ທ່ານເລຂາຄະນະພັກກະຊວງ ອຄ ເນັ້ນຄະນະໜ່ວຍພັກກົມແຜນການ ເອົາໃຈໃສ່ຫຼາຍບັນຫາ
By sonsathit rasavong On 26 Dec, 2014 At 09:58 AM | Categorized As ຂ່າວສຳຄັນ | With 0 Comments

 

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I ຂອງ​ໜ່ວຍ​ພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 24 ທັນວາ 2014 ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ​ ນາງ ​ເຂັມມະນີ ພົນ​​ເສນາ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສີ​ລິ​ສຳພັນ ວໍຣະຈິດ ຄະນະ​ພັກ​ກະຊວງ, ​ເລຂາ​ໜ່ວຍພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ທ່ານ ບົວ​ຈັນ ບຸນ​ວົງ​ໄຊ ຮອງ​ເລຂາ​ໜ່ວຍ​ພັກ​ກົມ​ແຜນການ​ ​ແລະ ການ​ຮ່ວມ​ມື, ພ້ອມ​ດ້ວຍ​ສະມາຊິກ​ພັກ ​ແລະ ພາກ​ສ່ວນກ່ຽວ​ຂ້ອງ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ.

ທ່ານ ສີ​ລິ​ສຳພັນ ວໍຣະຈິດ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ໄດ້​ຜ່ານ​ຮ່າງ​ລາຍ​ງານ​ການ​ເມືອງ ​ເພື່ອ​ຕີ​ລາຄາ​ຜົນ​ການ​ຊີ້​ນຳໆ​ພາຂອງ​ໜ່ວຍ​ພັກ​ໃນ​ເກືອບ 3 ປີຜ່ານ​ມາ ນັບ​ແຕ່​ການ​ສ້າງ​ຕັ້ງ​ໜ່ວຍ​ພັກ ກໍ່​ຄື​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ເປັນ​ຕົ້ນ​ມາ ​ແລະ ຈະ​ໄດ້​ວາງ​ທິດ​ທາງ​ໜ້າ​ທີ່ ​ແລະ ຄາດໝາຍ​ສູ້​ຊົນ​​ແຫ່ງ​ການ​ນຳພາ​ຂອງ​ໜ່ວຍ​ພັກ​ໃນ​ອີກ 3 ປີຕໍ່ໜ້າ ພ້ອມ​ນັ້ນ​ກໍ່​ຈະ​ໄດ້​ມີ​ການ​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ​ແລະ ​ເລືອກ​ເອົາ​ຜູ້​ແທນ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຄັ້ງ​ທີ IV.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ: ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ເຫດການ​ສຳຄັນ​ທາງ​ການ​ເມືອງ​ຂອງ​ໜ່ວຍ​ພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ແນ​ໃສ່​ປັບປຸງ​ພັກ ​ແລະ ສ້າງ​ຮາກ​ຖານ​ຂອງ​ພັກ​ໃຫ້​ໜັກ​ແໜ້ນ, ​ເຂັ້ມ​ແຂງ, ປອດ​ໃສ ​ແລະ ມີ​ຄວາ​ມສາມາດ​ນຳພາ​ວຽກ​ງານ​ໃນ​ໄລຍະ​ໃໝ່. ​ໃນ​ໄລຍະ​ເກືອບ 3 ປີຜ່ານ​ມາ ຄະນະ​ໜ່ວຍ​ພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື​ໄດ້​ມີ​ຄວາມ​ບຸກບືນ​ສູງ ​ແລະ ຕັ້ງໜ້າ​ສ້າງ​ໜ່ວຍ​ພັກ ​ແລະ ກົມ​ກອງ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສາມາດ​ເຮັດ​ຫຼ້ອນ​ໜ້າ​ທີ່​ກາ​ນ​ເມືອງ ​ແລະ ພາລະ​ບົດບາດ​ຂອງ​ຕົນ, ​ເຮັດ​ໃຫ້​ສາມາດ​ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ມະຫາ​ພາກ ຕາມ​ທິດ​ນຳ​ການ​ສ້າງ​ບາດ​ກ້າວບຸກທະລຸ​ໃນ 4 ດ້ານ ​ໂດຍ​ຕິດ​ພັນ​ກັບ​ຂະ​ບວນການ​ວຽກ​ງານ 3 ສ້າງ.

ທ່ານ ນາງ ​ເຂັມມະນີ ຍັງ​ເນັ້ນ​ຕື່ມ​ບາງ​ຈຸດ​ໃຫ້​ໜ່ວຍ​ພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ເພີ່ມ​ທະວີ​ການ​ເອົາ​ໃຈ​ໃສ່​ຮັກສາ​ມູນ​ເຊື້ອ​ຂອງ​ຕົນ ​ແລະ ສ້າງ​ໃຫ້​ໜ່ວຍ​ພັກ​ຕົນ​ກາຍ​ເປັນ​ໜ່ວຍ​ພັກ​ເຂັ້ມ​ແຂງ ​ແລະ ຮູ້​ນຳພາ​ຮອບ​ດ້ານ​ໃນ​ແຕ່ລະ​ປີຕິ​ດຕໍ່​ກັນ ຕາມ​ທີ່​ໄດ້​ລະບຸ​ໃນ​ມະຕິ​ກ​ອງປະຊຸມ​ໃຫຍ່​ຄັ້ງ​ນີ້ ພ້ອມ​ນີ້​ໃຫ້​ເອົາ​ໃຈ​ໃສ່ 5 ຫຼັກການ ​ແລະ 3 ທິດ​ນຳ ​ໃນ​ການ​ກໍ່ສ້າງ​ພັກ. ​ໃນ​ນັ້ນ, ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຫຼັກການ​ລວມສູນ​ປະຊາທິປະ​​ໄຕ ​ແລະ ຫຼັກການ​ຕຳ​ນິຕົນ​ເອງ ​ແລະ ຕຳນິ​ເຊິ່ງກັນ ​ແລະ ກັນ​ເພື່ອ​ພ້ອມ​ກັນ​ກ່າວ​ໜ້າ.

 IMG_6600

IMG_6491

IMG_6519IMG_6497

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

[ພາບ: ສູນ​ສະຖິຕິ ​ແລະ ຂ່າວສານ]