ກະຊວງ ອຄ ເປີດກອງປະຊຸມໃຫຍ່ກຳມະບານ ຄັ້ງທີ IV
By sonsathit rasavong On 22 Oct, 2014 At 01:35 PM | Categorized As ຂ່າວສຳຄັນ | With 0 Comments

ຕອນ​ເຊົ້າ​ວັນ​ທີ 21 ຕຸລາ 2014 ຜ່ານ​ມາ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ເປີດ​ກອງ​ປະຊຸມ​​ໃຫຍ່​ຂອງ​ຄະນະ​ບໍລິຫານ​ງານ​ກຳມະບານ​ກະຊວງ​ ອຄ ຄັ້ງ​ທີ IV ​ເພື່ອ​ຕີ​ລາຄາ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ​ແລະ ທິດ​ທາງ​ໜ້າ​ທີ່​ວຽກ​ງານ 5 ປີ​ຕໍ່ໜ້າ​ ແຕ່​ປີ 2014-2019.

​ເຂົ້າ​ຮ່ວມ​ເປ​ັນປະທານ​ໂດຍ ທ່ານ ຄຳ​ຫຼ້າ ລໍ​ລອນ​ສີ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ມີ​ຄະນະ​ຊາວ​ໜຸ່ມ​ກະຊວງ, ຄະນະ​ສະຫະພັນ​ແມ່ຍິງ​ກະຊວງ ພ້ອມ​ດ້ວຍ​ແຂກ​ທີ່​ມາ​ຈາກ​ລັດ​ວິ​ສາ​ຫະກິດ​ອ້ອມ​ຂ້າງ​ກະຊວງ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ພ້ອມ​ດ້ວຍ​ສະມາຊິກ​ກຳມະບານ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ.

ທ່ານ ສັນຕິ​ສຸກ ວິ​ໄລ​ຈະ​ເລີ​ນ ປະທານ​ສະຫະພັນ​ກຳມະບານ​ກະຊວງ ອຄ ​ໄດ້​ກ່າວ​ວ່າ: ອົງການ​ຈັດ​ຕັ້ງ​ສະຫະພັນ​ກຳມະບານ​ກະຊວງ ອຄ ​ເປັນ​ການຈັດ​ຕັ້ງ​ມະຫາຊົນ​ເປັນ​ອົງກອນ​ທີ່ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຄຸ້ມ​ຄອງ​ຂອງ​ອົງຄະ​ນະ​ພັກ​ກະຊວງ ອຄ ​ແລະ ​ເປັນ​ພາກສ່ວນ​ໜຶ່ງ​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປຸກລະດົມ​ພະນັກງານ, ລັດຖະກອນ, ກຳມະກອນ ​ແລະ ຜູ້​ອອກ​ແຮງ​ງານ​ປະຕິບັດ​ໜ້າ​ທີ່​ໃນ​ຂົງ​ເຂດ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ.

ຕະຫຼອດ 5 ປີຜ່ານມາ ສະຫະພັນ​ກຳມະບານ​ໃນ​ແຕ່ລະ​ຂັ້ນ​ໄດ້​ພ້ອມ​ກັນ​ເປັນ​ເຈົ້າ​ການຈັດ​ຕັ້ງ​ປະຕິບັດ​ເຜີຍ​ແຜ່​ມູນ​ເຊື້ອ, ມະຕິ​ຕ່າງໆ​ຂອງ​ພັກ-​ລັດ ​ເພື່ອ​ຍົກ​ລະດັບ​ທິດ​ສະ​ດີກາ​ນ​ເມືອງ, ​ແນວທາງ​ນະ​​ໂຍບາຍ​ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ 5 ປີ ຄັ້ງ​ທີ VI ​ແລະ ຄັ້ງ​ທີ VIII, ກົດໝາຍ​ລັດ ​ແລະ ປະຕິບັດ​ໜ້າ​ທີ່​ຕາມ​ພາລະ​ບົດບາດ ​ພ້ອມ​ກັນ​ນີ້​ຍັງ​ເຮັດ​ໜ້າ​ທີ່​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ສະມາຊິ​ກກຳມະບານ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ.

ວຽກ​ງານ​ການຈັດ​ຕັ້ງພະນັກງານ-​ລັດຖະກອນ​ ​ແລະ ກຳມະກອນທັງ​ໝົດ ​ມີ 3.265 ສະຫາຍ, ຍິງ 912 ສະຫາຍ. ​ໃນ​ນັ້ນ, ມີ​ສະມາຊິກ​ກຳມະບານ​ທັງ​ໝົດ 2.202 ສະຫາຍ, ຍິງ 573 ສະຫາຍ, ຂະ​ຫຍາ​ຍ​ໃໝ່ 658 ສະຫາຍ, ຍິງ 89 ສະຫາຍ ນັບ​​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ​ເປັນ​ຕົ້ນ​ມາ​ການຈັດ​ຕັ້ງ​ກຳມະບານ ​ໄດ້​ມີ​ສະຫະພັນ​ເພີ່ມ​ຂຶ້ນ ​ເຊັ້ນ: ສະຫະພັນ​ກຳມະບານ​ລັດ​ວິ​ສາ​ຫະກິດ​ ນ້ຳມັນ​ເຊື້ອ​ໄຟ​ລາວ, ສະຫະພັນ​ກຳມະບານ ບໍລິສັດ​ ​ເບຍ​ລາວ ​ເຫຼືອ​ນັ້ນ​ເປັນ​ຮາກ​ຖານ ​ແລະ ໜ່ວຍ​ກຳມະບານ​ມີ 16 ໜ່ວຍ, ຄະນະ​ຮາກ​ຖາ​ນມີ 84 ສະຫາຍ, ຍິງ 17 ສະຫາຍ ​ເວົ້າ​ລວມກຳມະບານ​ມີ​ການ​ຂະຫຍາຍຕົວ​ຕໍ່​ເນືອງ.

ທ່ານ​ກກ່າວ​ຕື່ມ​ອີກ​ວ່າ: ສຳລັບ​ທິດ​ທາງ​ໃນ 5 ປີ​ຕໍ່ໜ້າ​ແຕ່​ປີ 2015-2019 ມີ​ຄື: ຕ້ອງ​ໄດ້​ເຊີດ​ຊູ​ບົດບາດ​ຄວາມ​ສາມາດ​ໃນ​ການຈັດ​ຕັ້ງ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ສຶກສາ​ອົບຮົມ ​ແລະ ປຸກລະດົມ​ສະມາຊິກ​ກຳມະບານ, ພະ​ນັກ​ງານ ​ແລະ ກຳມະກອນ ທົ່ວ​ກະຊວງ​ເຂົ້າ​ຮ່ວມ​ການ​ປະຕິບັດ​ແຜນການ 5 ປີ ຄັ້ງ​ທີ VIII ຢ່າງ​​ແຂງ​ແຮງ.

ຍົກ​ສູງ​ວຽກ​ງານ​ການ​ສຶກສາ​ອົບຮົມ ​ແລະ ກໍ່ສ້າງ​ອົງການ​ກຳມະບານ​ຂັ້ນ​ຕ່າງໆ ​ແນ່​ໃສ່​ເຮັດ​ໃຫ້​ເປັນ​ພະນັກງານ​ດີ ມີ​ລະບຽບ​ວິ​ໄນ ມີ​ຄວາມ​ຕື່ນ​ຕົວ​ທາງ​ດ້ານ​ການ​ເມືອງ ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ກຳ​ແໜ້ນແນວທາງ ​ແລະ ຜັນ​ຂະ​ຫຍາຍ​ແນວທາງ​ມາ​ເປັນ​ແຜນ​ວຽກ​ປະຕິບັດ​ຂອງ​ຕົນ ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ກຳມະບານ​ຂັ້ນ​ຕ່າງໆ ​ເພື່ອ​ຮ່ວມ​ໃນ​ການ​ສ້າງ​ແຜນ​ນະ​ໂຍບາຍ, ກົດໝາຍ ​ແບະ ການ​ປະຕິບັດ​ສິດທິ​ການ​ຕິດຕາມ, ການ​ກວດກາ​ເຄື່ອນ​ໄຫວ​ປະຕິບັດ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດຖະກິດ​ສັງຄົມ ​ແລະ ອົງການ​ກຳມະບານ​ຂັ້ນ​ຕົ້ນ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ສະຫະພັນ​ກຳມະບານ​ລາວ.

ທີ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ ທ່ານ​ ສົມ​ຫວັງ ນິນ​ທະ​ວົງ ຫົວໜ້າ​ຫ້ອງການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ປະທານ​ສະຫະພັນ​ກຳມະບານ​ກະຊວງ ອຄ, ທ່ານ ອະນຸ​ສິນ ພົນ​ເສນາ, ທ່ານ ດຣ. ​ແກ້ວ​ມໍລະ​ກົ​ດ ສິດ​ລາກ​ອນ ​ເປັນ​ຮອງ​ປະທານ​ສະຫະພັນ​ກຳມະບານ​ກະຊວງ ​ແລະ ທ່ານ ນາງ ສອນ​ຈັນ ພຸດທະ​ວົງ ​ເປ​ັນປະທານ​ກວດກາ​ສະຫະພັນ​ກຳມະບານ​ກະຊວງ ອຄ.

[ຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ]