ອຄ ເຜີຍແຜ່ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະ ຄຸ້ມຄອງສະຫະກອນສິນເຊື່ອ
By sonsathit rasavong On 18 Dec, 2014 At 09:23 AM | Categorized As ຂ່າວສຳຄັນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ແລະ ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ທະນາຄານ​ແຫ່ງ ສປປ ລາວ ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ດຳລັດ​ວ່າ​ດ້ວຍ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ, ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສະຫະກອນ​ສິນ​ເຊື່ອ ​ແລະ ​ເງິນ​ຝາກ​ປະຢັດ​​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ຕືມກ່ຽວກັບ​ລະບຽບການ​ຕ່າງໆ​ໃຫ້​ກັບ​ພະນັກງານ-​ລັດ​ຖະ​ກອນ​ພາຍ​ໃນ​ກະຊວງ ​ໃນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເຂົ້າ​ເຖ​ິງ​ແຫຼ່ງທືນ​ໄດ້ຫຼາຍຂຶ້ນ.

ສຳລັບ​ເອກະສານ​ທີ​່ນຳ​ມາ​ເຜີຍ​​ແຜ່ໃນຄັ້ງ​ນີ້ ປະກອບ​ມີ 2 ​ເອກະສານ​ສຳຄັນ​ຄື: ດຳລັດ​ວ່າ​ດ້ວຍ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະພາກ; ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສະຫະກອນ​ສິນ​ເຊື່ອ ​ແລະ ​ເງິນ​ຝາກ​ປະຢັດ​ ທີ​່ນຳ​ສະ​ເໜີ​ໂດຍ ທ່ານ ວິສອນ ​ໄຊ​ສົງຄາມ ຮອງ​ຫົວໜ້າກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ, ທະນາຄານ​ແຫ່ງ ສປປ ລາວ.

ໃນ​ພິທີ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ ອຸ​ດະ​ຫະກຳ ​ແລະ ການ​ຄ້າ ກໍ່​ໄດ້​ອະທິ​ບາຍ​ໃຫ້​ຜູ້​ເຂົ້າ​ຮ່ວມກອງ​ປະຊູ​ມໄດ້​ຮູ້​ກ່ຽວກັບຂໍ້​ກຳນົດ ​ແລະ ລະບຽບຫຼັກການ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ​ເພື່ອ​ເຮັດແນວ​ໃດ​ນຳ​​​​​​ໃຊ້​ແຫຼ່ງທືນທີ່​ມີ​ຢູ່ໃຫ້​ເກິ​ດຜົນ​ປະ​ໂຫຍ​ດສູງ​ສຸດ, ສ້າງ​ເງືອນ​​ໄຂໃຫ້​ປະ​ຊາ​ຊົນ​ໄດ້​ເຂົ້າ​ເຖິງ​ແຫຼ່ງທຶນຢ່າງ​ແທ້​ຈິງ ​ໂດຍ​ສະ​ເພາະພາກທຸລະ​ກິດ​ທີ່ໜ້ອຍກວ່າກຸ່ມ​ທຸລະ​ກິດ SME. ຄຽງຄູ່​ກັນ​ນັ້ນກໍ່​ເຮັດໃຫ້​ບັນດາ​ສະ​ຖາ​ບັນ​ການ​ເງິນ ​ແລະ​ສະຫະກອນ​ສິນເຊື່ອ​ໃຫ້​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ລະບຽບຫຼັກການ ​ແລະ ສະດວກ​​ໃນການ​ຄຸ້ມ​ຄອງ.

ໂ​ອກາດ​ນີ້ ທ່ານ ວິ​ສອນ ​ໄຊ​ສົງຄາມ ກໍ່​ໄດ້​ອະທິບາຍ​ລະອຽດ​ເປັນ​ແຕ່​ລະ​ຫົວ​ຂໍ້ ​ເຊິ​ງຜູ້​ເຂົ້າ​ຮ່ວມ​ກໍ່​ໄດ້​ຊັກ​ຖາມ​ເຈາະ​ຈີ້ມ​ເພື່ອສ້າງ​ຄວາມ​ເຂົ້າ​ໃຈ​ຕື່ມເປັນ​ແຕ່​ລະ​ບັນຫາດ້ວຍບັນຍາກາດ​ຟົດ​ຟື້ນມ່ວນ​ຊື່ນ.

ພິທີ​ດັ່ງກ່າ​ວ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວານນີ້ ທີ່​ກະຊວງ​ອຸດ​ສະຫະ​ກຳ ​ແລະ ກາ​ນຄ້າ ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ສົມ​ຈິດ ອິນທະ​ມິດ ລັດຖະມົນ​ຕິ​ຊ່ວຍ​ວ່າການ​ກະຊວງ​ອຸດ​ສາຫະ​ກຳ ​ແລະ​ການ​ຄ້າ, ມີ​ບັນດາ​ພະນັກງານ​ວິຊາ​ການ​ຈາກ​ກົມ​ທີ​່ກ່ຽວຂ້ອງອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ​ຮັບ​ຟັງ.

 

[ພາບ ແລະ ຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ]