ສະມາຊິກອົງການຜະລິດຕະພາບແຫ່ງອາຊີ ແລກປ່ຽນບົດຮຽນດ້ານການດຳເນີນທຸລະກິດຮ່ວມກັນ
By sonsathit rasavong On 18 Dec, 2014 At 09:44 AM | Categorized As ຂ່າວສຳຄັນ | With 0 Comments

 

ກົມ​ສົ່ງ​ເສີມ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (SME) ກະຊວງ​ອຸດ​ສາຫະ​ກຳ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະຊຸມ ​ການ​ສົ່ງ​ເສີມ​ຜູ້​ປະກອບ​ກິດ​ຈະ​ການ ​ແລະ ຜູ້​ຮ່ວມ​ງານ​ຂຶ້ນ ​ໂດຍ​ກາ​ນ​ເປັນ​ປະທານ​ຂອງ​ ທ່ານ ສົມ​ດີ ອິນມີ​ໄຊ  ຫົາໜ້າກົມສົ່ງ​ເສີມ​ວິສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ທັງ​ເປັນ​ຫົວໜ້​າ (LNPO) ປະຈຳ​ລາວ, ທ່ານ Naoki OGIWARA ຫົວໜ້າກົມ​ແຜນການ, ອົງການ​ຜະລິດ​ຕະພາບ​​ແຫ່ງ​ອາຊີ (Asian Productivity Organization – APO) ​ແລະ​ ບັນດາ​ນັກທຸລະກິດ​ສະມາ​ຊິກ​ອົງການ APO ​ແລະ ພາກ​ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ ສົມ​ດີ ອິນ​ມີ​ໄຊ ກ່າ​ວວ່າ: ອົງການ​ຜະ​ລິດ​ຕະພາບ​ແຫ່ງອາຊີ​ ເປັນອົງການ​ຈັດ​ຕັ້ງ​ນາໆຊາດ ລະ​ຫ່ວາງ​ລັດຖະບານ​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ມີ​ສຳນັກງານ​ຕັ້ງ​ຢູ່​​ນະຄອນຫຼວງໂຕກຽວ ປະ​ເທ​ດຍີ່ປຸ່ນ, ມີ 19 ປະ​ເທດ ​ແລະ​ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ດັ່ງກ່າວ​ໃນ​ປີ 2002. ພາຍຫຼັງ​ເຂົ້າ​ເປັນ​ສະມາ​ຊິກ​ແລ້ວ ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ ອຸດ​ສາຫະ​ກຳ ​ແລະ ການ​ຄ້າ ​ໄດ້​ຮັບ​ມອບໝາຍ​ໃຫ້​ເຄື່ອ​ນ​ໄຫວ​ວຽກງານ ​ໃນ​ຖານະ​ເປັນ​ອົງ​ການ​ຜະລິດ​ຕະພາບ ​ແຫ່ງ ສປປ ລາວ (Lao Productivity Organization ຫຼື LNPO) ມີ​ບົດບາດ ​ແລະ ໜ້າທີ່​ໃນການ​ປະສານ​ງານ​ກັບ​ອົງການ​ຜະລິດ​ຕະພາບ ​ແຫ່ງ ອາຊີ  ​ແລະ ບັນ​ດາ​ຂະ​ແໜງການ​ຕ່າງໆພາຍ​ໃນ​ປະ​ເທດ ​ເພື່ອ​ດຳ​ເນີນ​ການ​ສົ່ງ​ເສີມ​ວຽກງານ​ການ​ເພີ່ມ​ຜະລິດ​ຕະພາບ​ໃນ​ທຸກ​ຂົງ​ເຂດວຽກງານ​ຕ່າງໆ.

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ​​ສົ່ງ​ເສີມ​ຜູ້​ປະກອບ​ກິດ​ຈະ​ການ ​ແລະ ຜູ້​ຮ່ວມ​ງານ​ດ້ານ​ວິຊາ​ການໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ແລກປ່ຽນບົດຮຽນ ​ແລະ ປະສົບ​ການ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ສົ່ງ​ເສີມ ​ແລະ ພັດ​ທະ​ນາ​ພາກທຸລະ​ກິດ, ພ້ອມ​ທັງ​ການ​ສ້າງ​ຄູ່​ຮ່ວມ​ງານ​ທີີ່ດີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ. ​ເນື່ອງ​ຈາກ​ວ່າການ​ດໍາ​ເນີນ​ທຸລະ​ກິດ​ຍັງຈະ​ຕ້ອງ​​ໄດ້ມີການ​ຊ່ວຍ​ເຫຼືອ​ແລກປ່ຽນປະສົບປະການ​ ແລະ ​ດ້ານ​ຂໍ້​ມູນ-ຂ່າວສານ​ເຊິ່ງກັນ ​ແລະ ກັນ.

ທ່ານ ນາງ ອາລຸ​ນນີ ສີສະ​ຫວັດ ຮອງ​ຫົວໜ້າພະ​ແນ​ກຜະລິດ​ຕະພາບ, ກົມ​ສົ່ງ​ສີ​ມວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (SME), ກະຊວງ​ອຸດ​ສາຫະ​ກຳ​ ​ແລະ​ ການ​ຄ້າ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ນອກຈາກ​ບັນ​ດາ​ນັກທຸລະກິດ ​ແລະ ຜູ້​ປະກອບ​ກິດຈະການ​ຈະໄດ້​ແລກປ່ຽນ ​ແລະ ຖອດຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ແລ້ວ​ຍັງ​​ເປັນ​ການ​ເສີມ​ສ້າງສາ​ຍພົວພັນ, ສ້າງ​ເຄືອ​ຂ່າ​ຍທຸລະ​ກິດ​ອີກດ້ວຍ, ​ອັນ​ຈະ​ເຮັດ​ໃຫ້​ຜູ້​ປະກອບ​ກິດຈະການ​ລາວ​ໄດ້​ຮູ້ຈັກ​ຂໍ້​ດີ ​ແລະ​ ຂໍ້​ດ້ອຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ໃນ​ແຕ່ລະ​ປະ​ເທດ ​ເພື່ອ​ຈະ​ນຳ​ເອົາ​ໂອກາດ​ດັ່ງກ່າວ​ມາໝູນ​​ໃຊ້ໃນ​ທຸລະ​ກິດ ​ແລະ ກິດຈະການ​ຂອງ​ຕົນ​ໃຫ້​ມີ​ທ່າ​ແຮ່ງ​ດີ​ຂື້ນ.

IMG_2446

[ພາບ ແລະ ຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ]