ລະດົມຄວາມຄິດເຫັນຕໍ່ຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ທີ່ ແຂວງ ອຸດົມໄຊ
By admin On 20 Nov, 2014 At 03:53 PM | Categorized As ຂ່າວດ່ວນ | With 0 Comments

DSC01563 small

ໂດຍ​ປະຕິບັດ​ຕາມ​ແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ VII (2011-2015)  ສະບັບເລກທີ 05/ສພຊ , ລົງວັນທີ 24 ມີຖຸນາ 2011 ​ແລະ ອີງ​ຕາມ​​ແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ ທີ່ໄດ້ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ນຳສະເໜີນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າຂອງຕົນ ໃຫ້ສໍາເລັດໃນປີ 2015 .  

ສະ​ນັ້ນ,​ເພື່ອ​ເປັນ​ການ​ສືບ​ຕໍ່​ຈັດ​ກອງ​ປະຊຸມ​ລະດົມ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່ “ຮ່າງ” ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ ຈາກ​ພາກ​ສ່ວນ​ຕ່າງໆ​ຢູ່​ຂັ້ນ​ທ້ອງ​ຖີ່​ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ພາຍຫຼັງ​ທີ່​ສໍາ​ເລັດ​ການ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ຢູ່​ບັນດາ​ແຂວງ​ໃນ​ພາກ​ເໜືອ​ແລ້ວ. ກົມ​ການ​ຄ້າ​ພາຍ​ໃນ,ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຖາ​ນະທີ່ຮັບຜິດຊອບ​ໂດຍ​ກົງ​ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ​ທັງ​ເປັນ​ກອງ​ເລຂາ​ຄະນະ​ຮັບຜິດຊອບ​ການ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ ​ໄດ້​ຈັດ​ກອງ​ປະຊຸມ​ສໍາ​ມະ​ນາກ່ຽວ​ກັບ​ວຽກ​ງານ​ດັ່ງກ່າວຂຶ້ນໃນ​ລະຫວ່າງ​ວັນ​ທີ 17-18 ພະຈິກ 2014 ​ທີ່ຫ້ອງ​ວ່າການ​ປົກຄອງ​ແຂວງ ສາລະ​ວັນ ໂດຍ​ການ​ເປັນ​ປະທານ ທ່ານ ບຸນມີ ມະນີວົງ ຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ,ໃນກອງປະຊຸມມີບັນດາທ່ານຫົວໜ້າ,ຮອງ​ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 04 ແຂວງພາກ​ໃຕ້,ຜູ້ຕາງໜ້າຈາກຂະແໜງການຕ່າງໆອ້ອມຂ້າງແຂວງສາລະ​ວັນ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ ຈາກ 04 ​ແຂວງ​ພາກ​ໃຕ້​ເຂົ້າຮ່ວມ,​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມທັງໝົດ 90 ກວ່າ​ທ່ານ.ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ແມ່ນເພື່ອລະດົມ​ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ພາກສ່ວນ​ຕ່າງໆ ທີ່​ກ່ຽວຂ້ອງ​ຕໍ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າຂອງ ສປປ ລາວ ​​ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ດັ່ງກ່າວ​ມີ​ເນື້ອ​ໃນ​ ລະອຽດ ຈະ​ແຈ້ງ ​ແລະ ຄົບ​ຖ້ວນ ທັງ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ຂອງ​ບ້ານ​ເຮົາ ພ້ອມ​ທັງ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ ​ແລະ ສາກົນ ໄດ້. ​ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໂດຍ​ການ​ສະໜັບສະໜູນຊ່ວຍເຫຼືອດ້ານ​ງົບປະມານ​ຈາກ​ລັດຖະບານ​ເຢຍລະ​ມັນ ພາຍ​ໃຕ້​ໂຄງການ​ຮ່ວມ​ມື​ອາ​ຊຽນ-​ເຢຍລະ​ມັນ (CPL) ​ແລະ ​ແມ່ນອົງການ GIZ   ເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ໃນກອງປະຊຸມທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄໍາເຫັນໂອ້ລົມ ຕໍ່​ກອງ​ປະຊຸມ,ເຊິ່ງທ່ານໄດ້ຍົກໃຫ້​ເຫັນ​ເຖິງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ​ແລະ ຈຸດປະສົງ​ຫຼັກ​ໃນ​ການ​ສ້າງກົດໝາຍວ່າ​ດ້ວຍ​ການ​​ແຂ່ງຂັນ​ການ​ຄ້າ​ແມ່ນ​: ເພື່ອຕ້ານ ​ແລະ ສະກັດ​ກັ້ນ​ການ​ແຂ່ງຂັນ​ການ​ຄ້າ​ທີ່​ບໍ່​ເປັນ​ທໍາ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ເປັນ​ການຊຸກຍູ້ສົ່ງ​ເສີມ​ແລະປົກປ້ອງຂະບວນການ​ແຂ່ງຂັນ​ການ​ຄ້າທີ່ເປັນທໍາ​, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ອັນ​ຊອບ​ທໍາ ຂອງ​ຜູ້​ຊົມ​ໃຊ້ ​ໃຫ້​ໄດ້​ຊົມ​ໃຊ້​ສິນຄ້າ ​ແລະ ການ​ບໍລິການ ທີ່​ດີ ມີ​ຄຸນ​ນະພາ​ບ,ລາຄາ​ເປັນ​ທໍາ,ນໍ​າ​ໃຊ້​ຊັບພະຍາກອນ ຢ່າງ​ມີ​ປະສິດທິພາບ​ສູງ ​ແນ​ໃສ່​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໃຫ້​ນັບ​ມື້​ສູງ​ຂຶ້ນ,ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​.

About -