ກອງປະຊຸມ ຄະນະຊີ້ນຳໂຄງການສົ່ງເສີມ ການທ່ອງທ່ຽວແບບຍືນຍົງ, ການຜະລິດສະອາດ ແລະ ຄວາມສາມາດ ໃນການສົ່ງອອກຂອງ ສປປ ລາວ ໄລຍະທີ 2
By sonsathit rasavong On 18 Dec, 2014 At 02:06 PM | Categorized As ຂ່າວສຳຄັນ | With 0 Comments

 

​ໃນ​ຕອນ​ເຊົ້າ ຂອງ​ວັນ​ທີ 10 ທັນວາ 2014, ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຈັດ “​ກອງ​ປະຊຸມ ຄະນະຊີ້​ນຳ​ໂຄງການ​ສົ່ງ​ເສີມ ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ,​ ການ​ຜະລິດ​ສະອາດ ​ແລະ ຄວາມ​ສາມາດ​ໃນ​ການ​ສົ່ງອອກຂອງ ສປປ ລາວ ​ໄລຍະ​ທີ 2” ຂຶ້ນ​ທີ່ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງຫຼວງ​ພະ​ບາງ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ລະຫວ່າງ ທ່ານ ພັນ ວິ​ໄລ​ສົມ ຫົວໜ້າ​ກົມ ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ແລະ ທ່ານ ສົມພົງ ປຣະດິຈິດ ຫົວໜ້າ​ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ​ຫຼວງ​ພະ​ບາງ, ທັງ​ເປັນ​ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຮ່ວມ​ມືລະຫວ່າງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກັບ ກຸ່ມ​ອົງການ​ສະຫະ​ປະຊາ​ຊາດ, ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ ຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ແລະ ຊ່ຽວຊານ​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.

​ໃນ​ທີ່​ປະຊຸມ​ ທ່ານ ສົມພົງ ປຣະດີ​ຈິດ ​ໄດ້​ກ່າວລາຍງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ຜົນສຳ​ເລັດ, ບົດຮຽນ​ທີ່​ຖອດ​ຖອນ​ໄດ້, ສິ່ງ​ທ້າ​ທາຍຕ່າງໆ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ໃນ​ໄລຍະ​ທີ 1 ​ແລະ ​ແຜນການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຕໍ່​ໄປ​ ​ເພື່ອ​ແກ້​ໄຂ​ບາງ​ຂໍ້​ຫຍຸ້ງຍາກ ຫຼັງ​ຈາກ​ນັ້ນ ກໍ່​ໄດ້​ແລກປ່ຽນ​ຄຳ​ຄິ​ດ​ເຫັນ ຄຳ​ສະ​ເໜີ​ແນະ​ຕ່າງໆ ກ່ຽວ​ກັບ​ໂຄງການ​ໃນ​ໄລຍະ​ທີ 2 ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ ​ແລະ ​ເປົ້າ​ໝາຍ​ທີ່​ໄດ້​ກຳນົດ​ເອົາ​ໃວ້.

​ທ່ານ ພັນ ວິ​ໄລ​ສົມ ຫົວໜ້າ​ກົມ ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ກະຊວງ​ ອຄ ​ຍັງໄດ້​​ສືບ​ຕໍ່ ຊີ້​ນຳ​ນຳພາ ຮ່ວມ​ກັບ​ແຂວງ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຮ່ວມມື​ລະຫວ່າງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ກຸ່ມ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ​ດ້ານ​ການ​ຄ້າ (MOIC-UN Trade Cluster Projects) ​ເພື່ອ​ສົ່​ງ​ເສີມ​ການທ່ອງທ່ຽວ​ແບບ​ຢືນ​ຍົງ, ການ​ຜະລິດ​ສະອາດ ​ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ເພື່ອ​ສົ່ງ​ອອກ​ຂອງ ສປປ ລາວ ອັນ​ໄດ້​ເປີດ​ການ​ທົດ​ລອງ ​ແລະ ສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ ​ໃນ​ໄລຍະ​ທີ 1 ນັບ​ຕັ້ງ​ແຕ່​ປີ 2011 ຈົນ​ເຖິງ​ ເດືອນຕຸລາ 2014 ທີ່​ຜ່ານ​ມາ​ນີ້ ​ແລະ ​ໄລຍະ​ທີ 2 ກໍ່​ຈະ​ໄດ້​ເລີ່​ມ​ໃໝ່​ໃນ​ ​ເດືອນພະຈິກ 2014, ​ເຊິ່ງ​ໃນ​ໂອກາດ​ນີ້​ເອງ ທ່ານ ກໍ່​ໄດ້​ໃຫ້​ຂໍ້​ມູນ​​ແກ່​ບັນດາ​ແຂກທີ່​ເຂົ້າ​ຮ່ວມ ຮູ້​ກ່ຽວ​ກັບຂໍ້​ກຳນົດ ​ແລະ ຄາດໝາຍ ຂອງ​ໂຄງການ​ໃນ​ໄລະຍະ​ທີ 2 ຢ່າ​ງລະອຽດ.

​​ນອກຈາກ​ນີ້ ທ່ານ ພັນ​ ວິ​ໄລ​ສົມ ກໍ່​ຍັງ​ໄດ້​ສະ​ແດງ​ຄວາມຂອບ​ໃຈມາ​ຍັງ​ທຸກ​ພາກ​ສ່ວນ​ທີ່​ໄດ້ຮ່ວມ​ກັນ​ຈັດຕັ້ງປະຕິບັດ​​ໂຄງການຕະຫຼອດ​ໄລຍະ 4 ປີ​ທີ່​ຜ່ານ​ມາວ່າ: ​ໂຄງການ​ໄດ້​ປະສົບ​ຜົນສຳ​ເລັດ ຫຼາຍ​ຢ່າງ ​ເປັນ​ຕົ້ນ ການ​ປະກາດເຄື່ອງໝາຍ​ທ່ອງ​ທ່ຽວ​ຫຼວງ​ພະ​ບາງ ປອດ​ໄພ ​ແລະ ສີຂຽວ, ການ​ນຳ​​ໃຊ້​ເຄື່ອງໝາຍ Handmade in Luangprabang, ການ​ສ້າງ​ກຸ່ມ​ການ​ຜະລິດ ກະສິກຳ​ອິນ​ຊີ, ການ​ສ້າງ ​ແລະ ນຳ​ຫຼັກສູດ​ການ​ບໍລິການ​ການ​ທ່ອງ​ທ່ຽວ ​ເຂົ້າ​ສູ​່ໂຮງຮຽນ​ຂັ້ນ​ມັດທະຍົມ, ການ​ຕິດ​ຕັ້ງ​ຫ້ອງ​ທົດ​ລອງ ​ເພື່ອ​ກວດ​ສອບ​ຈຸນ​ລະ​ອິນ​ຊີ, ສ້າງ​ຕັ້ງ​ບໍລິສັດ ທັນ​ຍາ​ຫານ ຊຶ່ງ​ມີ​ການ​ປະກອບ​ສາງ​ເຢັນ ​ແລະ ອຸປະ​ກອບ​ທີ່​ຈຳ​ເປັນ​ຕ່າງໆ, ການ​ບູລະນະ​ສູນ​ຫັດຖະກຳ​ຜາ​ນົມ, ການ​ສ້າງຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ປະກອບ​ການ ​ແລະ ບຸກຄະລາ​ກອນ​ຈຳນວນ​ຫຼວງ​ຫຼາຍ. ຈາກ​ນັ້ນ​ທ່ານ​ກໍ່ຍັງ​ໄດ້​ກ່າວ​ຄຳ​ຊົມ​ເຊີຍ​ຕໍ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ​ພ້ອມ​ທັງ​ຂອບ​ໃຈ​ມາ​ຍັງ​ອຳນາດ​ການ​ປົກຄອງ​ຂອງ​ແຂວງ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ທີ່​ໄດ້​ສຸມ​ທຸກ​ກຳລັງ​ສະຕິ​ປັນຍາ ​ແລະ ​ເຫື່ອ​ແຮງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ນີ້​ຈົນ​ເຫັນ​ໄດ້​ໝາກຜົນ​ທີ່​ຈັບ​ຕ້ອງ​ໄດ້.

Tour Promoote LuangPrabang

[ພາບ ​ແລະ ຂ່າວຈາກ ສູນສະຖິຕິ ​ແລະ ຂ່າວສານ, ກົມ ຜຮ]