ຫຼາຍກວ່າ 200 ບໍລິສັດ ນຳສິນຄ້າ ແລະ ບໍລິການ ເຂົ້າຮ່ວມວາງສະແດງສິນຄ້າລາວ-ໄທ.
By Bounam chittanavong On 4 Aug, 2014 At 04:14 PM | Categorized As ຂ່າວສຳຄັນ | With 0 Comments

lao thai 1-8-2014

ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ກະຊວງ ອຄ) ຮ່ວມ​ກັບ​ກົມ​ສົ່ງ​ເສີມ​ກາ​ນຄ້າ​ລະຫວ່າງ​ປະ​ເທດ, ກະຊວງ​ພານິດ ​ແຫ່ງ​ຣາຊະ​ອານາ​ຈັກ​​ໄທ ​ໄດ້​ເປີດ​ງານ​ວາງ​ສະ​ແດງ​ສິນຄ້າ​ລາວ-​ໄທ ປະຈຳ​ປີ 2014 ພາຍ​ໃຕ້​ຫົວ​ຂໍ້ Lao-Thai trade Exhibition/Thailand Week 2014 ​ໃນ​ລະຫວ່າງ​ວັນ​ທີ 30 ກໍລະກົດ-3 ສິງຫາ 2014 ຂຶ້ນທີ່ ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫຼວງວຽງຈັນ ​ເພື່ອ​ສ້າງ​ໂອກາດ​ດ້ານ​ການ​ຄ້າ ​ແລະ ສ້າ​ງພາບ​ລັກ​ລະຫວ່າງ​ຜູ້​ຊື້-ຜູ້​ຂາຍ ​ໂດຍ​ມີ​ຜູ້​ປະກອບ​ການ​ລາວ-​ໄທ ​ເຂົ້າຮ່ວມ 213 ບໍລິສັດ ມີ​ຈຳ​ນວນ​ຫ້ອງ​ວາງສະ​ແດງ​ທັງໝົດ 254 ຫ້ອງ. ພ້ອມ​ກັນນັ້ນຍັງມີ​ກອງ​ປະ​ຊຸມ​ສຳ​ມະ​ນາດ້ານວິ​ຊາ​ການ ​ແລະ ການ​ເຈລະຈາຈັບ​ຄູ່​ທຸລະ​ກິດ​    ລາວ-​ໄທ ​ຄາດ​ງານ​ດັ່ງກ່າວ​ຈະ​ສ້າງ​ມູນ​ຄ່າ​ຊື້-ຂາຍຫຼາຍ​ເຖິງ 6 ຕື້ກີບ ຫຼື ຫຼາຍກວ່າ 25 ລ້ານ​ບາດ (ສະກຸນ​ເງິນ​ໄທ).

ການຈັດ​ງານວາງສະ​ແດງ​ສິນຄ້າ​ຄັ້ງນີ້​ເພື່ອ​ສື​ບຕໍ່​ເສີມ​ສ້າງການ​ ຮ່ວ​ມມື​ລະຫວ່າງ​ການ​ຄ້າ​ລາວ-​ໄທ ​ໂດ​ຍສະ​ເພາະ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈ​ອດກັນ. ນອກ​ນັ້ນກໍ່​ຍັງ​ເປັນການ​ຕອບ​ໂຈດ​ດ້ານ​ການ​ສຶກສາ​ຂອງ​ລາ​ວ​ໄດ້​ເປັນ​ຢ່າງ​ດີ​ໃນ​ການ​ນຳ​ຜະລິດ​ຕະພັນ ​ແລະ ອຸປະ​ກອນ​ການ​ສຶກສາ​ເຂົ້າມາ​ວາງ​ຈຳໜ່າຍພາຍ​ໃນງານ​ກ່ອນ​ຈະ​ເປີດ​ສົກຮຽນ​ໃໝ່​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງນີ້.

ພ້ອມ​ດຽວກັນນັ້ນ ກິດຈະກຳ​ຄັ້ງນີ້ກໍ່​ຈະ​ໄດ້​ມີສ່ວນ​ສົ່ງ​ເສີມ ​ແລະ ສະໜັບສະໜູນ​ໃຫ້​ເກີດ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິ​ດ ​ແລະ ການ​ຄ້າ​ລະ​ຫວ່າງ​ ສປປ ລາວກັບ​ໄທ ​ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນບົນ​ພື້ນຖານ​ຄວາມ​ເທົ່າທຽມ, ມີ​ຄວາມ​ຈິງ​ໃຈ ​ແລະ ນຳ​ໄປ​ສູ່​ຄວາມ​ເຊື່​ອຖື ​ເຊື່ອໝັ້ນ​ເຊິ​ງກັນ ​ແລະ ກັນ.

ໃນງານ​ວາງ​ສະ​​ແດງ​ຄັ້ງນີ້ຜູ້​ປະກອບ​ການ​ຂອງ​ລາວ​ຈະ​ນຳ​ສິນຄ້າ​ເຂົ້າມາ​ວາງສະ​ແດງ​ເຖິງ 50 ຫ້ອງ, ມີ 50 ບໍລິສັດ ສິນຄ້າ​ສ່ວນ​ໃຫຍ່​ແມ່ນ​ຜະລິດ​ຕະພັນ​ອຸປະ​ໂພ​ກ ​ແລະ ບໍລິ​ໂພ​ກ​ເປັນຕົ້ນ​ແມ່ນ: ຫັດຖະກຳ​ຜ້າ​ໄໝ, ຜ້າ​ຝ້າຍ, ​ໄມ້​​ແກະສະຫຼັກ, ​ເຟີ​ນິ​ເຈີ, ສິນຄ້າ​ໂອດ໋ອບ, ອາຫານ ​ແລະ ​ເຄື່ອງ​ດື່ມ.

ທ່ານ ນາງ ພິມົນ ປົງ​ກອງ​ແກ້ວ ອັກຄະຣາຊະ​ທູດ​ທີ່​ປຶກສາ​ຝ່າ​ຍພາ​ນິດ​ໄທ​ປະຈຳ​ລາວ ກ່າວ​ວ່າ: ພາຍ​ໃນ​ງານ​ຜູ້​ປະ​ກອບການ​ຈາກ​ໄທ ຈະ​ນຳ​ສິນຄ້າ​ມາ​ວາງ​ສະ​ແດງຫຼາຍ​ເຖິງ 254 ຫ້ອງ, ມີ 204 ບໍລິສັດຈະ​ມີ​ສິນຄ້າຫຼາກຫຼາຍຊະນິດ​ເປັນຕົ້ນ​ແມ່ນ: ອຸປະກອນ​ການ​ສຶກສາ, ອາໄຫຼ່ລົດ, ອຸປະກອນ​ກໍ່ສ້າງ, ​ເຄື່ອງ​ໃຊ້​ໄຟຟ້າ, ຜະລິ​ດຕະພັນ​ອາຫານ ​ແລະ ​ເຄື່ອງ​ດື່ມ, ​ເສື້ອຜ້າ​ແຟຊັນ, ​ເຄື່ອງ​ປະດັບ, ​ເຄື່ອງ​ຕົບ​ແຕ່ງ​ພາຍ​ໃນ​ເຮືອນ, ​ເຄື່ອງ​ສຳອາງ​ບຳລຸງຜິວ, ​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອ​ນ ​ແລະ ຜະລິ​ດຕະພັນ​ອື່ນໆອີກ.

ນອກນັ້ນ ພິ​ເສດ​ພາຍ​ໃນ​ງານ​ຍັງ​ມີ​ການ​ເຈ​ລະ​ຈາ​ທຸລະ​ກິດ​ລາວ-​ໄທ ​ໃນ​ນັ້ນມີ​ຈຳນວນ​ທຸລະ​ກິດ​ຈາກ​ໄທ 80 ບໍລິສັດ ​ແລະ ທຸ​ລະ​ກິດ​ຈາກ​ລາວ 80 ບໍລິສັດ ສິນຄ້າ​ທີ່​ເຂົ້າຮ່ວມ​ເຈລະຈາ​ປະ​ກອບ​ມີ ​ເຄື່ອງມື​ການ​ກະ​ເສດ, ອາ​ໄຫຼ່ລົດ, ອຸປະກອນ​ກໍ່ສ້າງ, ອຸປະກອນ​ການ​ສຶກສາ, ​ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງ​ປະດັບ, ອາຫານ ​ແລະ ​ເຄື່ອງ​ດື່ມ ​ແລະ ອຸດສາຫະກຳ​ຕັດຫຍິບ. ຜູ້​ປະກ​ອບການ​ທ່ານ​ໃດ​ທີ່​ຕ້ອງການ​ນຳ​ຜະລິດ​ຕະພັນ​ເຂົ້າສູ່​ຕະຫຼາດສາມາດ​ເຂົ້າຮ່ວມ​ການ​ເຈລະຈາ​ທຸລະ​ກິ​ດ​ເພື່ອ​ຫາ​ຕົວ​ແທນ​ຈຳໜ່າຍ​ໄດ້​ຈາກ​ການຈັດ​ງາ​ນຄັ້ງນີ້ ຜະລິດ​ຕະພັນ​ທີ່​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ຄັ້ງນີ້ສ່ວນໜຶ່ງ​ໄດ້​ມີ​ວາງ​ຈຳໜ່າຍ​ໃນ​ລາວ​ມາ​ແລ້ວ​ເພື່ອ​ນຳ​ມາ​ຮ່ວມ​ກິ​ດຈະກຳ​ສົ່ງ​ເສີມ​ການ​ຂາຍ​ໂດຍ​ຈະ​ສະ​ເໜີຂາຍ​ໃນ​ລາ​ຄາ​ໂຮງງານ ​ເພື່ອ​ກະ​ຕຸ້ນ​ຜູ້​ບໍລິ​ໂພ​ກ ​ແລະ ສ່ວນໜຶ່ງຈະ​ນຳ​ຜະລິດ​ຕະພັນ​ໃໝ່​ເຂົ້າມາ​ວາງ​ສະ​ແດງ​ເພື່ອ​ເຈາະ​ຕະຫຼາດ​ໃນ​ລາວ.

ນ​ອກຈາກ​ນີ້, ງານ​ວາງ​ສະ​ແດງ​ຍັງ​ມີ​ກິດ​ຈະ​ກຳຫຼາຍຢ່າງ​ເຊັ່ນ: ການ​ຝຶກ​ອົບຮົມ​ໄລ​ຍະສັ້ນ, ການ​ແລກປ່ຽນ ວັດທະນະທຳ, ການ​ຝຶກ​ອາຊີບ​ເຄື່ອນ​ທີ່, ການ​ແນະນຳ​ທຸລະ​ກິດ​ໃໝ່​ເປັນຕົ້ນ​ແມ່ນ ທຸລະ​ກິດ​ເຄື່ອງ​ດື່ມ, ການ​ບໍລິການ​ນວດໜ້າ, ​ເສີມ​ຄວາມ​ງາ​ມ ​​ແລະ ສະ​ແດງ​ສິລະ​ປະ​ລາວ-​ໄທ.

ດ້ານ​ນັກທຸລະ​ກິດ​ໄທ ສະ​ເໜີພາກ​ລັດ​​ເພີ່ມ​ຈຳນວນ​ການຈັດ​ງານ​ຂຶ້ນ​ໃຫ້​ໄດ້ຫຼາຍກວ່າ 2 ຄັ້ງຕໍ່​ປີ ​ແລະ ຄາດ​ຫວັງ​ວ່າ​ຈະ​ມີ​ຄູ່​ຄ້າ​ທີ່​ເປັນ​ນັກທຸລະກິດ​ຄົນ​ລາວ​​ເຂົ້າມາ​ຮ່ວມມື​ປະກອບ​ສັນຍາ​ຊື້-ຂາຍ​ນຳ​ກັນ​ຢ່າງ​ຕໍ່​ເນື່ອງຫຼາຍກວ່າ​ທີ່​ຈະ​ມາ​ຊື້-ຂາຍຍ່ອຍ​ໃນ​ງານ​​ແບບ​ນີ້.

ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ລາວ-​ໄທ ປະຈຳ​ປີ 2014 ຢ່າ​ງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນຕອນ​ແລງ​ວານ​ນີ້ ທີ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ​ໂດ​ຍການ​ເຂົ້າຮ່ວມ​ງານ​ຂອງ​ ທ່ານ ສົມ​ຫວັງ ນິນ​ທະວົງ ຫົວໜ້າຫ້ອງການ​ກະຊວງ ອຄ, ທ່ານ ສົມ​ວັນ​ດີ ນາ​ຖາ​ວົງສ໌ ຮອງ​ເຈົ້າຄອງ​ນະຄອນຫຼວງວຽງຈັນ, ທ່ານ ພິສະນຸ ຈັນທະ​ວີ​ທັນ ​ເອກ​ອັກຄະຣາຊະ​ທູດຣາຊະ​ອານາຈັກ​ໄທ ປະຈຳ ສປປ ລາວ, ທ່ານ ພັນ ວິ​ໄລ​ສົມ ຫົວໜ້າກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ​ ກະຊວງ ອຄ, ທ່ານ ນາງ ພິມົນ ປົງ​ກອງ​ແກ້ວ ອັກຄະຣາຊະ​ທູດ​ທີ່​ປຶກສາ​ຝ່າຍ​ພານິດ​ໄທ ປະຈໍາລາວ ນອກ​ນັ້ນຍັງ​ມີ​ຮອງ​ຜູ້​ວ່າ​ການ​ຈັງຫວັດ​ຊາຍ​ແດນ ​ໄທ-ລາວ, ຜູ້​ບໍ​ລີ​ຫານ​ຝ່າຍ ສປປ ລາວທູຕານຸທູດ​ຕ່າງປະ​ເທດ ​ແລະ ຜູ້​ແທນ​ອົງການ​ນາໆຊາດ​ປະຈຳ ສປປ ລາວ, ນັກທຸລະກິດ ລາວ-​ໄທ ​ແລະ ​ແຂກ​ທີ່​ທ່ຽວຊົມ​ຮ່ວມ​ໃນ​ພິທີ​ເປີດ​ງານ​ດັ່ງກ່າວ.