ກອງປະຊຸມລະດັບຊາດກ່ຽວກັບ ການຄຸ້ມຄອງຕ່ອງໂສ້ການສະໜອງອາຫານ
By sonsathit rasavong On 27 Jan, 2015 At 06:11 AM | Categorized As ຂ່າວພາຍໃນ | With 0 Comments

 

​ໃນ​ລະຫວ່າງ ວັນ​ທີ 08-09 ມັງກອນ 2015 ທີ່​ຜ່ານ​ມາ, ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໃນ​ນາມ​ອົງການ​ຜະລິດ​ຕະພາບ​ແຫ່ງ​ຊາດ​ລາວ ​ໄດ້​ເປີດ​ກອງ​ປະຊຸມ​ເຜີຍ​ແຜ່ ​ໃນ​ຫົວ​ຂໍ້ ການ​ຄຸ້ມ​ຄອງ​ຕ່ອງ​ໂສ້​ການ​ສະໜອງ​ອາຫານ ຂຶ້ນທີ່​ໂຮງ​ແຮງ​ລ້ານ​ຊ້າງ, ນະຄອນຫຼວງ​ວຽງ​ຈັນ

​ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມ​​ແມ່ນ ເພື່ອ​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ຮັບ​ຮູ້ ​ໃນ ສປປ ລາວ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ທຸລະ​ກິດ​ກະສິກຳ ​ແລະ ປະສິດທິພາບ​ຂອງ​ການ​ຄຸ້ມ​ຄອງ​ຕ່ອງ​ໂສ້​ການ​ສະໜອງ​ອາຫານ ​ເປັນ​ຕົ້ນ​ແມ່ນ ລະບົບ​ການ​ຄຸ້ມ​ຄອງ​ອາຫານ​ປອດ​ໄພ​ທີ່​ທັນ​ສະ​​ໄໝ ​ເຊັ້ນ: ລະບົບ​ວິ​ເຄາະ ​ແລະ ຄວບຄຸມ​ຈຸດ​ວິ​ກິດ HACCP ​ແລະ ລະບົບ​ຄຸ້ມ​ຄອງ​ອາຫານ​ປອດ​ໄພ​ຕາມ​ມາດຕະຖານ​ສາກົນ ISO 22000, ຈາກ​ນັ້ນ​ ໄດ້​ມີ​ການແລກປ່ຽນ​ປະສົບ​ການ ​ແລະ ບົດຮຽນທີ່​ໄດ້​ຮັບ​ຈາກ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຕົວ​ແບບ HACCP ຂອງ​ບັນດາ​ບໍລິສັດ​ຕົວ​ແບບ ​ແລະ ຊ່ຽວຊານ​ທີ່​ປຶກສາ​ຂອງ​ກົມ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ​ແລະ ສຸດ​ທ້າຍ​ກໍ່ໄດ້​ພິຈາລະນາ​ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ຕ່ອງ​​ໂສ້​ກາ​ນສະໜອງ​ອາຫານ​ໃນ​ຂະ​ແໜງ​ປຸງ​ແຕ່ງອາຫານ​ໃນ​ລາວ ​ແລະ ຂະ​ແໜງ​ຍ່ອຍ​ໃນ​ທຸລະ​ກິດ​ກະສິກຳ ​ໃນ​ອະນາຄົດ. ​ເຊິ່ງ ບໍລິສັດ​ຕົວ​ແບບ​ດ້ານ HACCP ທີ່​ເຂົ້າ​ຮ່ວມ​ໃນ​ໂຄງການ​ນີ້ມີ 3 ​ໂຮງງານ​ຄື: ​ໂຮງງານ​ກາ​ເຟ​ເລີ​ທຣີ​ໂອ, ​ໂຮງງານ​ປາ​ແດກ ​ແລະ ​ໂຮງງານ​ລູກ​ຊີ້ນ​ຮ່ອງ​ເຕ້.

ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ​ນີ້​ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ດ້ານ​ທຶນ​ຮອນ ​ແລະ ວິຊາ​ການ ຈາກ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ ປະ​ເທດ​ຍີ່ປຸ່ນ ​ແລະ ອົງການ​ຜະລິດ​ຕະພາບ​ແຫ່ງ​ອາຊີ. ພາຍ​ໃຕ້​ໂຄງການ​ດັ່ງກ່າວ​ນີ້, ສປປ ລາວ ​ແມ່ນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຫຼາຍ​ໂຄງການ​ໃນ​ໄລຍະ​ທີ່​ຜ່ານ​ມາ​ເຊັ່ນ: ​ໂຄງການ​ຝຶກ​ອົບຮົມ​ລະດັບ​ຊາດ ກ່ຽວ​ກັບ ວິທະຍາ​ການ​ຫຼັງ​ການ​ເກັບ​ກ່ຽວ​ສຳລັບ​ເຂົ້າ; ໂຄງການ​ສ້າງ​ບໍລິສັດ​ຕົວ​ແບບ ດ້ານ 5ສ ​ແລະ ຫຼັກການ​ການ​ຜະລິດ​ທີ່​ດີ; ​ໂຄງການຝຶກ​ອົບຮົມ​ຂັ້ນ​ພື້ນຖານ​ ສຳລັບ​ຄູ​ຝຶກ​ພາຍ​ໃນ ກ່ຽວ​ກັບ ຫຼັການ ການ​ຜະລິດ​ທີ່​ດີ ​ແລະ ຫຼັກການການ​ວິ​ເຄາະ ​ແລະ ຄວບ​ຄຸມ​ຈຸດ​ວິ​ກິດ; ​ໂຄງການ​ສ້າງບໍລິສັດ​ຕົວ​ແບບດ້ານ HACCP; ​ແລະ ການ​ສ້າງ​ປຶ້ມ​ຄູ່​ມື ການ​ວິ​ເຄາະ ​ແລະ ຄວບ​ຄຸມ​ຈຸດ​ວິ​ກິດ​ສຳລັບ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໃນ​ຂະ​ແໜງ​ອຸດສາຫະກຳ​ອາຫານ.

 

            [ສູນ​ສະຖິຕິ ​ແລະ ຂ່າວສານ]

IMG_4147

IMG_4134