ກອງປະຊຸມເປີດກວ້າງຂັ້ນກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບການປຶກສາຫາລື ແລະ ປັບປຸງຮ່າງກົດໝາຍ ວ່າດ້ວຍການແຂ່ງຂັນການຄ້າໃນ
By admin On 8 Jan, 2015 At 08:24 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_6531

ໃນວັນທີ 29 ທັນວາ 2014 ຜ່ານມານີ້, ຢູ່ທີ່ ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກວ້າງຂັ້ນກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປຶກສາຫາລື ແລະ ປັບປຸງຮ່າງ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ຂອງ ສປປ ລາວ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນໍາວຽກງານກົມການຄ້າພາຍໃນ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີ ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນ ທັງເປັນຫົວໜ້າຄະນະສ້າງຮ່າງກົດໝາຍດັ່ງກ່າວ, ມີບັນດາ ທ່ານຫົວໜ້າກົມ,ຮອງກົມ ແລະ ຜູ້ຕາງໜ້າຈາກກົມຕ່າງໆ ອ້ອມຂ້າງກະຊວງ ອຄ, ທ່ານ Frank Tibitanzl CPL II Principal Advisor ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງເປັນຄະນະຮັບຜິດຊອບການສ້າງຮ່າງກົດໝາຍ ເຂົ້າຮ່ວມ ຈໍານວນ: 40 ທ່ານ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ຈາກອົງການ GIZ ລັດຖະບານ ເຢຍລະມັນ ໃນລະດັບພາກພື້ນ.

ກອງປະຊຸມໃນຄັ້ງນີ້ແມ່ນໄຂຂຶ້ນພາຍຫຼັງທີ່ໄດ້ສໍາເລັດການໄປທາບທາມລະດົມຄວາມຄິດເຫັນຈາກພາກສ່ວນຕ່າງໆຢູ່ຂັ້ນທ້ອງຖີ່ນ ໃນຂອບເຂດທົ່ວປະເທດ. ໃນກອງປະຊຸມ ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດພິທີພ້ອມທັງມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ເໜັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄ້ວາປະກອບຄໍາຄິດຄໍາເຫັນຕໍ່ຮ່າງກົດໝາຍດັ່ງກ່າວໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມຂຶ້ນຕື່ມ ພ້ອມທັງສອດຄ່ອງກັບສະພາບຄວາມເປັນຈິງຂອງບ້ານເຮົາ ທັງສາມາດເຊື່ອມໂຍງກັບສາກົນ ແລະ ພາກພື້ນໄດ້. ຈາກນັ້ນ ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດການສ້າງຮ່າງກົດໝາຍດັ່ງກ່າວໃນໄລຍະຜ່ານມາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເປັນການປຶກສາຫາລື ແລະ ປະກອບຄຳຄິດຄໍາເຫັນຂອງບັນດາຜູ້ຕາງໜ້າຈາກກົມຕ່າງໆອ້ອມຂ້າງກະຊວງ ອຸດສາຫະກໍາ ແລະ ການຄ້າ ເພື່ອເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວ ກ່ອນຈະນໍາສະເໜີຕໍ່ກະຊວງຍຸຕິທໍາ. ພາຍຫຼັງສໍາເລັດກອງປະຊຸມໃນຄັ້ງນີ້ແລ້ວຄະນະຮັບຜິດຊອບການສ້າງຮ່າງກົດໝາຍຈະໄດ້ປັບປຸງຄືນຕາມການປະກອບຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຫຼັງຈາກນັ້ນແມ່ນຈະໄດ້ນໍາສົ່ງຮ່າງກົດໝາຍດັ່ງກ່າວເຖິງກະຊວງຍຸຕິທໍາ ຕາມແຜນການແມ່ນເດືອນມັງກອນ 2015 ເພື່ອກວດກາ ແລະ ຮັບຮອງດ້ານເນື້ອໃນ, ຈາກນັ້ນເອົາເຂົ້າຜ່ານກອງປະຊຸມປະຈໍາປີຂອງລັດຖະບານ ໃນເດືອນ ມີນາ 2015 ແລະ ເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ໃນກາງປີ 2015. ເພາະຕາມແຜນແມ່ບົດການສ້າງເປັນປະຊາຄົມເສດຖະກິດອາຊຽນ ທຸກປະເທດສະມາຊິກ ຕ້ອງໄດ້ນໍາສະເໜີນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ຂອງຕົນ ໃນປີ 2015.

About -