ຝຶກອົບຮົມ ວຽກງານແຂ່ງຂັນການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້

Untitled 

          ກອງປະຊຸມຝຶກອົບຮົມ ວຽກງານແຂ່ງຂັນການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້  ແມ່ນໄດ້ຈັດຂຶ້ນພາຍ​ໃຕ້​​ໂຄງການຮ່ວມ​ມື​ລະຫວ່າງ​ກົມ​ການ​ຄ້າ​ພາຍ​ໃນ ​ແລະ ອົງການ GIZ ທີ່​ເປັນ​ຜູ້​ສະໜັບສະໜູນ​ດ້ານ​ທຶນຮອນກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ​​ ​ໂດຍ​ແມ່ນ​ອາຈານ​ຜູ້​ຊ່ຽວຊານ​ທາງ​ດ້ານ​ເສດຖະສາດ ​ແລະ ກົດໝາຍ ຈາກ​ມະຫາວິທະຍາ​ໄລ​ຊຽງ​ໃໝ່​ ​ເປັນຜູ້ບັນ​ລະ​ຍາຍ ເຊີ່ງການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນສອງໄລຍະຄື:

ໄລຍະທີ I ຈັດຂື້ນ ໃນລະຫວ່າງວັນທີ 7 -11  ກໍລະກົດ  2014 ທີ່ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ບ້ານ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ເຫລື່ອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ  ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍການແຂ່ງຂັນການຄ້າ, ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ມີ ຮອງຫົວໜ້າກົມການຄ້າພາຍໃນ, ທ່ານ ນ. Sita Zimpel ຜູ້ຕິດຕາມໂຄງການ GIZ ແລະ ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ອ້ອມຂ້າງສູນກາງ ແລະ ບັນດາແຂວງ ພ້ອມດ້ວຍ ຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວເຊັ່ນ: ຈາກສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງພາຍໃນ, ຜູ້ຕາງໜ້າຈາກກົມກ່ຽວຂ້ອງ ພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຜູ້ປະສານງານໂຄງການ GIZ  ເຂົ້າຮ່ວມ , ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ. ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮຽນຮູ້ພື້ນຖານຄວາມກ່ຽວພັນລະຫວ່າງເສດຖະສາດ ແລະ ວຽກງານແຂ່ງຂັນການຄ້າ ແລະ ບົດຮຽນກ່ຽວກັບການຈັດຕັ້ງປະຕິວຽກງານປົກປ້ອງຜູ້ຊົມໃຊ້ຂອງໄທ.

        ໄລຍະທີ 2 ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 21 – 25  ກໍລະກົດ  2014 ທີ່ ມະຫາວິທະຍາໄລຊຽງໃຫມ່ ປະເທດ ໄທ ​​ ​ໃຫ້ກຽດກ່າວ​ເປີດພິທີ​ໂດຍ ທ່ານ ນ. ກັນຍາ ຮິລັນວັດທະນະ ຜູ້ຊ່ວຍຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາ​ໄລ​ຊຽງ​ໃໝ່. ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ມີ ທ່ານ ຮອງຫົວໜ້າກົມການຄ້າພາຍໃນ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ສານປະຊາຊົນສູງສຸດ, ກະຊວງ ພາຍໃນ  ແລະ  ບັນດາຄະນະວິຊາການ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຖືກ​ແຕ່ງ​ຕັ້ງ​ເປັນ​ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ​ເຂົ້າ​ຮ່ວມ, ນອກ​ນີ້​ຍັງ​ມີທ່ານ ນ. Sita Zimpel ທີ່​ປຶກສາ​ໂຄງການ GIZ   ພ້ອມ​ດ້ວຍຜູ້ປະສານງານໂຄງການ GIZ  ເຂົ້າຮ່ວມ , ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 17 ທ່ານ. ການຝຶກອົບຮົມຄັ້ງນີ້ແມ່ນນັກສຳມະນາກອນໄດ້ລົງເລິກຮຽນ​ຮູ້​ກ່ຽວ​ກັບ: ໜ້າທີ່, ຄວາມ​ໝາຍສໍາຄັນຂອງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ, ການຄອບຕອງຕະຫລາດ, ການຕົກລົງຮ່ວມກັນ​ໃນ​ການ​ປະມູນ, ການຕ້ານການຮ່ວມຕົວ, ການຮ່ວມກັນກຳນົດລາຄາ ແລະ ກໍລະນີອື່ນໆທີ່ກ່ຽວ​ກັບ​ການ​ແຂ່ງຂັນ​ການ​ຄ້າ.