ກະຊວງອຸດສາຫະກໍາ ແລະ ການຄ້າ ເຜີບແຜ່ດໍາລັດ ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບ
By Bounam chittanavong On 25 Jul, 2014 At 10:08 AM | Categorized As ຂ່າວສຳຄັນ | With 0 Comments

ໃນ​ຕອນ​ບ່າຍ​ຂອງວັນ​ທີ 23 ກໍລະກົດ 2014 ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ດໍາ​ລັດ ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ ​ແລະ​ ລາຍ​ຮັບ​ຂອງ​ພະນັກງານ-​ລັດຖະກອນ ​ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ກາ​ຄ້າ ​ເຊິ່ງມີ​ບັນດາ​ຫົວໜ້າ​ກົມ, ຮອງ​ຫົວໜ້າກົມ, ຫົວໜ້າ​ພະ​ແນ​ກ, ຮອງ​ຫົວໜ້າພະ​ແນ​ກ ​ແລະ ພະນັກງານ​ທີ່​ຮຽນ​ຈົບ​ປະລິນຍາ​ເອກອ້ອມ​ຂ້າງ​ກະຊວງ ອ.ຄ ​ເຂົ້າ​ຮ່ວມ. ທ່ານ ລັດຖະມົນຕີວ່າການ​ໄດ້​ກ່າວ​ບາງ​ຕອນ​ວ່າ: ດໍາລັດ​ສະບັບ​ນີ້​ກໍານົດ​ຫຼັກການ, ລະບຽບ​ການ ​ແລ​ະ ມາດ​ຕະການ ກ່ຽວ​ກັບ​ການ​ແຈ້ງ​ຊັບ​ສິນ ​ແລະ ລາຍ​ຮັບ​ຂອງ​ພະນັກງານ-​ລັດຖະກອນ, ທະຫານ, ຕໍາຫຼວດ ທີ່​ສັງກັດ​ຢູ່​ໃນ​ກົງຈັກ​ການຈັດ​ຕັ້ງ​ຂອງ​ພັກ​-ລັດຖະບານ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ລັດ​ວິ​ສາ​ຫະກິດ​, ວິ​ສາ​ຫະກິດປະສົມ, ​ລັດ​ຮຸ້ນ​ສ່ວນ ທີ່​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​, ມີ​ປະສິທິຜົນ ​ແລະ ມີ​ຄວາມ​ໂປ່ງ​ໃສ​ແນໃສ່​ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ ໃນ​ກົງຈັກ​ການຈັດ​ຕັ້ງ​ຂອງ​ພັກ-​ລັດຖະບານ, ຊັບ​ສິນ, ລາຍ​ຮັບ ​ແລະ ໜີ້​ສິນ​ທີ່​ຕ້ອງ​ແຈ້ງ​ມີ​ຄື: ທີ່​ດິນ, ​ເຮືອນ, ການ​ສືບ​ທອດ​ມູນ​ມໍລະດົກ ​ແລະ ສິ່ງ​ປຸກ​ສ້າງ​ອື່ນໆ ພາຫະນະ​ປະ​ເພດ​ຕ່າງໆ, ວັດຖຸ​​ເຕັກ​ນິກທີ່​ນໍາ​ໃຊ້​ເຂົ້າ​ໃນ​ການ​ຜະລິດ, ວັດຖຸ​ມີ​ຄ່າ ​ເປັນ​ຕົ້ນ​ແມ່ນ​ເພັດ​ເງິນ-​ຄໍາ, ພັນ​ນະ​ບັດ, ​ໃບ​ຮຸ້ນ, ​ເງິນ​ຝາກ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຊັບ​ສິນ​ອື່ນໆ, ໜີ້ຕ້ອງ​ຮັບ ​ແລະ ໜີ້​ຕ້ອງສັ່ງ​ຈ່າຍ, ​ແຕ່ລະ​ປະ​ເພດ​​ເສດຖະກິດ. ສ່ວນ​ລາຍ​ຮັບ​ທີ່​ຕ້ອງ​ແຈ້ງ​ຄື: ​ເງິນ​ເດືອນ, ​ເງິນ​ອຸດ​ໜູນ, ​ເງິນ​ບໍາ​ເນັດ, ລາຍ​ໄດ້​ຈາກ​ການ​ສ້າງ​ເສດ​ຖະກິດ​ຄອບຄົວ, ການ​ດໍາ​ເນີນ​ທຸລະ​ກິດ, ການ​ຂາຍ, ການ​ໃຫ້​ເຊົ່າ, ການ​ກູ້​ຢືມ, ດອກ​ເບ້ຍ​ເງິນ​ຝາກ, ຂອງ​ຂວັນ (ສະ​ເພາະ​ຂອງຂວັນ, ລາງວັນ​ທີ່​ມີ​ມູນ​ຄ່າ​ແຕ່ 5 ລ້ານ​ກີບ​ຂື້ນ​ໄປ) ການ​ບໍລິການ, ຊັບ​ສິນ​ທາງ​ປັນຍາ ​ແລະ ລາຍ​ຮັບ​ອື່ນໆ

ທ່ານ ​ໂພ​ໄຊ ຄຳ​ພູມີ ຫົວໜ້າ​ກົມ​ຄົ້ນ​ຄ້ວາ​ ແລະ ວາລະສານ​ ກວດກາ, ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາ​ລັດຖະບານ ​ໄດ້​ກ່າວ​ບາງ​ຕອນ​ວ່າ: ການ​ແຈ້ງ​ຊັບ​ສີນ​ຄັ້ງ​ທຳ​ອິດ​ແມ່ນ​​ເລີ່​ມ ປະຕິບັດ​ແຕ່​ເດືອນ​ມີ​ຖຸນາ ​ເຖີງ​ເດືອນ​ສີ​ງຫາ, ຄັ້ງ​ທີ່​ສອງບໍ່​ໃຫ້​ກາຍ​ເດືອນ ທັນວາ 2014, ກໍລະນີ​ກະຊວງ-ອົງ​ການ ​ແລະ ທ້ອງ​ຖິ່ນ​ໃດ ຫາກ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຕ້ອງ​ໄດ້​ລາຍ​ງານ​ກ່ຽວ​ກັບ​ເຫດຜົນ​ຕໍ່​ຂັ້ນ​ເທິງ​ຂອງ​ຕົນ. ການ​ແຈ້ງ​ຊັບ​ສິນ ​ແລະ​ ລາຍ​ຮັບ​ຄັ້ງ​ຕໍ່ໆ​ໄປ ​ໃຫ້​ປະຕິ​ບັດ 2 ປີ​ໃດ​ແຈ້ງ​ເທື່ອ​ໜຶ່ງ ນັບ​ແຕ່​ວັນ​ແຈ້ງ​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ສຳລັບ​ເອກະສານ​ແຈ້ງ​ຊັບ​ສິນ ​ແລະ ລາຍ​ຈ່າຍ​ທີ່​ຕ້ອງ​ແຈ້ງ​ນັ້ນ​ຕ້ອງ​ເຮັດ​ເປັນ 2 ຊຸດ ​ໂດຍ​ແມ່ນ​ທາງ​ອົງການ​ຮັບ​ແຈ້ງຊັບ​ສີນ ຈະ​ເປັນ​ຜູ້​ເກັບ​ຮັກສາ​​ໄວ້ 1 ຊຸດ ​ແລະ ຜູ້​ແຈ້ງ​ກໍ່​ຄື​ເຈົ້າ​ຂອງ​ຊັບ​ສິນ​ເປັນ​ຜູ້​ຮັກສາ​ໄວ້ 1 ຊຸດ.