ກຽມວາງສະແດງຜົນສຳເລັດການພັດທະນາ ເສດຖະກິດ-ສັງຄົມ
By admin On 16 Jan, 2015 At 12:09 PM | Categorized As ຂ່າວພາຍໃນ | With 0 Comments

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກະກຽມການວາງສະແດງຜົນສຳເລັດການພັດທະນາເສດຖະ ກິດ-ສັງຄົມ ແລະ ສິນຄ້າ ທີ່ເປັນຜະລິດຕະພັນ, ສີໄມ້ລາຍມື ຂອງຄົນລາວ ໃນໂອກາດສະເຫລີມສະຫລອງ ສອງວັນ ປະຫວັດສາດ ຂອງຊາດ.

ກອງປະຊຸມປຶກສາຫາລືການກະກຽມວາງສະແດງຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສິນຄ້າ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2015 ເພື່ອກະກຽມສະເຫລີມສະຫລອງສອງວັນປະຫວັດສາດ ໃນປີ 2015 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໂດຍ ການເປັນປະທານຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

   ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຈັດງານວາງສະແດງຜົນສຳເລັດ ການພັດທະນາ ເສດຖະກິດ-ສັງຄົມ ແລະ ສິນຄ້າ ເພື່ອກຽມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ເຊິ່ງຈະໄດ້ຈັດຂຶ້ນໃນກາງເດືອນມີນາ 2015 ແລະ 40 ປີ ແຫ່ງການສະຖາປະນາ ສປປ ລາວ ເຊິ່ງ ຈະຈັດຂຶ້ນໃນຕົ້ນ ເດືອນທັນວາ 2015 ແລະ ພ້ອມກັນປຶກສາຫາລືກ່ຽວກັບວິທີການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອເຮັດໃຫ້ງົບ ປະມານທີ່ຈະມາຮອງຮັບຫລຸດລົງຄື: ພິທີເປີດງານ, ວຽກໂຄສະນາ ແລະ ອື່ນໆ, ພິຈາລະນາຮັບ ຮອງເອົາແຜນການໃຊ້ຈ່າຍ ເພື່ອສະເໜີຂໍນຳລັດຖະບານ ແລະ ຫາລືກ່ຽວກັບ ການປະກອບສ່ວນ ຂອງບັນດາຂະ ແໜງການ ໃນການນຳສະເໜີ ຜົນສຳເລັດທາງດ້ານສັງຄົມ ແລະ ສິນຄ້າ.

About -