(Lao) ຕົ້ນທືນການຜະລິດເຂົ້າຂອງລາວຍັງສູງ ປະຊາຊົນຂາດແຮງຈູງໃຈຜະລິດເປັນສິນຄ້າ
By admin On 26 Nov, 2014 At 02:45 PM | Categorized As News | With 0 Comments

ຕົ້ນ​ທືນການ​ຜະລິດ​ເຂົ້າຂອງ​ລາວ​ຍັງ​ສູງ ປະ​ຊາ​ຊົນ​ຂາດ​ແຮງ​ຈູງ​ໃຈ​ຜະລິດ​ເປັນ​ສິນຄ້າ

ປັ​ດຈຸ​ບັນ ຊາວ​ກະ​ສິກອນ​ພວມ​ສຸມ​ໃສ່​ການ​ເກັບ​ກ່ຽວ​ເຂົ້ານາ​ປີ ​ເຊິ່ງລັດ​ຖະບານ​ຄາ​ດວ່າ​ປີ​ນີ້​ຈະ​ມີ​ເຂົ້າ​ເຫຼືອກິນ​ປະມານຫຼາຍ​ແສນ​ໂຕນ.ຢ່າງ​ໃດ​ກໍ່ຕາມ​ການຈະ​ຜະລິດ​ເຂົ້າໃຫ້​ກາຍ​ເປັນ​ສິນຄ້າ​ສົ່ງ​ອອກ​ນັ້ນ​ກໍ່​ມີຫຼາຍສິ່ງ​ທ້າ​ທາຍ ​ເນືອງ​ຈາກ​ແຮງ​ຈູງ​ໃຈ​ໃຫ້​ຊາວນາ​ຜະລິດ​ເຂົ້າ​ເປັນ​ສິນ​ຄ້າຍັງ​ຕໍ່າ ຕົ້ນ​ທືນການ​ຜະລິດ​​ເຂົ້າຍັງ​ສູງ.

ທ່າ​ນ ອຸ​​ໄທ ​ໄຕ​ມະນີ ຜູ້ອຳນວຍການ​ບໍລິສັດ ​ເຂົ້າ​ລາວ ຈຳກັດ ​ໄດ້​ກ່າວ​ວ່າ: ​ແຮງ​ຈູງ​ໃຈ​ເພື່ອ​ເຮັດ​ໃຫ້​ຊາວນາ​ຫັນ​ມາ​ຢາກ​ຜະລິດ​ເຂົ້າ​ເປັນ​ສິນຄ້າ​ຍັງ​ບໍ່​ສູງ ​ເຖິງ​ມີ​ຂະ​ບວນການ​ຜະລິດແນ່​ແລ້ວ ​ແຕ່​ກໍ່​ຍັງ​ບໍ່​ມີ​ຈຳນວນ​ຫຼາຍ ​ເນືອງ​ຈາກ​ນັກ​​ທຸລະ​ກິດ​ທີ່​ລົງທືນກ່ຽວກັບ​ເຂົ້າ​ມີໜ່ອຍ,ຂາດ​ແຫຼ່ງທືນ, ອຸປະກອນ​ຮັບ​ໃຊ້​ໃນ​ຂະ​ບວນການ​ຜະລິດ​ບໍ່​ຄົບ​ຊຸດ ​ເຮັດ​ໃຫ້​ປະສິດທິພາບ​ເຄືອງ​ຈັກຫຼຸດລົງ.

ທ່ານ​ກ່າວ​ຕື່ມອີກ​ວ່າ: ຖ້າຢາກ​ໃຫ້​ວຽກງານ​ການ​ປູກ​ເຂົ້າ​ຂອງ​ລາວ​ໄປ​​ໄດ້​ດີ ​ແລະ ມີປະສິດທິພາບ ຈຳ​ເປັນ​ຕ້ອງ​ມີ​ສະ​ມາ​ຄົມຄຸ້ມ​ຄອງ​ຄື​ກັບ​ຂະ​ແໜງກາ​ນອຶ້ນໆ,ມີ​ການຈັດ​ຕັ້ງ​ທີ​ແໜ້ນໜາ​ເພື່ອ​​ເກັບ​ກຳ​ສະພາບ.

About -