ກອງປະຊຸມລະດົມຄວາມຄິດເຫັນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນ 8 ແຂວງພາກເໜືອ ຕໍ່ຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ທີ່ ແຂວງ ອຸດົມໄຊ
By admin On 31 Oct, 2014 At 09:52 AM | Categorized As ຂ່າວພາຍໃນ | With 0 Comments

ໂດຍ​ປະຕິບັດ​ຕາມ​ແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ VII (2011-2015)  ສະບັບເລກທີ 05/ສພຊ , ລົງວັນທີ 24 ມີຖຸນາ 2011 ​ແລະ ອີງ​ຕາມ​​ແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ ທີ່ໄດ້ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ນຳສະເໜີນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າຂອງຕົນ ໃຫ້ສໍາເລັດໃນປີ 2015 .   ກະຊວງອຸດສາຫະກຳ ແລະ ການຄ້າ(ກົມການຄ້າພາຍໃນ) ຖານະຮັບຜິດຊອບໂດຍກົງກ່ຽວກັບວຽກງານດັ່ງກ່າວ ທັງເປັນຄະນະຮັບຜິດຊອບການສ້າງຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ​ໄດ້​ສົມທົບ​ກັບ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ​ອຸດົມ​ໄຊ ຈັດ​ກອງ​ປະຊຸມສໍາ​ມະ​ນາ​ດັ່ງກ່າວ​ຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ 2014 ທີ່ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ,ປະທານກວດກາພັກ-ລັດ ແຂວງອຸດົມໄຊ ແລະ ທ່ານ ບຸນມີ ມະນີວົງ ຄະນະພັກກະຊວງ,ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ, ໃນກອງປະຊຸມມີບັນດາທ່ານຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າ 08 ແຂວງພາກເໜືອ,ຜູ້ຕາງໜ້າຈາກຂະແໜງການຕ່າງໆອ້ອມຂ້າງແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ ເຂົ້າຮ່ວມທັງໝົດຈໍານວນ 90 ກວ່າ ​ທ່ານ.  ກອງປະຊຸມໃນຄັ້ງນີ້ແມ່ນຈັດຂຶ້ນໂດຍ​ການ​ສະໜັບສະໜູນຊ່ວຍເຫຼືອດ້ານ​ງົບປະມານ​ຈາກ​ລັດຖະບານ​ເຢຍລະ​ມັນ ພາຍ​ໃຕ້​ໂຄງການ​ຮ່ວມ​ມື​ອາ​ຊຽນ-​ເຢຍລະ​ມັນ(CPL)​ແລະ ​ແມ່ນອົງການ GIZ  ເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 02 ວັນເຕັມ, ຈຸດປະສົງໃນການຈັດກອງປະຊຸມສໍາມະນາດັ່ງກ່າວແມ່ນເພື່ອເປັນການທາບທາມ ແລະ ລະດົມຄວາມຄິດເຫັນຕໍ່ຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ຈາກບັນດາທ່ານຜູ້ຕາງໜ້າພາກສ່ວນຕ່າງໆທີ່ເຂົ້າຮ່ວມກອງປະຊຸມ. ໃນກອງປະຊຸມທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ໃຫ້ເຫັນເຖີງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ,ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ​ຫຼັກຂອງ​ການ​​ແຂ່ງຂັນ​ ​ແມ່ນ​: ເພື່ອສົ່ງ​ເສີມ ​ແລະປົກປ້ອງຂະບວນການ​ແຂ່ງຂັນ​ການ​ຄ້າທີ່ເປັນທໍາ.  ສະນັ້ນ, ​ຕະຫຼາດທີ່ມີການ​ແຂ່ງຂັນ​ທີ່​ເປັນ​ທຳແລະມີ​ປະ​ສິດທິ​ຜົນເທົ່ານັ້ນທີ່ຈະສາມາດ​ປະກອບສ່ວນ​ເຂົ້າ​ໃນການ​ພັດທະນາ ແລະ ການເຕີບໂຕ ທາງເສດຖະກິດຂອງຊາດ ​ທັງເປັນການປົກປ້ອງຄຸ້ມຄອງ ແລະ ຍົກລະດັບສະຫວັດດີ​ການຂອງ​ຜູ້​ຊົມ​ໃຊ້.ນອກຈາກນັ້ນ,ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເພີ້ມຂຶ້ນ ຄະນະຮັບຜິດຊອບສ້າງຮ່າງກົດໝາຍໄດ້ນໍາສະເໜີກ່ຽວກັບ: ຄວາມຮຽກຮ້ອງຕ້ອງການຂອງສາກົນ ແລະ ພາກພື້ນ ກ່ຽວກັບນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ Competition Policy and Law (CPL), “ ຮ່າງ “ ນະໂຍບາຍການແຂ່ງຂັນ ແລະ ລົງເລິກແຕ່ລະມາດຕາຂອງ “ ຮ່າງ “ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າເພື່ອໃຫ້ບັນດາຜູ້ເຂົ້າຮ່ວມກໍາໄດ້ບັນດາເນື້ອໃນສໍາຄັນຂອງຮ່າງກົດໝາຍດັ່ງກ່າວ ໃນການນໍາໄປຄົ້ນຄວ້າປະກອບຄໍາຄິດຄໍາເຫັນ.

ພາຍຫຼັງທີ່ສໍາເລັດກອງປະຊຸມລະດົມຄວາມຄິດເຫັນດັ່ງກ່າວຢູ່ພາກເໜືອແລ້ວ ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍການແຂ່ງຂັນການຄ້າ ຍັງຈະໄດ້ສືບຕໍ່ລົງໄປທາບທາມລະດົມຄວາມຄິດເຫັນຕໍ່ຮ່າງກົດໝາຍດັ່ງກ່າວຢູ່ບັນດາແຂວງພາກໃຕ້ຕື່ມອີກ.

About -