ປະທານປະເທດ ລົງຊຸກຍູ້ການຜະລິດ
By admin On 16 Jan, 2015 At 12:13 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ໃນຕອນເຊົ້າວັນທີ 14 ມັງກອນ 2015 ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດ ຢູ່ເມືອງສີສັດຕະນາກ ແລະ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີທ່ານເຈົ້າຄອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ, ທ່ານເຈົ້າເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເຄື່ອນໄຫວ.

ໂອກາດຢ້ຽມຢາມເມືອງຫາດຊາຍຟອງ ທ່ານປະທານປະເທດ ແລະ ຄະນະ ໄດ້ຢ້ຽມຢາມຟາມກະສິກຳ ພັນເພັດ ການກະເສດ ແລະ ໄດ້ຮັບຟັງການ ລາຍງານຈາກທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດກະສິກຳ ຈໍາກັດ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ກ່ຽວກັບການເຄື່ອນໄຫວຂອງບໍລິສັດ ເຊິ່ງ ຈຸດປະສົງຕົ້ນຕໍແມ່ນສົ່ງເສີມການປູກເຂົ້າ ເປັນແນວພັນລຸ້ນ 3 ເຂົ້າບໍລິໂພກ ແລະ ລ້ຽງສັດເປັນສິນຄ້າ ຕອບ ສະໜອງຕະຫລາດພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄື ນະໂບຍາຍຂອງອຳນາດການປົກຄອງ ນະຄອນຫລວງວຽງຈັນ, ປະກອບສ່ວນ ເຂົ້າໃນການຜະລິດ ເພື່ອຄໍ້າ ປະກັນສະບຽງອາຫານ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ພາຍໃນເມືອງ ກໍຄື ໃນຂອບ ເຂດນະຄອນ ຫລວງວຽງຈັນ ທັງໄດ້ຊຸກຍູ້ຊາວນາ ໃນເຂດເມືອງຫາດຊາຍຟອງ ປູກເຂົ້າຕາມນະໂຍບາຍຂອງ ພັກ ແລະ ລັດ ໃນຮູບແບບ 2 ບວກ 3 ເຊິ່ງເຫັນໄດ້ວ່າ ໄດ້ຜົນສຳເລັດເປັນກ້າວໆມາ.

ມາຮອດລະດູນາປີ 2013-2014 ທາງບໍລິສັດ ໄດ້ຈັດຕັ້ງກຸ່ມຊາວນາເຮັດການຜະລິດກະສິກໍາ ໂດຍ ສະເພາະແມ່ນ ການປູກເຂົ້າ ດ້ວຍກົນຈັກ ສາມາດຈັດຕັ້ງປະຕິບັດໄດ້ 8 ກຸ່ມ ມີຈຳນວນຄອບຄົວທັງໝົດ 300 ຄອບຄົວ, ໄດ້ສົ່ງເສີມປະຊາຊົນປູກເຂົ້າ ໃນເນື້ອທີ່ 700 ເຮັກຕາ, ໃນນັ້ນໄດ້ນໍາໃຊ້ ກົນຈັກຄົບຊຸດ 280 ເຮັກຕາ. ສ່ວນ 420 ເຮັກຕາ ແມ່ນໄດ້ຕອບສະໜອງທາງດ້ານປັດໃຈການຜະລິດ ເປັນຕົ້ນແມ່ນ: ການກຽມດິນ ເມັດພັນ, ຝຸ່ນຊີວະພາບ ແລະ ຝຸ່ນເຄມີ. ໄດ້ຊຸກຍູ້ ແລະ ສົ່ງເສີມປະຊາຊົນ ໂດຍນຳໃຊ້ນະໂຍບາຍ ຮູບແບບ ເດີມ 2 ບວກ 3 ແລະ ນໍາໃຊ້ກົນຈັກທັນສະໄໝເຂົ້າໃນການຜະລິດ ແບບຄົບວົງຈອນ ເຊິ່ງມີເຄື່ອງຈັກຕົກກ້າ 1 ເຄື່ອງ, ລົດໄຖຕຽມດິນ 5 ຄັນ, ເຄື່ອງປັກດໍາ, ເຄື່ອງເກັບກ່ຽວຜົນຜະລິດ, ເຄື່ອງຈັກອັກເຟືອງ ແລະ ລາຕາກ ໂດຍການນຳໃຊ້ແຮງງານຄົນເຂົ້າມາຊ່ວຍ ພຽງ 10% ແລະ ປະຊາຊົນແມ່ນສາມາດມີຜົນກຳໄລ ບໍ່ຫລຸດ 30%.

ໂອກາດດຽວກັນນີ້ ທ່ານປະທານປະເທດ ແລະ ຄະນະ ຍັງໄດ້ລົງຢ້ຽມຢາມໂຮງງານຜະລິດປາແດກ ທີ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ ແລະ ຟາມກາບຊ້ອນ ພັດທະນາການກະເສດ ຄົບວົງຈອນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ອີກດ້ວຍ.

ແຫລ່ງຈາກ: ຂ່າວສານປະເທດລາວ

About -