປ​ັນຮອບ​ການ​ເຈລະຈາ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ກວ່າ​ທຸດໆ​ຮອບ​ທີ່​ຜ່ານ​ມາ ​ເຊິ່ງກິນ​ເວລາ​ໃນ​ການ​ເຈລະຈາ​ກັນ​ເຖິງ 7 ປີ, ​ເພາະວ່າ​ການ​ເຈລະຈາ​ມີ​ຫຼາຍໆ​ປະ​ເດັນ​ໃໝ່​ທີ່​ປະ​ເທດ​ສະມາຊິກ​ຕ້ອງ​ເຈລະຈາ​ກັນ ​ເຊັ່ນ: ການ​ຄ້າ​ບໍລິການ, ການ​ຄ້າ​ສິນຄ້າ​ກະສິກຳ, ການ​ຄ້າ​ແຜ່ນ​ແພ, ການ​ປົກ​ປ້ອງ​ຊັລສິນ​ທາງ​ປັນຍາ, ການ​ປັບປຸງ​ລະບຽບ​ດ້ານ​ການ​ຄ້າ ​ແລະ ການ​ສ້າງ​ຕັ້ງ​ອົງການ​ໆ​ຄ້າ​ໂລກ​ຂຶ້ນ ​ເພື່ອ​ປ່ຽນ​ສັນຍາ​ທົ່ວ​ໄປ ວ່າ​ດ້ວຍ​ພາສີ​ອາກອນ ​ແລະ ການ​ຄ້າ.

ການ​ເຈລະຈາ​ຮອບ​ໂດ​ຮາ ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ອົງການໆ​ຄ້າ​ໂລກ​ຄັ້ງ​ທີ IV ​ໃນ​ເດືອນ​ພະຈິກ ປີ 2011 ທີ່​ເມືອງ​ໂດ​ຮາ ປະ​ເທດ​ຈາ​ກາ​ຕາ ​ເຫັນ​ດີ​ກັນ​ໃຫ້​ດຳ​ເນີນ​ການ​ຄ້າ​ຫຼາຍ​ຝ່າຍ​ຮອບ​ໃໝ່ ​ເຊິ່ງ​ເອີ້ນວ່າ ການ​ເຈລະຈາ​ຮອບ​ໂດ​ຮາ.

ກອງ​ປະຊຸມ​ໄດ້​ກຳ​ນົດວາລະ​ໃນ​ການ​ເຈລະຈາ ​ໂດຍ​ໃສ່​ຊື່: ວາລະ​ແຫ່ງ​ການ​ພັດທະນາ​ໂດ​ຮາ (Doha Development Agenda: DDA) ການ​ຕື່ມ​ຄຳ​ວ່າ ການ​ພັດທະນາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊື່​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປົ້າ​ໝາຍ​ຂອງ​ການ​ເຈລະຈາ​ຮອບ​ນີ້​ບໍ່​ແມ່ນ​ເພື່ອ​​ເຮ​ັດ​ໃຫ້ການ​ຄ້າ​ໂລກ​ເສລີ​ຫຼາຍ​ຂຶ້ນ​ຢ່າງ​ດຽວ ​ແຕ່​ເພື່ອ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ກຳລັງ​ພັດທະນາ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ.

ຈຸດ​ຢືນ​ຂອງ ສປປ ລາວ ​ໃນ​ການ​ເຈລະຈາ​ຮອບ​ໂດຮາ ​ໃນ​ຖານະ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ລາວ ​ໃຫ້ການ​ສະໜັບສະໜູນ​ສຸດ​ຂີດ​ຕໍ່​ການ​ເຈລະຈາ​ການ​ຄ້າ​ຫຼາຍ​ຝ່າຍ​ໃນ​ຂອບ​ຂອງ​ອົງການໆ​ຄ້າ​ໂລກ ​ເພາະ ມັນ​ເປັນ​ຜົນ​ປະ​ໂຫຍດອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ຍາວ ​ເຊັ່ນ: ​ເລື່ອງ​ການ​ອຳ​ນວນ​ຄວາມສະດວກທາງດ້ານ​ການ​ຄ້າ, ການ​ໃຫ້​ສິດທິ​ພິ​ເສດ​ຕ່າງໆ​ໃຫ້​ແກ່​ປະ​ເທດ​ດ້ອຍ​ພັດທະນາ ​ແລະ ກຳລັງ​ພັດທະນາ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຂົ້າ​ເຖິງ​ຕະຫຼາດ​ທີ່​ບໍ່​ມີ​ໂຄ​ຕ້າ ​ແລະ ບໍ່​ມີ​ອັດຕາ​ພາສີ​ສຳລັບ​ປະ​ເທດ​ກຳລັງ​ພັດທະນາ.

 

[ຂ່າວ: ໜັງສືພິມ​ເສດຖະກິດ-ການ​ຄ້າ, ພາບ: ສູນ​ສະຖິຕິ ​ແລະ ຂ່າວສານ]