ແຕ່ງຕັ້ງ ທ່ານ ສົມຈິດ ອິນທະມິດ ເປັນລັດຖະມົນຕີ ຊ່ວຍວ່າການກະຊວງ ອຄ
By sonsathit rasavong On 31 Oct, 2014 At 12:14 PM | Categorized As ຂ່າວສຳຄັນ | With 0 Comments

 

ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ອອກດຳລັດ​ເລກທີ 359/ນຍ, ນະຄອນຫຼວງ​ວຽງ​ຈັນ ລົງ​ວັນ​ທີ 2 ຕຸລາ 2014 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ລັດຖະມົນຕີ​ຊ່ວຍ​ວ່າການ ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ອີງ​ຕາມ​ກົດ​ໝາຍວ່າ​ດ້ວຍ​ລັດຖະບານ ສປປ ລາວ ສະບັບ​ເລກທີ 02/ສພຊ, ລົງ​ວັນ​ທີ 6 ພືດ​ສະພາ 2003 ​ແລະ ອີງ​ຕາມ​ການ​ຕົກລົງ​ໃນ​ກອງ​ປະຊຸມ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ຄັ້ງ​ວັນ​ທີ 04/09/2014.

ນາຍົກລັດຖະມົນຕີອອກດຳລັດ, ມາດຕາ 1 ​ແຕ່ງ​ຕັ້ງ ທ່ານ ສົມ​ຈິດ ອິນ​ທະ​ມິດ ​ເປັນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ). ມາດຕາ 2 ຫ້ອງ​ວ່າການ​ລັດຖະບານ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ກະຊວງ, ອົງການ ​ແລະ ອົງການ​ຈັດ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ພ້ອມ​ດ້ວຍ​ທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈົ່ງ​ຮັບ​ຮູ້ ​ແລະ ປະຕິບັດ​ຕາມ​ດຳລັດ​ສະບັບ​ນີ້​ເປັນ​ຢ່າງ​ດີ.

​ໃນ​ພິທີ ທ່ານ ນາງ​ ເຂັມ​ມະນີ ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ມີ​ຄຳ​ເປັນ​ວ່າ: ການ​ເຂົ້າ​ມາ​ຮັບ​ຕຳ​ແໜ່​ງຂອງ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ຄັ້ງ​ນີ້ ​ໄດ້​ເພີ່ມ​ກຳລັງ​ແຮງ​ໃຫ້​ກະຊວງ ອຄ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ​ໂດຍ​ສະ​ເພາະ ຈາກ​ບົດຮຽນ ​ແລະ ປະສົບ​ການ​ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ທີ່​ໄດ້​ເຄີຍ​ຮ່ວມ​ງານ​ກັບ​ກະຊວງ ອຄ ມາ​ແລ້ວ​ຫຼາຍ​ຄັ້ງ ​ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ທຸກໆ​ວຽກ​ງານ​ທີ່​ທ່ານ​ໄດ້​ຮັບຜິດຊອບ​ມີ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

ທ່ານ​ລັດຖະມົນຕີ ຍັງ​ໄດ້​ຮຽກຮ້ອງ​ເຖິງ​ພະນັກງານ​ທົ່ວ​ກະຊວງ ຈົ່ງ​ໄດ້​ພ້ອມກັນ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ລວມສູນ​ປະຊາທິປະ​ໄຕ, ພ້ອມ​ກັນ​ເຮັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ຮັບຜິດຊອບ​ຫຼ້ອນ​ໜ້າ​ທີ່, ມີ​ຜົນສຳ​ເລັດ​ໃຫ້​ເດີນ​ແລ່ນ​ສະດວກ.

ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ ຜູ້​​ໃໝ່​ກໍ່​ໄດ້​ຂຶ້ນ​ກ່າວ​ໃນ​ພິທີ​ວ່າ: ວຽກ​ງານ​ອຸດສາຫະກຳ ​ແລະ ການ​ຄ້າ​ເປັນ​ວຽກ​ງານ​ທີ່​ສຳຄັນ ຕັດສິນ​ວຽກ​ງານ​ການ​ຄ້າ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເສດຖະກິດ​ຂອງ​ຊາດ​ມີ​ຄວາມ​ກ້າວໜ້າ. ສະ​ນັ້ນ​ແລ້ວ ​ໃນ​ການ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃໝ່​ນີ້​ຈະ​ໄດ້​ຮ່ວມ​ກັບ​ພະນັກງານ​ຂອງ​ກະຊວງ, ​ເຮັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ຈະ​ສູ້​ຊົນ​ເຮັດ​ໃຫ້​ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

ພິທີ​ໄດ້​ຈັດ​ຂຶ້ນ​ຕອນ​ແລງ​ ຂອງ​ວັນ​ທີ 28 ຕຸລາ 2014 ທີ່​ກະຊວງ ອຄ ພາຍ​ໃຕ້ການ​ເປັນ​ປະທານ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຄ, ທ່ານ ນາງ ບຸດ​ສະ​ດີ ທະນະ​ເມືອງ ຫົວໜ້າກົມ​ຄຸ້ມ​ຄອງ​ພະນັກງານ​ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ-​ຮອງ​ກົມ, ຫົວໜ້າ​ພະ​ແນ​ກ-ຮອງ​ພະ​ແນ​ກ, ລວງ​ທັງ​ພະນັກງານ​ອ້ອມ​ຂ້າງ​ກະຊວງ ອຄ ​ເຂົ້າ​ຮ່ວມ.

 

[ພາບ ແລະ ຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ]