ມອບໃບແຕ່ງຕັ້ງຜູ້ຕ່າງໜ້າດ້ານເສດຖະກິດ ແລະ ການຄ້າ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ
By Bounam chittanavong On 23 Sep, 2014 At 01:25 PM | Categorized As ຂ່າວສຳຄັນ | With 0 Comments

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມອບໃບແຕ່ງຕັ້ງຜູ້ຕ່າງໜ້າດ້ານເສດຖະກິດ ແລະ ການຄ້າ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ ໃຫ້ແກ່ທ່ານ ສຈ .ດຣ. ນາງ ຢູ ຮຽນ ສຸກ ປະທານສະມາຄົມ ສິລະປະ ແລະ ວັດທະນາທໍາມວນຊົນ ສ.ເກົາຫຼີ ປະຈໍາ ສປປ ລາວ ແທນທ່ານ ນາງ ລີ ແຈ ຊຸກ ຜູ້ເກົ່າ.

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1210/ຫຼບ.ກລຂ, ລົງວັນທີ 2 ກັນຍາ 2014 ໄດ້ອອກໜັງສືແຕ່ງຕັ້ງ ທ່ານ ສຈ .ດຣ. ນາງ ຢູ ຮຽນ ສຸກ ປະທານສະມາຄົມ ສິລະປະ ແລະ ວັດທະນາທໍາມວນ ຊົນ ສ.ເກົາຫຼີ ປະຈໍາ ສປປ ລາວ ໃຫ້ເປັນຜູ້ຕາງໜ້າທາງດ້ານເສດຖະກິດ ແລະ ການຄ້າແຫ່ງ ສປປ ລາວ ປະຈໍາ ສ.ເກົາ ຫຼີ

ທ່ານ ລັດຖະມົນຕີ ວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ວຽກງານດັ່ງກ່າວຈະເຮັດໃຫ້ການ ສົ່ງເສີມການພົວພັນການຄ້າ-ການລົງທຶນ ພ້ອມດຽວກັນນັ້ນກໍ່ເຮັດໃຫ້ການພົວພັນປະຊາຊົນ 2 ຊາດ ມີຄວາມສະໜິດ ກັນຫຼາຍຂຶ້ນ ໂດຍສະເພາະຂະແໜງການສຶກສາ ແລະ ສາທາລະນະສຸກ.

ທ່ານ ສຈ .ດຣ. ນາງ ຢູ ຮຽນ ສຸກ ກ່າວວ່າ: ຕົນເອງໄດ້ເຮັດວຽກໃນການສົງເສີມ ແລະ ການຊ່ວຍເຫຼືອຜູ້ດ້ອຍ ໂອກາດ ໃນດ້ານສາທາລະນະສຸກ ແລະ ການສຶກສາຢູ່ ສປປ ລາວ ຫຼາຍກວ່າ 10 ປີ ເຊິ່ງ 2 ຂະແໜງການມີຄວາມສໍາ ຄັນຫຼາຍໃນການສ້າງໃຫ້ສັງຄົມມີຄວາມທັນສະໄໝ.

ທ່ານກ່າວຕື່ມອີກວ່າ: ໃນໄລຍະຜ່ານມາການຊ່ວຍເຫຼືອໃນ 2 ດ້ານນີ້ຍັງບໍ່ທັນກ້ວາງຂວາງເທື່ອ ຍັງມີຄວາມ ຫຍຸ້ງຍາກໃນການໄປມາຫາສູ່ກັນ. ສະນັ້ນ, ພວກເຮົາກໍ່ຍັງມີແຜນງານທີຈະສ້າງໂຮງໝໍທີ່ທັນສະໄໝຂອງ ສ.ເກົາຫຼີ ເພື່ອ ຮັບໃຊ້ສັງຄົມລາວ ປັດຈະບັນກໍາລັງຢູ່ໃນຂັ້ນຕອນການກວດບົດວິພາກຂອງໂຄງການ ຖ້າບໍ່ມີຫຍັງປ່ຽນແປງຄາດວ່າຈະ ລົງມືກໍ່ສ້າງໃນປີ 2015 ນີ້.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ກັນຍາ 2014 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຜູ້ຕາງໜ້າຈາກບັນດາກົມອອ້ມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ, ສະພາກັານຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຮ່ວມ.