ກອງປະຊຸມພົບປະຄັ້ງທີ III ລະຫວ່າງລັດຖະບານ ສປປ ລາວ ແລະ ສປປ ເກົາຫລີ
By sonsathit rasavong On 5 Nov, 2014 At 05:22 AM | Categorized As ຂ່າວສຳຄັນ | With 0 Comments

ໃນ​ວັນ​ທີ 3 ພະຈິກ 2014 ໄດ້​​ເປີດ​ກອງ​ປະຊຸມພົບ​ປະ​ຄັ້ງ​ III ຂອງຄະ​ນະ​ກຳມາ​ທິການ​ຮ່ວມ​​ເພື່ອ​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ວິທະຍາສາດ ​ແລ​ະ ​ເຕັກ​ໂນ​ໂລ​ຊີ ລະຫວ່າງ ລັດຖະບານ ​ແຫ່ງ ສປປ ລາວ ແລະ ລັດຖະບານ ​ແຫ່ງ ສປປ ເກົາຫຼີ​ ​ ທີ່ ນະຄອນຫລວງວຽງຈັນ, ຊຶ່ງ​ຝ່າຍ​ລັດຖະບານ ​ແຫ່ງ ສປປ ​ເກົາຫລີ ​​ນໍາ​ໂດຍ ທ່ານ ຣີ ມີຢອງ ຊານ  ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​​ເສດຖະກິດ​ຕ່າງປະ​ເທດ ​ແຫ່ງ ສປປ ​ເກົາຫລີ ​ແລະ ຝ່າຍ​ລັດຖະບານ ​ແຫ່ງ ສປປ ລາວ ​ນໍາ​ໂດຍ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປປ ລາວ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ເປັນການຜັນຂະຫຍາຍ ​ແລະ ທົບ​ທວນຄືນຜົນກອງປະຊຸມພົບປະຄະນະກໍາມະທິການຮ່ວມມືຄັ້ງທີ 2 ທີ່ ພຽງຢາງ ໃນເດືອນກໍລະກົດ 2012 ທີ່ຜ່ານມາ ​ແລະ ປຶກສາ​ຫາລື​ກັນ​ກ່ຽວກັບ​ຂອບ​ ​ແລະ ​ເນື້ອ​ໃນຂອງ​ການ​ຮ່ວມ​ມືລະຫວ່າງ ສປປ ລາວ ​ແລະ ສປປ ​ເກົາຫລີ ດ້ານເສດຖະກິດ, ການ​ຄ້າ, ວິທະຍາສາດ ​ແລ​ະ ​ເຕັກ​ໂນ​ໂລ​ຊີ ​ແນ​ໃສ່​​ຜັນ​ຂະຫຍາຍ​ການ​ພົວພັນອັນ​ດີ ລະຫວ່າງ​ສອງ​ປະ​ເທດ. ພ້ອມ​ນັ້ນ, ​ໃນ​ວັນ​ທີ 4 ພະຈິກ 2014 ຈະໄດ້ເຊັນ​ບົດ​ບັນທຶກກອງ​ປະຊຸມດັ່ງກ່າວຊຶ່ງ​ມີ​ການ​ພິຈາລະນາ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ຄ້າ, ຂົງ​ເຂດ​ກະສິກຳ, ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ,​​ ໂຍທາ​ທິການ,​ ການ​ສຶກສາ ​ແລະ ຂົງ​ເຂດ​ບໍ່​​ແຮ່-ພະລັງງານຊື່​ງທັງ ສອງຝ່າຍຈະໄດ້ສືບຕໍ່ປຶກສາກັນລະອຽດ ລະຫວ່າງຂະແໜງການກ່ຽວຂ້ອງຂອງສອງຝ່າຍກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຮ່ວມ​ມື ເພື່ອນຳສະເໜີລັດ ຖະບານຂອງສອງປະເທດອະນຸມັດ.

ນອກນັ້ນ ຍັງ​ໄດ້​ເຂົ້າ​ຢ້ຽມຂໍ່ານັບ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດການຜະລິດ ແລະ ຈໍລະຈອນ ​ແລະ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.

[ພາບ ແລະ ຂ່າວຈາກ ສູນ​ສະຖິຕິ ​ແລະ ຂ່າວສານ, ກົມ​ແຜນການ​ ແລະ ​ການ​ຮ່ວມ​ມື]