ເປີດງານວາງສະແດງຜະລິດຕະພັນເຟີນີເຈີລາວເສີມສ້າງການແລກປ່ຽນບົດຮຽນ ແລະ ຂະຫຍາຍຕະຫຼາດ
By admin On 6 Jan, 2015 At 01:46 PM | Categorized As ຂ່າວພາຍໃນ | With 0 Comments

 

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ ໃຫ້ກຽດລັ່ນຄ້ອງ​ໄຊ 9 ບາດ ເປີດງານວາງສະແດງຜະລິດຕະພັນເຟີນີເຈີລາວ ຄັ້ງທໍາອິດຢ່າງເປັນທາງການ ໃນຕອນບ່າຍວັນທີ 5 ມັງກອນ ທີ່ສູນການຄ້າລາວ-ໄອເຕັກ. ສະມາຄົມເຟີນີເຈີລາວຫວັງງານຄັ້ງນີ້ຈະຊ່ວຍເສີມສ້າງການແລກປ່ຽນບົດຮຽນການນໍາໃຊ້ເຄື່ອງມືທີ່ທັນສະໃໝ ຂະຫຍາຍຕະຫຼາດໃຫ້ກ້ວາງອອກຮອງຮັບ ເອອີຊີ ທ້າຍປີນີ້.

ງານວາງສະແດງຜະລິດຕະພັນເຟີນີເຈີລາວ ຄັ້ງທີ 1 ມີຫົວໜ່ວຍເຟີນີເຈີທີ່ຜະລິດຈາກໄມ້, ຫວາຍ, ໄມ້ປ່ອງ ແລະ ເຄື່ອງແກະສະຫຼັກໄມ້ ລວມທັງໝົດ 249 ຫ້ອງວາງສະແດງ. ໃນນັ້ນ, ຈາກຕ່າງແຂວງຈໍານວນ 24 ຫ້ອງ ແລະ ພາຍໃນນະຄອນຫຼວງວຽງຈັນ  225 ຫ້ອງ ມີມູນຄ່າຜະລິດຕະພັນເຂົ້າວາງສະແດງທັງໝົດ 25 ຕື້ກີບ.

ທ່ານ ຄໍາໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ກ່າວວ່າ: ການຈັດງານຄັ້ງນີ້ເປັນການເຕົ້າໂຮມບັນດາຜະລິດຕະພັນເຟີນີເຈີ ທີ່ເປັນຫົວຄິດປະດິດສ້າງຂອງຄົນລາວເຮົາ ເພື່ອໂຄສະນາຈໍາໜາຍຕໍ່ຊາວລາວ ແລະ ຊາວຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມພ້ອມຂອງຜະລິດຕະພັນເຟີນີເຈີລາວ ໃນການແຂງຂັນກັບພາກພື້ນ ແລະ ສາກົນ ພ້ອມທັງດຶງດູດການລົງທຶນ ສົ່ງເສີມໃຫ້ຜູ້ປະກອບການໄດ້ມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນະນໍາບົດຮຽນດັ່ງກ່າວໄປປັບໃຊ້ເຂົ້າໃນການຜະລິດ ການບໍລິການ ຂອງເຂົາເຈົ້າໃຫ້ເກີດດອກອອກຜົນທັງປະລິມານ ແລະ ຄຸນນະພາບ.

ທ່ານ ກອງ​ມາລາ ພົມມາ​ໄລ ຮອງ​ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ ກ່າວ​ວ່າ: ການ​ຈັດ​ງານ ​ເພື່ອ​ເປັນ​ການຈັດ​ຕັ້ງ​ປະຕິບັດ ຜັນ​ຂະຫຍາຍ​ເນື້ອ​​ໃນ​ຈິດ​ໃຈ​ຂອງ​ແຜນ​ນະ​ໂຍບາຍ​ທາງ​ດ້ານ​​ເສດຖະກິດ, ການ​ອະນຸລັກ​ຮັກສາ​ປ່າ​​ໄມ້​ ນຳ​ໃຊ້​ເຕັກໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຜະລິດ​ຕະພັນ​ໄມ້​ລາວ​ໃຫ້​ກາຍ​ເປັນ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ ຫັນ​ມາ​ໃຊ້​ໄມ້​ປູກ​ທົດ​ແທນ​​ໄມ້​ທຳ​ມະ​ຊາດ, ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ສະມາຄົມ​ເຟີ​ນີ​ເຈີ​ລາວ ​ແລະ ກວ້າງ​ໄປ​ເລື້ອຍໆ.

ທ່າ​ນກ່າວ​ຕື່ມ​ອີກ​ວ່າ: ສະມາຄົມ​ເຟີ​ນີ​ເຈີ​ລາວ (ສຟລ) ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ປີ 2003 ຜ່ານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ຫຼາຍ​ສົມຄວນ ​ໄດ້​ສ້າງ​ຊື່​ສຽງ​ທັງ​ພາຍ​ໃນ ​ແລະ ພາກ​ພື້ນ ​ແລະ ສາ​ກົນ. ງານ​ວາງສະ​ແດງ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ລາວ​ຄັ້ງ​ທີ 1 ປະຈຳ​ປີ 2015 ຈະ​ໄດ້​ຈັດ​ຂຶ້ນ​ນັບ​ແຕ່​ວັນ​ທີ 5-11 ມັງກອນ 2015 ​ເຊິ່ງ ສຟລ ມີ​ແຜນ​ຈັດ​ງານ​ວາງສະ​ແດງ​​ເຟີ​ນີ​ເຈີ​ລາວ​ຂຶ້ນ 1 ຄັ້ງ​ໃນ​ທຸກໆ​ປີ ​ແລະ ປີ​ນີ້​ເປັນ​ປີ​ທຳ​ອິດ. ພາຍ​ໃນ​ງານ​ຍັງ​ມີ​ການສະ​ແດງ​ກິດຈະກຳ​ການ​ແກະສະຫຼັກ​ໄມ້​ເສດ​ເຫຼືອ, ກິດຈະກຳ​ການ​ປະກອບ​ເຄື່ອງ​ເຟີ​ນີ​ເຈີ, ກິດຈະກຳ​ການ​ຈົກ​ສະຫຼາກ​ແຈກ​ໂຊກ ​ແລະ ຫຼິ້ນ​ເກ​ມຊີງ​ລາງວັນ​ອື່ນໆ.

ງານ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ ວັນ​ທີ 05 ມັງກອນຜ່າ​ນມາ ທີ່​ສູນ​ການ​ຄ້າ ລາວ-​​ໄອ​ເຕັກ ​ໂດຍ​ການ​ເຂົ້າ​ຮ່ວມ​ເປີດ​ງານ​ຂອງ ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ການ​ຜະລິດ ​ແລະ ຈໍລະ​ຈອນ, ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານ ນາງ​ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ. ນອກ​ນັ້ນ, ກໍ່​ມີ​ປະທານ​ສະພາ​ການ​ຄ້າ​ ແລະ ອຸດສາຫະກຳແຫ່ງ​ຊາດ​ລາວ, ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ, ຫົວໜ່ວຍ​ທຸລະ​ກິດ​ແຂກ​ທັງ​ພາກລັດ ​ແລະ ​ເອກະ​ຊົນ​ເຂົ້າ​ຮ່ວມ​ຢ່າງ​ຟົດ​ຟື້ນ.

 

[ພາບ ​ແລະ ຂ່າວ ຈາກ​ໜັງສືພິມ​ເສດຖະກິດ-​ການ​ຄ້າ]

About -