ທ່ານຮອງນາຍົກລັດຖະມົນຕີ ເນັ້ນກະຊວງ ອຸດສາຫະກຳ ແລະ ການຄ້າ ສົ່ງເສີມການຜະລິດເປັນສິນຄ້າ
By sonsathit rasavong On 8 Sep, 2014 At 10:36 AM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

ໃນວັນທີ 4 ກັນຍາ 2014, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານໃນຂົງເຂດອຸດສາຫະກຳ ແລະ ການຄ້າ ໂດຍ ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່ການກະຊວງ, ບັນດາທ່ານລັດຖະມົນຕີຊວຍວ່າການ, ຄະນະພັກກະຊວງ, ບັນດາທ່ານຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ ຂອງກະຊວງ ເຂົ້າຮ່ວມຕ້ອນຮັບ ແລະ ຮັບຟັງການຊີ້ນຳ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພັດທະນາສິນຄ້າ ແລະ ສົ່ງເສີມການຕະຫຼາດ; ສະພາບການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ-ຫັດຖະກຳ ຈາກກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກົມອຸດສາຫະກຳ ແລະ ຫັດຖະກຳຕາມລຳດັບ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກລວມທັງແຜນປະຕິບັດງານ, ແຜນການໄລຍະແຕ່ນີ້ຫາປີ 2020.

ຈາກນັ້ນ ທານຮອງນາຍົກ ກໍ່ໃຫ້ການເຈາະຈີ້ມໃນບາງບັນຫາ ເພື່ອໃຫ້ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ເປັນຕົ້ນ: ການກຳນົດພາລະບົດບາດ, ຄວາມຮັບຜິດຊອບລະຫວ່າງກະຊວງ ອຄ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໃນວຽກງານສົ່ງເສີມ ພັດທະນາອຸດສາຫະກຳປຸງແຕ່ງ-ຫັດຖະກຳ ແລະ ວຽກງານພັດທະນາສິນຄ້າ ແລະ ສົ່ງເສີມການຕະຫຼາດ; ການປະຕິບັດນະໂຍບາຍຖົມຂຸມດອກເບ້ຍ; ການພັດທະນາສິນຄ້າໜຶ່ງເມືອງໜຶ່ງພະລິດຕະພັນ (ODOP) ໃຫ້ມີຄວາມຍືນຍົງ, ມີຕະຫຼາດຮອງຮັບ, ມີການແຂ່ງຂັນທາງດ້ານຄຸນນະພາບ, ລາຄາ, ການຫຸ້ມຫໍ່, ມີຕະຫຼາດຮອງຮັບ, ມີການແຂ່ງຂັນທາງດ້ານຄຸນນະພາບ, ລາຄາ, ການຫຸ້ມຫໍ່ ແລະ ການເປັນສິນຄ້າທີ່ມີຍີ່ຫໍ້; ບັນຫາກົນໄກການປະສານງານລະຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ກັບຂະແໜງການກ່ຽວຂ້ອງ; ການກຳນົດຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທີ່ມີທ່າແຮງດ້ານການແຂ່ງຂັນ ລວມໄປເຖິງວິທີການ ແລະ ມາດຕະການເພື່ອຊ່ວຍຫຼຸດຕົ້ນທຶນການຜະລິດຕ່າງໆ.

ໃນຕອນທ້າຍ, ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການໃນຕໍ່ໜ້າ ເຊິ່ງກ່ອນອື່ນ ທ່ານໄດ້ຮຽກຮ້ອງໃຫ້ບັນດາສະຫາຍການນຳຂັ້ງຕ່າງໆຂອງຂະແໜງການ ເອົາໃຈໃສ່ຄົ້ນຄວ້າກຳແໜ້ນຫຼັກການລວມສູນປະຊາທິປະໄຕ ເຊິ່ງເປັນຫຼັກການພື້ນຖານທີ່ສຳຄັນໃນແບບແຜນວິທີເຮັດວຽກ ກໍ່ຄືການຈັດຕັ້ງ ແລະ ນຳພາຂອງພັກ ແນໃສ່ເສີມຂະຫຍາຍກຳລັງແຮງ, ສະຕິປັນຍາ, ຄວາມຮູ້ ແລະ ປະສົບການຂອງໝູ່ຄະນະໃນການເຄື່ອນໄຫວຊີ້ນຳໆພາ ເພື່ອເຮັດໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ປະຕິບັດໜ໊າທີ່ການເມືອງໄດ້ດີນັ້ນ, ບັນຫາສຳຄັນແມ່ນການຮັບຮູ້ຈິນຕະນາການໃຫ້ຖືກຕ້ອງ ເປັນຕົ້ນຕ້ອງຮັບຮູ້ສະພາວະຄວາມເປັນຈິງ ແລະ ເສັ້ນທາງກ້າວເດີນຂອງປະເທດເຮົາໃນເງື່ອນໄຂເຊື່ອມໂຍງ ແລະ ການປະຕິບັດກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ລົງເລິກຄົ້ນຄວ້າ ແລະ ໃຫ້ມີການບຸກທະລູດ້ານຈິນຕະນາການໃນວຽກງານດ້ານຂອງເຂດອຸດສາຫະກຳ ແລະ ການຄ້າ ໂດຍສະເພາະແມ່ນການຄຸ້ມຄອງວຽກງານການຄ້າພາຍໃນ (ຂອດຈໍລະຈອນ), ການຄ້າຕ່າງປະເທດ (ຂອດການນຳເຂົ້າ), ອຸດສາຫະກໍາ ແລະ ຫັດຖະກໍາ, ສົ່ງເສີມວິສາຫະກິດ, ສົ່ງເສີມການຜະລິດເປັນສິນຄ້າ (ODOP).

ນອກນັ້ນ, ທ່ານຮອງນາຍົກຍັງໄດ້ຊີ້ນຳໃຫ້ຄະນະພັກ ຄະນະນຳທຸກຂັ້ນເອົາໃຈໃສ່ວຽກງານການປະສານງານພາຍໃນ, ບັນດາກົມກອງຂອງກະຊວງ, ລະຫວ່າງກະຊວງ ແລະ ພະແນກການສາຍຕັ້ງຢູ່ທ້ອງຖິ່ນ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ເວົ້າສະເພາະການປະສານງານຢ່າງກົມກຽມ ລະຫວ່າງກະຊວງກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຍົກສູງຄຸນນະພາບຂອງການເປັນເສນາທິການຂອງຂະແໜງການໃຫ້ລັດຖະບານ.

 

​ (ເນື້ອ​ໃນ​ຂ່າວ​ຈາກ​ໜັງສືພິມ​ເສດຖະກິດ-​ການ​ຄ້າ )

 (ສະ​ບັບວັນ​ທີ 05/09/2014 )