ເປີດຝຶກອົບຮົມນໍາໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ຄັ້ງທີ I
By admin On 20 Nov, 2014 At 01:12 PM | Categorized As ຂ່າວພາຍໃນ | With 0 Comments

ເພື່ອຜັນຂະຫຍາຍການນໍາໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກໍາປຸງແຕ່ງ ແລະ ການຄ້າໃຫ້ແກ່ພະນັກງານຜູ້ຮັບຜິດ ຊອບວຽກງານສະຖິຕິໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດໄດ້ຮັບຮູ້ເຂົ້າໃຈກ່ຽວກັບລະບົບເກັບກໍາ-ລາຍງານວຽກງານສະຖິຕິຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ.

ກົມແຜນການ ແລະ ການຮ່ວມມື ຮ່ວມກັບ ກົມການນໍາເຂົ້າ ແລະ ສົ່ງອອກ, ກົມ ການຄ້າພາຍໃນ, ກົມອຸດສາຫະກຳ ແລະ ຫັດຖະກໍາ ແລະ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເປີດຍັ້ນຝຶກອົບການນໍາໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກໍາປຸງແຕ່ງ ແລະ ການຄ້າໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານສະຖິຕິຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ທົ່ວປະເທດຊຸດທີ I ໃນລະຫວ່າງວັນທີ 17- 21 ພະຈິກ 2014 ທີ ໂຮງແຮມມິດຕະພາຍ ແຂວງອຸດົມໄຊ, ຊຶ່ງໃຫ້ກຽດເປັນປະທານໂດຍກ່າວເປີດພິທີດັ່ງກ່າວໂດຍ ທ່ານ ສິລິສຳພັນ ວໍຣະຈິດ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ບຸນທັນ ວັນນະໄຊ ຫົວໜ້າ ພະແນກ ອຄ ແຂວງ ອຸດົມໄຊ, ທ່ານ ບົວຈັນ ບຸນວົງໄຊ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍນັກສໍາມະນາກອນຈາກພະແນກ ອຄ ແຂວງວຽງຈັນ ແລະ 8 ແຂວງ ພາກເໜືອ ເຂົ້າຮ່ວມ ລວມທັງໝົດ 74 ທ່ານ, ໃນນັ້ນປະກອບມີຍິງ 15 ທ່ານ.

ການຈັດຝຶກອົບຮົມນີ້ເປັນນີ້ຖືເປັນບາດກ້າວທໍາອິດ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິງໃນໃນວຽກງານພັດ ທະນາສ້າງຄວາມເຂັ້ມແຂງດ້ານສະຖິຕິອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ກໍ່ຄື ວຽກງານການພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດວິຊາສະເພາະດ້ານສະຖິຕິອຸດສາຫະກໍາປຸງແຕ່ງ ແລະ ການຄ້າ, ຊຶ່ງນັກສໍາມະນາກອນ ທັງໝົດຈະໄດ້ຮຽນຮູ້ກ່ຽວກັບຫຼັກການ ວິທີເກັບກໍາ-ລາຍງານຂໍ້ມູນສະຖິຕິ ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ  ແນ່ໃສ່ການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະດັ່ງກ່າວໃຫ້ເປັນເອກະພາບ ສະດວກວ່ອງໄວ ທັນເວລາ ມີປະສິດທິພາບ. ຊຶ່ງປື້​ມຄູ່​ມື​ວຽກ​ງານ​ສະຖິຕິ​ອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ການ​ຄ້າ​ຫົວ​ດັ່ງກ່າວ​ຖືກສ້າງຂຶ້ນໂດຍ​ສະໜັບສະໜູນຈາກໂຄງການ​ພັດທະນາ​ສ້າງ​ຂີດ​ຄວາມ​ສາມາດ​ດ້ານ​ສະຖິຕິ (LAOSTAT) ກໍ່​ຄື​ຈາກ​ທະນາຄານ​ໂລກ (World Bank)ໂດຍ​ແມ່ນ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື (ສູນ​ສະຖິຕິ ​ແລະ ຂ່າວສານ) ​ເປັນ​ໃຈ​ກາງປະສານ​ງານກັບກົມ​ທະບຽນ ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ, ກົມ​ການ​ຄ້າ​ພາຍ​ໃນ, ​ ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ບັນດາ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ/ນະ ຄອນ​ຫລວງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ ໃນການຄົ້ນຄ້ວາ ສັງລວມ  ແລະ ຮີບໂຮມບັນດາຫລັກການ​ເກັບ​ກໍາ-ລາຍ​ງານ​ຂໍ້​ມູນ​ສະຖິຕິອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ການ​ຄ້າ​​​ລວມເຂົ້າ ເປັນປຶ້ມຄູ່ມືເພື່ອໃຫ້ຖືກຕ້ອງ ຊັດເຈນ ແລະ ເປັນເອກະພາບກັນທົ່ວປະເທດໃນການຈັດຕັ້ງ ປະຕິບັດວຽກງານ ດັ່ງກ່າວ.

ການຈັດຝຶກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນຈຶ່ງຈະປິດລົງ.

 

 

Training-STAT-I

About -