ສ້າງຄວາມເຂັ້ມແຂງແກ່ພາກສ່ວນທຸລະກິດກ່ອນເຂົ້າສູ່ປະຊາຄົມເສດຖະກິດອາຊຽນ
By admin On 22 Oct, 2014 At 02:03 PM | Categorized As ຂ່າວພາຍໃນ | With 0 Comments

​  ແຂວງ​ສະຫວັນ​ນາ​ເຂດ ​ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ແກ່ພາກສ່ວນ​ທຸລະ​ກິດ​ຂອງ​ຕົນ ​ເພື່ອ​ການກຽມຄວາມ​ພ້ອມ​ກ່ອນ​ເຂົ້າ​​ເປັນປະຊາ​ຄົມ​​ເສດຖະກິດ​ອາຊຽນ ຫຼື AEC ​ໃນ​ປີ 2015 ທີ່​ຈະ​ເຖິງນີ້ ​ໂດຍ​ການຈັດ​ສຳ​ມະ​ນາ​ພາຍ​ໃຕ້ຫົວ​ຂໍ້ “ການກຽມຄວາມ​ພ້ອມ​ສຸ່ປະຊາ​ຄົມ​ເສດຖະກິດ​ອາຊຽນ (AEC) ​ແລະ ລະບຽບການ​ອອກ​ໃບ​ຢັ້ງຢືນ​ແຫ່ງ​ກຳ​ເນິດ​ສິນຄ້າ (CO)” ຂື້ນ​ໃນ​ວັນ​ທີ ​17 ເດືອນຕຸ​ລະ ປີ 2014 ນີ້, ພາຍ​ໃຕ້​ການ​ປັນ​ປະທານ​ຂອງ ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ຮອງ​ຫົວໜ້າພະ​ແນ​ກອຸດ​ສະຫະ​ກຳ​ ແລະ​   ການ​ຄ້າ​ແຂວງ, ມີ​ປະທານ​ສະພາ​ການ​ຄ້າ ​ແລະ​ອຸດ​ສະຫະ​ກຳ​ແຂວງ, ວິທະຍາ​ກ່ອນ​ຈາກ​ກະຊວງ​ອຸດ​ສະຫະ​ກຳ ​ແລະ​ການ​ຄ້າ ພ້ອມ​ໂດຍ​ບັນດາ​ນັກທຸລະກິດ-ຜູ້​ປະກອບ​ການ​ພາກ​ໃນ​ແຂວງ​ເຂົ້າ​ຮ່ວມ.

​ໃນ​ຊຸດ​ສຳ​ມະ​ນາ, ວິທະຍາກອນ​ຈາກ​ກະຊວງ​ອຸດ​ສະຫະ​ກຳ​ແລະ​ການ​ຄ້າ ​ໄດ້​ຍົກ​ໃຫ້​ເຫັນ​ບັນຫາ​ທີ່ໜ້າສົນ​ໃຈຫຼາຍ​ຢ່າງ​ເປັນ​ຕົ້ນ:ສປປ ລາວ ກັບ​ການ​ກ່າວ​ເຂົ້າ​ສຸ່ປະຊາ​ຄົມ​​ເສດຖະກິດ​ອາຊຽນ 2015 ຂໍ້​ສະດວກ ​ແລະ ສິ່ງ​ທະ້າທາຍ ​ເຊິ່ງ​ໄດ້​ຍັກ​ໃຫ້​ຮູ້​ກຽວກັບ​ອາຊຽນ ​ແລະ ປະຊາ​ຄົມ​ເສດຖະກິດ​ອາຊຽນ, ຄວາມ​ຄຶ​ບໜ້າຂອງ​ການຈັດ​ຕັ້ງ​ປະຕິບັດ AEC, ກາລະ​ໂອກາດ, ຂໍ້​ມູນ​ສົ່ງ​ອອກ​ການ​ຄ້າ​ສປປ ລາວ 2009-2014, ການ​ປ່ຽນ​ແປງພາຍຫຼັງ ປີ 2015 ​ແລະ ອື້​ນໆ.

ນອກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ສຳ​ມາ​ນາ ຍັງ​ໄດ້​ຮັບ​ຮູ້​ເຖິງວິທີ​ປະ​ກອບ​ເອກະສານ, ​ໃບ​ຄຳ​ຮ້ອງ​ຂໍ​ຮັບຮອງ​ສິນຄ້າ ​ແລະ​ຮຽນຮູ້​ລະບຽບ​ແຫຼ່ງກຳ​ເນິດ​ສິນຄ້າ, ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງກຳ​ເນິດ​ສິນຄ້າ​ ແລະ ​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບັນຫາ​ຕ່າງໆທີ່​ພົວພັນ​ກັບ​ການ​ເຂົ້າ​ເປັນ​ປະຊາ​ຄົມ​​ເສດຖະກິດ​ອາຊຽນລາວ, ​ເວົ້າສະ​ເພາະ​ແມ່ນ​ແຂວງ​ສະຫວັນ​ນາ​ເຂດ.

About -