ກອງປະຊຸມຂະແໜງການຄ້າ ແລະ ພາກທຸລະກິດ, ອີກໜຶ່ງ ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງ ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ
By sonsathit rasavong On 16 Oct, 2014 At 08:35 AM | Categorized As ຂ່າວສຳຄັນ | With 0 Comments

 

ກອງປະຊຸມຂະແໜງການຄ້າ ແລະ ພາກທຸລະກິດ ຄັ້ງທີ 6 ຈັດຂື້ນໃນວັນທີ 15 ຕຸລາ 2014 ນີ້ ເພື່ອປຶກສາຫາລື ບັນດາຜົນສຳເລັດອັນຕົ້ນຕໍ ຕະຫຼອດໄລຍະ 1 ປີ ຜ່ານມາ ແລະ ບັນດາສິ່ງກີດຂວາງສະພາບແວດລ້ອມຂອງການລົງທຶນ ທີ່ກໍາລັງ​ເປັນ​ອຸປະສັກ​ຕໍ່ການຂະຫຍາຍຕົວຂອງຂະແໜງການໂຮງຈັກໂຮງການ ແລະ ການບໍລິການ ໃນລາວ.

ກອງປະຊຸມຈັດຂື້ນເປັນເວລາເຄິ່ງມື້ ໂດຍກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ, ​ຕາງໜ້າ​ຈາກສະຖານທູດຕ່າງປະ​ເທດ​ປະຈຳ​ລາວ, ຕາງໜ້າ​ຈາກອົງການ​ຈັດ​ຕັ້ງສາກົນ ສະພາ​ການ​ຄ້າ ​ແລະ ອຸ​ດ​ສາ​ຫະກຳ​ແຫ່ງ​ຊາດ ​ແລະ ສະມາຄົມທຸລະກິດທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ໂດຍມີຜູ້ເຂົ້າຮ່ວມຈຳນວນ 100 ກ່ວາ ທ່ານ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ.

ໃນທີ່ປະຊຸມ, ພະນະທ່ານ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນປະທານຂອງກອງປະຊຸມ ຮ່ວມກັບ ພະນະ ທ່ານ Michael Grau, ​ເອກ​ອັກຄະ​ລັດຖະທູດ​ແຕ່ງຕັ້ງ​ເຢຍລະມັນ ປະ​ຈໍາ ສປປ ລາວ ແລະ ທ່ານ Mr. Michel Goffin ອຸປະທຸດ ສະຫະພາບເອີລົບ ປະຈໍາ ສປປ ລາວ ທ່ານ​ໄດ້ກ່າວເຖິງຄວາມຈໍາເປັນໃນການສົ່ງເສີມບັນດາຂະແໜງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໃຫ້ກາຍເປັນຍຸດທະສາດ ເພື່ອສາມາດບັນລຸການເຕີບໂຕທີ່ດີ ແລະ ໜັ້ນທ່ຽງ. ໂດຍພະນະທ່ານ ເຂັມມະນີ ພົນເສນາໄດ້ກ່າວວ່າ “ການຂະຫຍາຍຕົວດ້ານການຂຸດຄົ້ນຊັບພະຍາກອນທຳມະຊາດ ໄດ້ສ້າງຜົນປະໂຫຍດອັນມາຫາສານມາສູ່ເສດຖະກິດຂອງ ລາວ ເຊິ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວດ້ານເສດຖະກິດທີ່ສູງ, ລາຍຮັບໃນສົກງົບປະມານເພີ່ມຂື້ນ, ພື້ນຖານໂຄງລ່າງມີການພັດທະນາ ແລະ ມີການປັບປຸງໃນດ້ານລະບຽບການ ແລະ ກົດໝາຍສິ່ງແວດລ້ອມ. ໃນຄະນະດຽວກັນ, ການອາໄສຂະ ແໜງການຊັບພະຍາກອນທຳມະຊາດຫຼາຍເກີນໄປ ສຳລັບການຂະຫຍາຍຕົວທາງດ້ານເສດຖະກິດ ອາດກໍ່ໃຫ້ເກີດຄວາມສ່ຽງຢ່າງຮຸນແຮງ ໃນການພັດທະນາແບບຍືນຍົງໃນໄລຍະຍາວ ຂອງ ສປປ ລາວ. ໃນນີ້, ຈຸດປະສົງຫຼັກຂອງໂຄງການພັດທະນາການຄ້າ ແລະ ພາກທຸລະກິດຂອງພວກເຮົາ ແມ່ນສຸມໃສ່ ການອຳນວຍຄວາມສະດວກໃຫ້ກັບບັນດາຂະ
ແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ໂດຍລວມມີ: ກ) ສົ່ງເສີມຄວາມອາດສາມາດໃນການແຂ່ງຂັນທີ່ເປັນໄປໄດ້ທີ່ມີຢູ່, ຂ) ສົ່ງເສີມການເຂົ້າຮ່ວມຂອງຜູ້ທີ່ທຸກຍາກໃນວົງກ້ວາງ, ຄ) ຂົງເຂດທີ່ມີຄວາມສາມາດທີ່ຈະພັດທະນາເປັນຕະຫຼາດໄດ້.”

“ທ່ານ Mr. Michel Goffin ໄດ້ຢໍ້າໃຫ້ເຫັນເຖິງຄວາມສໍາຄັນຂອງການສະໜັບສະໜູນດ້ານການເງິນ ຂອງບັນດາ ຜູ້ໃຫ້ທຶນ ເພື່ອຊ່ວຍ ສປປ ລາວ ເພື່ອເພີ່ມທະວິ ບູລິມະສິດການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ. ໂດຍຄາດຄະເນວ່າ ນັບແຕ່ປີ 2012 ເຖິງ 2018 ການຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ຈະສູງເຖິງ 50 ລ້ານໂດລາສະຫະລັດ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແກ່ລັດຖະບານລາວ ໃນການປັບປຸງປັນດານະໂຍບາຍ ທີ່ກ່ຽວຂ້ອງ, ສ້າງບັນດານິຕິກໍາ, ສ້າງສູນຂໍ້ມູນຂ່າວສານ ແລະ ໜ່ວຍງານຈັດຕັ້ງປະຕິບັດດ້ານວິຊາການ ໂດຍໃຫ້ ສອດຄ່ອງກັບມາດຕະຖານຄວາມຮຽກຮ້ອງຕ້ອງການ ຂອງອົງການ ການຄ້າໂລກ ແລະ ອາຊຽນ; ລວມທັງການສະໜັບ ສະໜູນທາງດ້ານການເງິນ ແລະ ເຕັກນິກໂດຍກົງ ໃຫ້ກັບ ບັນດາ SMEs ແລະ ອື່ນໆ. ເປັນຕົ້ນແມ່ນການ ເຂົ້າເຖິງແຫຼ່ງທຶນ, ທຶນສົມທົບເພື່ອສົ່ງເສີມພາກທຸລະກິດ ແລະ ການໃຫ້ຄໍາປຶກສາດ້ານທຸລະກິດ. ໃນນີ້, ທ່ານ Goffin ຍັງໄດ້ເນັ້ນໃຫ້ເຫັນ ຄວາມຈໍາເປັນ ຂອງການໃຫ້ການຊ່ວຍເຫຼືອຢ່າງມີປະສິດທິຜົນ ເພື່ອໄດ້ຮັບຜົນປະໂຫຍດອັນສູງສຸດ ແກ່ການພັດທະນາພາກທຸລະກິດ ເຊິ່ງແມ່ນ ພາກສ່ວນທີ່ສໍາຄັນໃນການສ້າງຄວາມຫຼາກຫຼາຍທາງດ້ານ ເສດຖະກິດ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດທີ່ໝັ້ນທ່ຽງ.”

ກອງປະຊຸມຍັງໄດ້ປຶກສາຫາລື ບັນດາຂໍ້ຄິດເຫັນຂອງໜ່ວຍງານທີ່ຈະປະກອບ​ເຂົ້າໃຫ້ກັບກອງປະຊຸມໂຕະມົນ, ຂອບຂອງການກະກຽມສຳລັບແຜນພັດທະນາ​ເສດຖະກິດ ​ແລະ ສັງຄົມ 5 ປີຕໍ່ໜ້າ, ການຊອກ​ຫາຈຸດສຳຄັນ ແລະ ຂໍ້ສະເໜີແນະຕ່າງໆ​ເພື່ອ​ຮັບ​ໃຊ້ໃນການປະເມີນຜົນວິສາຫະກິດ, ການປະເມີນຜົນການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທີ່ນຳສະເໜີໂດຍ ຕາງໜ້າ​ຈາກອົງການ GIZ ແລະ ທະນາຄານໂລກ ຕາມລຳດັບ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແຫນງການອື່ນ ໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 13 ລະຫວ່າງ ວັນທີ (13-19 ຕຸລາ 2014) ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່, ບັນດາຊາວຊ່າງຫັດຖະກຳຂອງລາວໄດ້ນຳເອົາຜະລິດຕະພັນຈາກທ້ອງຖິ່ນຂອງຕົນເຂົ້າວາງສະແດງຂາຍຢ່າງໜາແໜ້ນ ເຊິ່ງປີນີ້ມີຫ້ອງວາງສະແດງເຖິງ 255 ຫ້ອງ ຫຼາຍກວ່າ 100 ຫົວໜ່ວຍ ຜູ້ຜະລິດຫັດຖະກຳທົ່ວປະເທດ.

ງານມະຫະກຳສີມືຫັດຖະກຳລາວ ໄດ້ເປີດຂຶ້ນໃນຕອນບ່າຍວານນີ້ ທີ່ສູນການຄ້າລາວ-ໄອເຕັກ ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສີສະຫວາດ ທິຣະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີບັນດາທ່ານພະນັກງານຈາກພາກລັດ, ຜູ້ຕ່າງໜ້າຈາກອົງການຈັດຕັ້ງສາກົນ, ນັກທຸລະກິດ ແລະ ຊາວຊ່າງຫັດຖະກຳລາວເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານແມ່ນ ເພື່ອປະຕິບັດແຜນສົ່ງເສີມການວາງສະແດງທີ່ໄດ້ຈັດຂຶ້ນທຸກໆປີ ເຊິ່ງປີນີ້ເປັນປີທີ 13 ທີ່ໄດ້ຈັດຂຶ້ນ ທັງເປັນການເປີດໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ນຳຜະລິດຕະພັນຂອງຕົນອອກມາສູ່ຕະຫຼາດ ທັງເປັນເວທີພົບປະແລກປ່ຽນບົດຮຽນກັບລູກຄ້າໂດຍກົງ, ມີການຊື້-ຂາຍຜະລິດຕະພັນຢ່າງຍຸດຕິທຳ ແລະ ອາດຈະເຮັດຂໍ້ຜູກພັນສັ່ງຈອງສິນຄ້າຫັດຖະກຳກັນໃນຕໍ່ໜ້າ ພິເສດງານນີ້ ຜະລິດຕະພັນທີ່ເດັ່ນແມ່ນການປະຍຸກຜ້າຝ້າຍ ແລະ ຜ້າໄໝຂອງລາວໄດ້ໂດຍເດັ່ນ ໂດຍສະເພາະແມ່ນຕົບແຕ່ງໃສ່ກັບເຄື່ອງປະດັບ.

ທ່ານ ສີສະຫວາດ ທິຣະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່າວວ່າ: ງານມະຫະກໍາສີມືຫັດຖະກຳລາວຄັ້ງທີ 13 ເຊິ່ງເປັນການເອກອ້າງຜົນງານຂອງຊາວຊ່າງຫັດຖະກຳ ຕໍ່ສາຍຕາແຂກທັງພາຍໃນ ແລະ ຕ່າງປະເທດ ແຕ່ວ່າຊາວຊ່າງຫັດຖະກຳຍັງມີຄວາມຮູ້ຈຳກັດໃນ​ຫຼາຍໆ​ດ້ານ​ທີ່​ຕ້ອງ​ໄດ້​ຮຽນ​ຮູ້​ຕື່ມ​ເພື່ອ​ພັດທະນາ​ສີມື​ຕົນ​ໃຫ້​ໄດ້​ມາດຖານ​ແຫ່ງ​ຊາດ ​ແລະ ພາກ​ພື້ນ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ​ເຊິ່ງຍັງ​ຈຳ​ປັນ​ຕ້ອງ​​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ ​ແລະ ​ເອື້ອ​ອຳ​ນວຍ​ຄວາມ​ສະດວກ​ຈາກ​ອົງການ​ມະຫາ​ພາກ​ຢ່າງ​ເປັນ​ຮູບ​ປະ​ທຳ ​​ເພື່ອ​ກຽມພ້ອມ​ຜະລິດ​ສິນຄ້າ​ຫັດຖະກຳ​ໃຫ້​ຫຼາກ​ຫຼາຍ, ຮັບ​ໃຊ້​ຕະຫຼາດ​ພາຍ​ໃນ ​ແລະ ສົ່ງ​ອອກ​ຕາມ​ນະ​ໂຍບາຍ​ເປີດ​ກວ້າງ​ທາງ​ດ້ານ​ເສດ​ຖະກິດ​ຂອງ​ພັກ ​ແລະ ລັດຖະບານ.

ທ່ານ​ກ່າວ​ຕື່ມ​ວ່າ: ງານ​ຫັດຖະກຳ​ລາວ​ຄັ້ງ​ນີ້ ຈັດ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ແຫ່ງ​ການ​ກະກຽມ​ສະ​​ເຫຼີ​ມສະຫຼອງ​ຫຼາຍ​ວັນ​ປະຫວັດສາດ​ຂອງ​ຊາດ​ເຮົາ. ​ໃນ​ນັ້ນ, ພວກ​ເຮົາ​ກໍ່​ກຳລັງກຽມ​ຄວາມ​ພ້ອມ ​ເພື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ທີ່​ຈະ​ມາ​ເຖິງ ​ເຊິ່ງທຸກ​ພາກສ່ວນ​ຈະ​ຕ້ອງ​ມີ​ແຜນການ​ລະອຽດ​ຂອງ​ຕົນ​ລວມ​ໄປ​ຮອດ​ຊາວ​ຊ່າງ​ຫັດຖະກຳ​ຂອງ​ພວກ​ເຮົາ. ​ເຊື່ອ​ໝັ້ນ​ວ່າ: ສະມາຄົມ​ຫັດຖະກຳ​ລາວ​ເປັນ​ໜຶ່ງ​ໃນ​ສະມາຄົມ​ຕົ້ນໆ​ຂອງ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ຈະ​ມີ​ໄຫວ​ພິກ ​ແລະ ຫົວຄິດ​ປະດິດ​ສ້າງ​ໃນ​ການ​ນຳພາ​ຊາວ​ຊ່າ​ງຫັດຖະກຳ​ກໍ່​ຄື​ບັນດາ​ສະມາຊິກ​ຂອງ​ສະມາຄົມ​ກຽມພ້ອມ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

​ເປັນ​ອີກ​ບາດ​ກ່າວ​ໜຶ່ງ​ໃນ​ການ​ເຕົ້າ​ໂຮມ​ເອົາ​ບັນດາ​ເຄື່ອງ​ຫັດຖະກຳ ​ແລະ ນຳ​ເອົາ​ຊາວ​ຊ່າງ​ຫັດຖະກຳຂອງ​ລາວ​ເຮົາ​ຫັນ​ເຂົ້າ​ສູ່​ຕະຫຼາດ ສ້າງ​ມູນ​ຄ່າ​ທາງ​ການ​ຄ້າ ​ແລະ ສົ່ງ​ເສີມ​ສີມື, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ, ສະມາຄົມ​ຫັດຖະກຳ​ລາວ​ແມ່ນ​ມີ​ຄວາມ​ພະຍາຍາມ​ໃນ​ການ​ປຸກລະດົມ​ເຕົ້າ​ໂຮມ​ເອົາ​ຊາວ​ຊ່າງ​ຫັດຖະກຳ​ລາວ​​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ກິດຈະ​ກຳ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ພັດທະນາ​ສິນຄ້າ​ຫັດຖະກຳ​ໃຫ້​ມີ​ຄຸນ​ນະພາ​ບສູງ ​ແລະ ​ເອົາ​ໃຈ​ໃສ່​ອະນຸລັກ​ຮັກສາ​ວັດທະນະທຳ​ສື​ບສານ​ພູມ​ປັນຍາ ​ແລະ ສິ່ງ​ປະດິດ​ຕ່າງໆ​ຂອງ​ບັນພຣະບຸລຸດ​ລາວ​ເຮົາ.

ທ່ານ ຫານ​ຊະນະ ສີ​ສານ ປະທານ​ສະມາຄົມ​ຫັດຖະກຳ​ລາວ ກ່າວ​ວ່າ: ສະ​ເພາະ​ປີ​ນີ້ ກໍ່​ເປັນ​ຄັ້ງ​ທີ 13 ​ເພື່ອ​ສ້າງ​ໂອກາດ​ໃຫ້​ຊາວ​ຊ່າງ​ຫັດຖະກຳ​ລາວ​ທົ່ວ​ປະ​ເທດ ​ໄດ້​ນຳ​​ເອົາ​ສິນຄ້າ​ຫັດຖະກຳ​ຂອງ​ຕົນ​ມາ​ວາງສະ​ແດງ ​ແລະ ຂາຍ. ພ້ອມ​ນີ້ຍັງ​ເປີດ​ໂອກາດ​ໃຫ້​ເຂົາ​ເຈົ້າ​ໄດ້​ມາ​ພົບ​ປະ​ແລກປ່ຽນ​ບົດຮຽນ​ນຳ​ກັນ ຊອກ​ຫາ​ຄູ່​ຄ້າ ຫຼື ຄູ່​ຮ່ວມ​ທຶນ, ຮ່ວມ​ທຸລະ​ກິດ​ນຳ​ກັນ ຊາວ​ຊ່າງ​ຫັດຖະກຳ​ທີ່​ມາ​ຈາກ​ທ້ອງ​ຖິ່ນ ບໍ່​ວ່າ​ຈະ​ຢູ່​ໃກ້ ຫຼື ​ໄກ ​ໃນ​ເຂດ​ຫ່າງ​ໄກ​ສອກ​ຫຼີກທຸລະ​ການ​ດານ ຍັງ​ໄດ້​ເຂົ້າ​ຮ່ວມ​ສຳ​ມະ​ນາ​ເພື່ອ​ຫາ​ຄວາມ​ຮູ້ ​ແລະ ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ໃນ​ງານ​ນີ້.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ: ນອກຈາກ​ຈະ​ມີ​ການສະ​ແດງ ​ແລະ ຂາຍ​ຜະລິດ​ຕະພັນ​ຫັດຖະກຳ​ລາວ​ແລ້ວ ພາຍ​ໃນ​ງານ​ກໍ່​ຍັງ​ມີ​ກິດຈະກຳ​ສາທິດ​ການ​ປູກ​ມອນ​ລ້ຽງ​ມ້ອນ, ສານ​ກະຕ່າ, ຕ່ຳ​ຜ້າ​ພື້ນ​ເມືອງ ​ແລະ ອື່ນໆ. ​ໃນ​ຄ່ຳຄືນ​ຂອງ​ວັນ​ທີ 15 ຕຸລາ ຈະ​ມີ​ການ​ເດີນ​ແບບ​ຊຸດ​ອາພອນ​ລາວ ​ເພື່ອ​ພ້ອມພຽງ​ກັນ​ອະນຸລັກ​ວັດທະນະທຳ​ຂອງ​ຊາດ ​ແລະ ລາຍການ​ສະ​ແດງ​ອື່ນໆ.

ສຳລັບ​ປີ​ນີ້, ຫົວ​ຂໍ້​ຂອງ​ງານ​ແມ່ນ​ຫັດຖະກຳ​ເຄື່ອງ​ທີ່​ລະນຶກ, ການ​ເຂົ້າ​ຫາ​ແຫຼ່ງທຶນ SME ​ແລະ ການ​ກຽມ​ຕົວ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ເຊິ່ງຈະ​ມີ​ຊ່ຽວຊານ​ຈາກ​ພາກ​ລັດ ​ແລະ ອົງ​ການຈັດ​ຕັ້ງ​ສາກົນ​ມາ​ບັນຍາຍ, ງານ​ດັ່ງກ່າວ ມີ​ຊາວ​ຊ່າງ​ຫັດຖະກຳ​ມາ​ເຂົ້າ​ຮ່ວມ​ງານ​ຫຼາຍ​ກວ່າ 100 ຫົວໜ່ວຍ ​ແລະ ມີ​ຫ້ອງ​ຂາຍ​ສຳລັບ​ຫັດຖະກຳ​ລາວ​ທັງ​ໝົດ 225 ຫ້ອງ ນອກ​ນັ້ນ​ກໍ່​ມີ​ການ​ຄ້າຂາຍ​ສິນຄ້າ​ທົ່ວ​ໄປ.

ທ່ານ ນາງ ສົມ​ເພັດ ​ໂຄດ​ສີ​ເມືອງ ຜູ້ອຳນວຍການ​ຫັດຖະກຳ​ປ້າ​ແສນ ບ້ານ​ໂພນ​ໝີ ​ແຂວງ​ວຽງ​ຈັນ ​ໄດ້​ກ່າວ​ວ່າ: ງານ​ດັ່ງກ່າວ ສຳ​ລັບ​ຮ້ານ​ຂອງ​ຕົນ​​ໄດ້​​ເຂົ້າຮ່ວມ​ເກືອບ​ທຸກຄັ້ງ ​ເຊິ່ງກໍ່​ມີ​ການ​ຕອບຮັບ​ຈາກ​ລູກ​ຄ້າ​ເປັນ​ຈຳນວນ​ຫຼາຍ, ທັງ​ເປັນ​ໂອກາດ​ໃຫ້​ຜະລິດ​ຕະພັນ​ຂອງ​ຕົນ ກໍ່​ຄື​ບັນດາ​ຮ້ານ​ອື່ນໆ​ໄດ້​ອອກ​ສູ່​ສາຍຕາ​ລູກ​ຄ້າ ​ແລະ ​ເປັນ​ເວທີ​ໃນ​ການສະ​ແດງ​ເຖິງ​ຄວາມ​ງົດ​ງາມ​ຂອງ​ເຄື່ອງ​ຫັດຖະກຳ​ລາວ​ເຮົາ, ທັງ​ເປັນ​ຈຸດ​ເຊື່ອມ​ຕໍ່​ການ​ຊື້-​ຂາຍ​ແບບ​ມີ​ສັນຍາ​ການ​ສັ່ງ​ຈອງ. ນອກຈາກ​ນັ້ນ, ກໍ່​ຍັງ​ເປັນ​ການ​ຮັບ​ເອົາ​ຄຳ​ຕຳ​ນິຕິ​ຊົມ​ຈາກ​ລູກ​ຄ້າ​ເພື່ອ​ນຳ​ກັບ​ຄືນ​ເມືອ​ປັບປຸງ ​ແລະ ສົ່ງ​ເສີມ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້.

ຢ່າງ​ໃດ​ກໍ່ຕາມ ບັນດາ​ຜູ້​ປະກອບ​ການ​ຍັງ​ຮຽກຮ້ອງ​ໃຫ້​ພາກ​ລັດ​ເບິ່ງ​ຄືນ​ໃນ​ການ​ສົ່ງ​ເສີມ​ ​ໂດຍ​ສະ​ເພາະ​ການ​ສະໜອງ​ເງິນ​ທຶນ, ການ​ເກັບ​ພາສີ​ອາກອນ, ການ​ຊອກຫາ​ຕະຫຼາດ, ບັນຫາ​ການ​ຂົນ​ສົ່ງ ​ແລະ ອື່ນໆ ທີ່​ຈະ​ສ້າງ​ຄວາມ​ສະດວກ​ໃນ​ຜະລິດ​ພັນ​ມີ​ການ​ພັດທະນາ ​ແລະ ສາມາດ​ແຂ່ງຂັນ​ໄດ້​ໃນ​ການ​ເຊື່ອມ​ໂຍງ​ປະຊາ​ຄົມເສດຖະກິດ​ອາ​ຊຽນ.

[ພາບ ແລະ ຂ່າວຈາກ ໜ່ວຍງານຈັດຕັ້ງປະຕິບັດໂຄງການ, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ]