ທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມກັນແກ້ໄຂການຄ້າຂາຍ ແລະ ການຈອດລົດບໍ່ເປັນລະບຽບ
By Bounam chittanavong On 4 Aug, 2014 At 03:12 PM | Categorized As ຂ່າວສຳຄັນ | With 0 Comments

ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຊີ້​ແຈງ​ບັນຫາ​ຂອງ​ປະຊາຊົນ​ຜ່ານ​ສາຍ​ດ່ວນ​ສະພາ 156 ບັນຫາ​ການ​ຄຸ້ມ​ຄອງ​ຕະຫຼາດ​ເຊົ້າ ​ແລະ ຕະຫຼາດຂົວ​ດິນ​ທີ່​ມີ​ການ​ຂາຍ​ເຄື່ອງ​ຕາມ​ທາງ​ຢ່າ​ງຊະ​ຊາຍ​ພ້ອມ​ທັງ​ການ​ຈອດ​ລົດ​ບໍ່​ເປ​ັນລະບຽບອັນ​ກໍ່​ໃຫ້​ເກີດ​ການ​ຈໍລະ​ຈອນ​​ແອ​ອັດ ​ແລະ ບໍ່​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຕໍ່​ບັນຫາ​ດັ່ງກ່າວ ທ່ານ​ໃຫ້​ຄຳ​ຊີ້​ແຈງ​ວ່າ: ​ແມ່ນ​ຄວາມ​ຈິງ​ບໍ່​ສະ​ເພາະ​ແຕ່​ໃນ​ສະຖານ​ທີ່ໆປະຊາຊົນ​ສະ​ເໜີມາ​ທຸກໆຕະຫຼາດ ຫຼື ຕາມ​ສະຖານ​ທີ່​ອື່ນໆຕາມ​ສາທາລະນະ ​ແມ່ນ​ໄດ້​ມີ​ຄະນະ​ຄຸ້ມ​ຄອງ​ຈັດ​ສັນ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ບໍ່​ວ່າ​ຈະ​ເປັນ​ການ​ຄ້າຂາຍ​ໃນ ​ແລະ ນອກ​ຕະຫຼາດ, ການ​ຈັດ​ສັນ​ການ​ຈອດ​ລົດ, ການ​ຕິດ​ປ້າຍ​ຫ້າມ​ຂາຍ​ເຄື່ອງ, ປ້າຍ​ກາ​ນສັນຈອນ​ໃນ​ສະຖານ​ທີ່​ຕ້ອງ​ຫ້າມ ພ້ອມ​ດຽວກັນນັ້ນ, ກໍ່​ຍັງ​ມີ​ພະນັກງານ​-​ເຈົ້າໜ້າທີ່​ກ່ຽວຂ້ອງ​ອື່ນໆ​ໄດ້​ຕິດຕາມ ​ແລະ ຄຸ້ມ​ຄອງ ​ແຕ່​ກໍ່​ຍັງ​ມີ​ການລະ​ເມີດ ​ເຊິ່ງບັນຫາ​ດັ່ງ​ກ່າວ​ຕ້ອງ​ອາ​ໄສຫຼາຍພາກສ່ວນ​ເປັນ​ເຈົ້າການ​ນຳ​ກັນ.

ການ​ປະຕິບັດ​ຜ່ານ​ມາ ກະຊວງ ອຄ ​ໄດ້​ເຮັດ​ພາລະ​ບົດບາດ​ຄຸ້ມ​ຄ​ອງມະຫາ​ພາກ​ຕາມ​ລະບຽບກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ ສ່ວນ​ການ​ຄຸ້ມ​ຄອງ​ການ​ຄ້າຂາຍ​ຢູ່​ຕະຫຼາດຕົວ​ຈິງ​ນັ້ນ ​ໄດ້​ແບ່ງ​ການ​ຄຸ້ມ​ຄອງ​ໃຫ້​ແກ່​ພະ​ແນ​ກການ​ຄ້າ​ນະຄອນຫຼວງ, ​ແຂວງ ​ແລະ ​ເມືອງ​ ເປັນ​ຜູ​້ກວດກາ, ຄຸ້ມ​ຄອງ​ຈັດ​ສັນ​ຕົວ​ຈິງ ​ແລະ ຕະຫຼາດ​ແຕ່​ລະ​ບ່ອນ​ກໍ່​ໄດ້​ມີ​ຄະນະ​ຈັດ​ສັນຕະຫຼາດ​ເປັນ​ຜູ້​ຮັບຜິດຊອບ​ແລ້ວ, ​ເຈົ້າໜ້າທີ່​ຕຳຫຼວດຈາລະ​ຈອນ ກໍ່​ມີ​ປ້າຍ​ກຳນົດ​ຢ່າງ​ຄັກ​ແນ່​ແລ້ວ ​ແຕ່​ຍັງ​ເກີດ​ມີ​ປະ​ກົດ​ການ​ຫຍໍ້ທໍ້ທີ່​ປະຊາຊົນ​ສະ​ເໜີມາ ຍ້ອນ​ຄວາມ​ບໍ່​ເປັນ​ເຈົ້າການ​ຮັກສາ​ກົດ​ລະບຽບຂອງ​ປະຊາຊົນ​ຈຳນວນໜຶ່ງ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ: ມາດ​ຕະການ​​ແກ້​ໄຂ​ໃນ​ຕໍ່ໜ້າບັນດາ​ກົມ​ທີ່​ກ່ຽວຂ້ອງ​ຂອງ​ ກະຊວງ ອຄ ຈະ​ໄດ້​ລົງ​ສົມທົບ​ກັບພະແນກອຸດສາຫະກຳ ແລະ ​ການ​ຄ້າ​ນະຄອນຫຼວງ, ​ແຂວງ ​ແລະ ​ເມື​ອງ ກັບ​ຄະນະ​ຈັດ​ສັນຕະຫຼາດ ​ເພື່ອ​ພ້ອມ​ກັນ​ກວດກາ​ບັນດາ​ຮ້ານ​ຂາຍ​ເຄື່ອງ​ທີ່​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ລະອຽດ ຫັນ​ໃຫ້​ເຂົາ​ເຈົ້າຂາຍ​ເຄື່ອງ​ໃນ​ເຂດ​ກຳນົດ, ດ້ານ​ພະນັກງານ​ຈັດ​ສັນ ​ແລ​ະ ຄຸ້ມ​ຄອງ​ຕະຫຼາດ​ໃຫ້​ກວດກາ​ແນະນຳ​ແກ້​ໄຂ​ໃຫ້​ເຂົ້າສູ່​ລະບຽບ ພ້ອມ​ທັງ​ໃຊ້​ມາດ​ຕະການ​ຕໍ່ຜູ້​ທີ່​ລະ​ເມີດ.