ລັດຖະມົນຕີການຄ້າ ເຜີຍທຸກຂະແໜງການຕ້ອງຮັບຮູ້ນຳກັນເຖິງຮູບການປ່ຽນແປງໃໝ່ໃນເວທີເອອີຊີ
By sonsathit rasavong On 29 Sep, 2014 At 08:34 AM | Categorized As ຂ່າວສຳຄັນ | With 0 Comments

ສປປ ລາວ ໄດ້ມີການກະກຽມຫຼາຍດ້ານໃນການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຫຼື ເອອີຊີ ໃນທ້າຍປີ 2015 ເປັນຕົ້ນແມ່ນທາງດ້ານນິຕິກຳ, ກົດໝາຍ ແລະ ລະບຽບການຕ່າງໆ ເພື່ອໃຫ້ສອດຄ່ອງກັບສາກົນຕາມນະໂຍບາຍການປ່ຽນແປງໃໝ່, ດ້ານລັດຖະມົນຕີວ່າການກະຊວງ ອຄ ເປີດເຜີຍ ເອອີຊີຈະເປັນໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບເສດຖະກິດຂອງລາວໃນຍູກການເຊື່ອມໂຍມກັບພາກພື້ນ ແລະ ສາກົນ.

ປະຊາຄົມເສດຖະກິດອາຊຽນ ຫຼື ເອອີຊີ ໄດ້ມີເປົ້າໝາຍຮ່ວມກັນໃນການຊຸກຍູ້ສ້າງໃຫ້ອາຊຽນກາຍເປັນຕະຫຼາດ ແລະ ຖານການຜະລິດອັນດຽວກັນ ອັນເປັນຜົນດີເຮັດໃຫ້ສິນຄ້າ, ການບໍລິການ ແລະ ການລົງທຶນໃນ 10 ປະເທດນີິ້ສາມາດເຄື່ອນໄຫວໄດ້ຢ່າງເສລີ. ນອກນັ້ນ, ຍັງສ້າງໃຫ້ອາຊຽນມີຄວາມສາມາດໃນການແກ້ງແຍ່ງແຂ່ງຂັນ, ການສ້າງໃຫ້ພາກພື້ນຂອງພວກເຮົາມີຄວາມຍຸຕິທໍາ ເຊິ່ງອາຊຽນກໍເນັ້ນສົ່ງເສີມໃນ 4 ປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ) ເຮັດແນວໃດໃຫ້ສາມາດຍັບເຂົ້າໃກ້ການພັດທະນາຂອງອີກ 6 ປະເທດສະມາຊິກອາຊຽນ ດ້ວຍການສົ່ງເສີມໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ນອກນັ້ນ, ການເຂົ້າສູ່ເອອີຊີຍັງເຮັດໃຫ້ອາຊຽນມີສັກກະຍະພາບໃນການເຈລະຈາຕໍ່ລອງກັບບັນດາປະເທດຄູ່ເຈລະຈາ ແລະ ອື່ນໆອີກດ້ວຍ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໃຫ້ສຳພາດຕໍ່ສື່ມວນຊົນໃນກອງປະຊຸມລັດຖະບານເຊົ້າວ່ານນີ້ ວ່າ: ການກຽມຄວາມພ້ອມກ້າວເຂົ້າສູ່ເອອີຊີຂອງ ສປປ ລາວ ພວກເຮົາໃນປັດຈຸບັນໄດ້ກະກຽມທາງດ້ານລະບຽບ, ຫຼັກການ ແລະ ນິຕິກຳຕ່າງໆ ເພື່ອເຊື່ອມໂຍງກັບສາກົນຕາມນະໂຍບາຍການປ່ຽນແປງ ແລະ ໃຫ້ສອດຄ່ອງກັບອາຊຽນ ແລະ ອົງການໆຄ້າໂລກ. ສະນັ້ນ, ເພື່ອເຮັດແນວໃດໃຫ້ສິນຄ້າຂອງລາວເຮົາໄດ້ຈຳໜ່າຍໃນຕະຫຼາດອາຊຽນເພີ່ມຂຶ້ນ ພວກເຮົາຕ້ອງໄດ້ຮ່ວມກັນເອົາໃຈໃສ່ສ້າງກົນໄກ ແລະ ປັບປຸງລະບົບປະສານງານລະຫວ່າງຂະແໜງການ, ທ້ອງຖິ່ນໃຫ້ເປັນລະບົບ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ຕັດຮອນຂັ້ນຕອນແລ່ນເອກະສານໃຫ້ສັ້ນເຂົ້າ, ອຳນວຍຄວາມສະດວກໃຫ້ທູລະກິດຂອງລາວເຂົ້າເຖິງຕະຫຼາດສິນຄ້າໃຫ້ຫຼາຍ ເພື່ອແຂ່ງຂັນກັບຕ່າງປະເທດ.

ທີ່ຜ່ານມາໄດ້ມີການຄົ້ນຄວ້າໂຄງການຜະລິດສິນຄ້າ, ລາຍການສິນຄ້າ ແລະ ລະບົບການບໍລີການທີ່ຕິດພັນກັບທ່ານແຮງຂອງ ສປປ ລາວ ເພື່ອສາມາດຄ້າຂາຍ ແລະ ແຂ່ງຂັນໃນຕະຫຼາດອາຊຽນ ເຊັ້ນວ່າ: ຂະແໜງການໄດ້ຄົ້ນຄວ້າກ່ຽວກັບລາຍການສິນຄ້າຍຸດທະສາດທີ່ມີທ່າແຮງໃນການສົ່ງອອກຂອງ ສປປ ລາວ ໄດ້ຍັງປະເທດອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ລວມທັງການເຮັດບົດຄົ້ນຄວ້າກ່ຽວກັບການເຂົ້າຫາຕະຫຼາດຂອງ  6 ປະເທດຄູ່ເຈລະຈາອາຊຽນ.

ນອກນັ້ນ, ກໍ່ຕ້ອງຊຸກຍູ້ຢ່າງແຂງແຮງຕໍ່ພາກທູລະກິດໃຫ້ເປັນເຈົ້າການຕື່ມເພື່ອສ້າງຄວາມເຂັ້ມແຂງຂອງຕົນໃນການເຊື່ອຍໂຍງເຂົ້າເອອີຊີ ໃນປີ 2015 ນີ້. ສະນັ້ນ, ການທີ່ປະເທດເຮົາຈະໄດ້ຮັບຜົນປະໂຫຍດສູງສຸດຈາກການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນນີ້ມັນແມ່ນໜ້າທີ່ຂອງພວກເຮົາຈະຕ້ອງຮ່ວມກັນສູ້ຊົນເຮັດທຸກສິ່ງຢ່າງ ເພື່ອບັນລຸເປົ້າໝາຍທີ່ວ່າງໄວ້.

ທ່ານ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕື່ມວ່າ: ເອອີຊີ ຈະເປັນທັງໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບເສດຖະກິດຂອງ ສປປ ລາວ ເຊິ່ງພວກເຮົາມີກົດໝາຍທີ່ແນ່ນອນຫຼາຍສົມຄວນ ເພື່ອເຂົ້າຮ່ວມການແຂ່ງຂັນ. ດັ່ງນັ້ນ, ພວກເຮົາຈະເຮັດແນວໃດເພື່ອຫັນເອົາສິ່ງທ້າທາຍເປັນກາລະໂອກາດໃຫ້ໄດ້, ສ້າງໃຫ້ມີຜະລິດຕະພັນມີການສົ່ງອອກກັບທີ່ ແລະ ສົ່ງອອກສິນຄ້າໄປຕ່າງປະເທດອັນຈະເຮັດໃຫ້ຜູ້ປະກອບກິດຈະການຂອງລາວສາມາດແຂ່ງຂັນໄດ້ໃນຕະຫຼາດອາຊຽນ ເຊິ່ງຈຸດນີິ້ພວກເຮົາຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່.

ຂະນະດຽວກັນມັນກໍ່ບໍ່ສະເພາະແຕ່ການຜະລິດເປັນສິນຄ້າຂອງພາກທຸລະກິດເທົ່ານັ້ນ ສ່ວນທາງພາກລັດກໍ່ຕ້ອງມີນະໂຍບາຍເອື້ອອຳນວຍໃຫ້ແກ່ພາກທູລະກິດຂອງລາວຫຼຸດຜ່ອນຕົ້ນທຶນ ແລະ ຍົກສູງປະສິດທິພາບຂອງການບໍລິການລວມທັງການໂຄສະນາເຜີຍແຜ່, ການປັບປຸງການຈັດຕັ້ງຂອງພາກລັດ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ປະຊາຊົນກໍ່ຕ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເອອີຊີ, ທ່ານລັດຖະມົນຕີກ່າວ.

ສະຫຼຸບລວມແລ້ວ ການກະກຽມເຂົ້າປະຊາຄົມອາຊຽນ ໂດຍສະເພາະປະຊາຄົມເສດຖະກິດອາຊຽນ ໃນປີ 2015 ເຫັນວ່າໂດຍລວມແລ້ວມີທັງກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງທຸກຂະແໜງການຕ້ອງຮັບຮູ້ນຳກັນເຖິງຮູບການປ່ຽນແປງໃໝ່ໃນເວທີການຄ້າຕ່າງປະເທດ, ເປັນຕົ້ນອັດຕາພາສີ ແລະ ມາດຕະການຈຳກັດການຄ້າໃນເມື່ອກ່ອນ (ການຈຳກັດດ້ານປະລິມານ) ໄດ້ຖືກເປີດກວ້າງແຕ່ມາດຕະການປົກປ້ອງສຸຂະພາບ (ສິນຄ້າຕ້ອງມີຄຸນນະພາບ), ສິ້ງແວດລ້ອມ ແລະ ວຽກງານເຕັກນິກອື່ນໆ ໄດ້ເຂົ້າມາມີບົດບາດແທນ.

[ພາບ ແລະ ຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ]