ລັດຖະມົນຕີຊ່ວຍກະຊວງອຸດສາຫະກຳ ແລະ ການຄ້າແກ້ຂໍ້ຂ້ອງໃຈ ກ່ຽວກັບລາຄາຢາງພາລາຕົກຕ່ຳ
By Bounam chittanavong On 4 Aug, 2014 At 03:59 PM | Categorized As ຂ່າວສຳຄັນ | With 0 Comments

bunmi

ໃນລະຫວ່າງດຳເນີນກອງປະຊຸມສະໄໝສາມັນ­ເທື່ອທີ 7 ສະພາແຫ່ງຊາດຊຸດທີ VII ມີປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມ ສົນໃຈໃນຫລາຍບັນຫາທີ່ກ່ຽວຂ້ອງກັບບັນດາກະຊວງຕ່າງໆ ເຊິ່ງໄດ້ສົ່ງຄວາມຄິດເຫັນຜ່ານ­ໂທລະສັບສາຍດ່ວນ ຂອງກອງປະຊຸມດັ່ງກ່າວ ໂດຍສະ ເພາະໃນມື້ສຸດທ້າຍຂອງກອງປະຊຸມ ວັນທີ 25 ເດືອນກໍລະກົດ ປີ 2014 ທ່ານ ບຸນມີ ມະນີວົງ

ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕາງໜ້າໃຫ້ກະຊວງດັ່ງກ່າວຊີ້ແຈງ ແລະ ແກ້ຂໍ້ຂ້ອງໃຈ ຂອງປະຊາຊົນ ກ່ຽວກັບບັນຫາຢາງພາລາຢູ່ແຂວງຫລວງນ້ຳທາ ຕົກຕ່ຳມີຜົນ ກະທົບຕໍ່ການຜະລິດ ແລະ ລາຍຮັບ.ຕໍ່ກັບບັນຫາດັ່ງກ່າວ ທ່ານ ບຸນມີ ມະນີວົງ ຊີ້ແຈງວ່າ: ສາເຫດຂອງຢາງພາລາຕົກຕ່ຳໃນໄລຍະນີ້ ເກີດຈາກການຜະລິດມີຫລາຍກວ່າຄວາມຕ້ອງການ ຂອງຕະຫລາດໂລກ ໂດຍສະເພາະແມ່ນການ ຜະລິດອຸດສາຫະກຳທີ່ໃຊ້ຜະລິດຕະພັນຢາງພາລາແມ່ນບໍ່ໄດ້ເພີ່ມຂຶ້ນຫລາຍ; ການຜະລິດຢູ່ບາງປະເທດ ມີປະລິມານເພີ່ມຂຶ້ນ ເຮັດໃຫ້ການນຳເຂົ້າຢາພາລາຂອງເອີຣົບໜ້ອຍລົງ; ຍ້ອນລັດຖະບານ ຈີນໃຫ້ໂກຕ້າຈຳກັດແກ່ບໍລິສັດຈີນ, ບໍລິສັດເອກະຊົນພາຍໃນ ແລະ ຜູ້ປະກອບການທຸລະກິດ ຂອງລາວເຮົາບໍ່ໄດ້ຮັບສິດ ແລະ ເຂົ້າເຖິງໂຮງງານແມ່; ຍ້ອນຄຸນນະພາບຂອງຢາງພາລາບໍ່ດີ, ບໍ່ໄດ້ຕາມລະດັບ ຄາດໝາຍທີ່ທາງໂຮງງານຕ້ອງການ; ບໍ່ເຂົ້າເປັນກຸ່ມ, ເຮັດຄົນດຽວ ເຮັດໃຫ້ການຕໍ່ລອງລາຄາກັບບໍລິສັດເກັບຊື້ໄດ້ຍາກ ຕໍ່ກັບບັນຫາດັ່ງກ່າວ ທາງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ເມືອງ ກໍໄດ້ເປັນເຈົ້າການໃນການຄຸ້ມຄອງ ໂດຍແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງການ ເກັບຊື້ຢາງພາລານຳປະຊາຊົນ ບົນພື້ນຖານການສ້າງກົດລະບຽບການຄຸ້ມຄອງຢາງພາລາ ພາຍໃນແຂວງ ໂດຍແມ່ນທ່ານເຈົ້າແຂວງເປັນຜູ້ເຊັນອະນຸມັດ; ອອກແຈ້ງການກຳນົດລາຄາເກັບຊື້ຢາງພາລາ ນຳປະຊາຊົນ ຂອງບັນດາບໍລິສັດ ກໍຄືໂຮງງານຜະລິດໃນທົ່ວແຂວງ ເປັນແຕ່ລະໄລຍະບົນພື້ນຖານການ ແຈ້ງຕົ້ນທຶນຂອງຢາງພາລາ ເຊິ່ງປັດຈຸບັນລາຄາເກັບຊື້ຢາງພາລາ ຂອງບັນດາບໍລິສັດພາຍໃນ ແຂວງສູງສຸດສະເລ່ຍປະມານ 6.700​-7.000 ກີບ/ກິໂລ

ຄັດຈາກ www.na.gov.la