ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ
By sonsathit rasavong On 12 Jan, 2015 At 02:47 PM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

 IMG_3627

 

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ໜ່ວຍ​ພັກ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ 2015 ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ນາງ ບານ​ສະຕິ ​ເທບ​ພະ​ວົງ ຄະນະ​ພັກ​ກະຊວງ, ​ເລຂາ​ໜ່ວຍພັກ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ທ່ານ ​ເຂັມ​ເດັດ ສີ​ຫາ​ວົງ ຮອງ​ເລຂາ​ໜ່ວຍ​ພັກ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ພ້ອມ​ດ້ວຍ​ສະມາຊິກ​ພັກ ​ແລະ ພາກ​ສ່ວນກ່ຽວ​ຂ້ອງ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ.

ທ່ານ ນາງ ບານ​ສະຕິ ​ເທບ​ພະ​ວົງ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ໄດ້​ຜ່ານ​ຮ່າງ​ລາຍ​ງານ​ການ​ເມືອງ ​ເພື່ອ​ຕີ​ລາຄາ​ຜົນ​ການ​ຊີ້​ນຳໆ​ພາຂອງ​ໜ່ວຍ​ພັກ​ໃນ​ເກືອບ 3 ປີຜ່ານ​ມາ ນັບ​ແຕ່​ການ​ສ້າງ​ຕັ້ງ​ໜ່ວຍ​ພັກ ກໍ່​ຄື​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ເປັນ​ຕົ້ນ​ມາ ​ແລະ ຈະ​ໄດ້​ວາງ​ທິດ​ທາງ​ໜ້າ​ທີ່ ​ແລະ ຄາດໝາຍ​ສູ້​ຊົນ​​ແຫ່ງ​ການ​ນຳພາ​ຂອງ​ໜ່ວຍ​ພັກ​ໃນ​ອີກ 3 ປີຕໍ່ໜ້າ ພ້ອມ​ນັ້ນ​ກໍ່​ຈະ​ໄດ້​ມີ​ການ​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ​ແລະ ​ເລືອກ​ເອົາ​ຜູ້​ແທນ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຄັ້ງ​ທີ IV.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ: ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ເຫດການ​ສຳຄັນ​ທາງ​ການ​ເມືອງ​ຂອງ​ໜ່ວຍ​ພັກ​ກົມການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ແນ​ໃສ່​ປັບປຸງ​ພັກ ​ແລະ ສ້າງ​ຮາກ​ຖານ​ຂອງ​ພັກ​ໃຫ້​ໜັກ​ແໜ້ນ, ​ເຂັ້ມ​ແຂງ, ປອດ​ໃສ ​ແລະ ມີ​ຄວາ​ມສາມາດ​ນຳພາ​ວຽກ​ງານ​ໃນ​ໄລຍະ​ໃໝ່. ​ໃນ​ໄລຍະ​ເກືອບ 3 ປີຜ່ານ​ມາ ຄະນະ​ໜ່ວຍ​ພັກ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ແມ່ນ​ໜ່ວຍ​ພັກ​ໜຶ່ງ​ທີ່​ເປັນ​ແບບຢ່າງ​ໃນ​ການ​ນຳພາ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຕາມ​ທີ່​ຄະນະ​ພັກ​ກະຊວງ​ມອບ​ໝາຍ​ໃຫ້ ​ໂດຍ​ການ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ ​ແລະ ຄະນະ​ນຳ​ກະຊວງ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ, ມະຕິ, ຄຳ​ສັ່ງ ຂອງ​ພັກ ​ແລະ ລັດຖະບານ ​ເປັນ​ນິຕິ​ກຳ ​ເຊັ່ນ​ຂໍ້​ກຳນົດ​ກົດ​ລະບຽບ ​ແລະ ຄຳ​ແນະນຳ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ໃຫ້​ທັງ​ພາກ​ທຸລະ​ກິດ​ໄດ້​ເປັນ​ຢ່າງ​ດີ, ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ມີ​ຄວາມ​ສະດວກ​ວ່ອງ​ໄວ ​ແລະ ​ໂປ່​ງ​ໃສ ສົ່ງ​ຜົນ​ໃຫ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ ຈາກ​ພາກ​ລັດ ​ແລະ ທຸລະ​ກິດ ລວງ​ທັງ​ສາກົນ. ອັນ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ໝົດ ກໍ່​ແມ່ນ​ການ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ ສປປ ລາວ ຈົນ​ບາງ​ປະ​ເທດ​ໄດ້​ນຳ​ໄປ​ເປັນ​ຕົວຢ່າງ ​ແລະ ມາ​ຖອດ​ຖອນ​ບົດ​ຮຽນ​ນຳ ສປປ ລາວ, ນອກ​ນີ້​ການ​ຜັນ​ຂະຫຍາຍ​ທິດ 3 ສ້າງ​ຂອງ​ຂັ້ນ​ເທິງ ກໍ​ເຫັນ​ວ່າໜ່ວຍ​ພັກ​ຂອງກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ກໍ່​ສາມາດ​ປະຕິບັດ​ໄດ້​ດີ ​ໂດຍ​ໄດ້​ມີ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ໜ້າ​ວຽກ​ຢ່າງ​ຊັດ​ເຈນ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​.

ທ່ານ ນາງ ​ເຂັມມະນີ ຍັງ​ເນັ້ນ​ຕື່ມ​ບາງ​ຈຸດ​ໃຫ້​ໜ່ວຍ​ພັກ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ກໍ່​ຄື ​​​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ​ໜ່ວຍ​ໃຫ້​ເປັນ​ຈິງ​ເທື່ອລະ​ກ້າວ, ​ເອົາ​ໃຈ​ໃສ່ ກໍ່ສ້າງ​ສະມາຊິກ​ພັກ ​ແລະ ພະນັກງານ ຢ່າງ​ມີ​ແບບ​ແຜນ​ວິທະຍາສາດ ​ແລະ ​ເປັນ​ລະບົບ, ​ແລະ ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ ມາ​ເປັນ ນິຕິ​ກຳ ​ໂຄງການ ​ແລະ ​ແຜນ​ງານ ​ເຊິ່ງສິ່ງ​ນີ້​ແມ່ນ​ຫຼັກການ​ສຳຄັນ ທີ່​ຈະ​ຮັບປະກັນ​ການ​ປະຕິບັດ​ໄດ້ ໜ້າ​ທີ່​ກາ​ນ​ເມືອງ ​ແລະ ​ເສດຖະກິດ​ກໍ​ຄື ວິຊາ​ສະ​ເພາະ ທີ່​ເປັນ​ບົດບາດ​ຂອງ​ໜ່ວຍ​ພັກ ກໍ​ຄື ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ.

 

[ສູນ​ສະຖິຕິ ​ແລະ ຂ່າວສານ]