ມອບ-ຮັບ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງງາ
By admin On 28 Jan, 2015 At 01:07 PM | Categorized As ຂ່າວພາຍໃນ | With 0 Comments

new_office_ga

ໃນ​ຕອນ​ເຊົ້າ​​ເວລາ 10:30 ນາທີ ຂອງ​ວັນ​ທີ 27 ກັນຍາ 2015ຢູ່​ຫ້ອງ​ປະຊຸມຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ​ງາ ​ໄດ້​ຈັດ​ພິທີ​ມອບ – ຮັບ ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ​ເມືອງ​ງາ ​ໂດຍພາຍ​ໃຕ້​ເປັນ​ປະ​ທານຮ່ວມຂອງ​ທ່ານ ບຸນ​ທັນ ວັນນະ​ໄຈ ຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ແລະ ທ່ານ ວຽງ​ໄຊ ຄຳ​ພະຈັນ ຮອງ​ເລຂາ​ພັກ​ເມືອງ, ປະທານ​ກວດກາພັກ-ລັດ ​ເມືອງ​ງາ ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ທ່ານ ຍິງ 1 ທ່ານ.

ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ​ງາ ມີ​ຂະໜາດ 13,50 x 8,80 m, ມູນ​ຄ່າ​ການ​ກໍ່​ສ້າງ​ທັງ​ໝົດ 385,640,000 ກີບ ​ເຊິ​ງ​ໄດ້​ລົງມື​ກໍ່ສ້າງ​ແຕ່​ວັນ​ທີ 15/10/2013 ສຳ​ເລັດ​ວັນ​ທີ 15/02/2014 ຜູ້ຮັບ​ເໝົາ​ກໍ່ສ້າງ​ແມ່ນບໍລິສັດ ພົມມະ​ວົງ​ໄຊ​ກໍ່ສ້າງ​ຂົວ​ທາງ ​ແລະ ເຄຫາ​ສະຖານ, ​ໃນ​ວາລະ​ກອງ​ປະຊຸມບໍລິສັດ ພົມມະ​ວົງ​ໄຊ​ກໍ່ສ້າງ​ຂົວ​ທາງ ​ແລະ ເຄຫາ​ສະຖານ​ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ​ ພ້ອມ​ທັງ​ກ່າວ​ມອບ​ຫ້ອງການອຸດສາຫະກຳ ​ແລະ ການ​ຄ້າ​ເມືອງ​ງາ​ໃຫ້​ເຈົ້າ​ຂອງ​ໂຄງການ, ກ່າວ​ຮັບ​ໂດຍ​ແມ່ນ​ທ່ານວຽງ​ໄຊ ຄຳ​ພະຈັນຮອງ​ເລາ​ພັກ​ເມືອງ, ​ຈາກ​ນັ້ນພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ໄດ້​ມອບ​ຄອມ​ພິວ​ເຕີ​ຈຳນວນ 1 ຊຸດມູນ​ຄ່າ 6.500.000 ກີບ ​ໃຫ້​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອ​ງງາ ​ເພື່ອ​ປະກອບ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງງານມອບ​ໂດຍ​ທ່ານບຸນ​ທັນ​ວັນນະ​ໄຈຄະນະ​ປະຈຳ​ພັກ​ແຂວງ ຫົວ​ໜ້າພະ​ແນ​ກອຸດສາຫະກຳ ​ແລ​ະ ການ​ຄ້າ​ແຂວງ ຮັບ​ໂດຍ​ ທ່ານນາງ ​ແກ່ນ​ແກ້ວສຸດາ​ລິນຫົວໜ້າ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ​ງາ.

​ໃນ​ຕອນ​ທ້າຍທ່ານ ​ບຸນ​ທັນວັນນະ​ໄຈຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະກາ​ຄ້າ​ແຂວງ ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ການ​ມອບ​-ຮັບ ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ​ງາ​ດັ່ງກ່າວ ​ເພີນ​ໄດ້​ເນັ້ນ​ເລື່ອງ​ການ​ນຳ​ໃຊ້ ​ແລະ ການ​ປົກ​ປັກ​ຮັກສາ​ໃຫ້​ໃຊ້​ໄດ້​ຍາວ​ນານ​ຈາກ​ນັ້ນ​ເພີນ​ກໍ່​ໄດ້​ໃຫ້​ທິດ​ເຍືອງ​ທາງ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ຕໍ່ໜ້າ​ຂອງ​ວຽກ​ງານ​ອຸດສາຫະກຳ ​ແລະ ການ​ຄ້າ​​ເພື່ອ​ກຽມ​ພ້ອມ​ຈະ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ອາ​ຊຽນ​ໃນ​ມໍ່ໆ​ນີ້.

ມາ​ຮອດ​ເວລາ12:00 ​ໂມງຂອງ​ວັນ​ທີ 27/1/2015 ​ພິທີ​ມອບ-ຮັບດັ່ງກ່າວໄດ້​ປິດ​ລົງ​ຢ່າງ​ປັນ​ທາງ​ການ.

ແສງ​ທອງ ​​ໄຊ​ຍະ​ແສງ

About -