ຕົ້ນທຶນການຜະລິດຈະຫຼຸດລົງຫຼັງຈາກທີ່ລັດຖະບານກຽມກໍາຈັດອາກອນມູນຄ່າເພີ່ມເຄື່ອງຈັກ ແລະ ພາຫະນະການຜະລິດ
By Bounam chittanavong On 25 Jul, 2014 At 10:00 AM | Categorized As ຂ່າວພາຍໃນ | With 0 Comments

ພາຍຫຼັງທີ່​ກະຊວງ​ການ​ເງີິນ​ໄດ້ສະ​ເໜີຕໍ່ສະພາ​​ແຫ່ງ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​ເຄື່ອງ​ຈັກ, ວັດຖຸ​ອຸປະກອນ ​ແລະ ພາຫະນະ​ການ​ຜະລິດ ທີ່ເປັນ​ຜະລິດ​ຕະພັນ​ພາຍ​ໃນ ​ແລະ ນໍາ​ເຂົ້າ​ຈາກ​ຕ່າງປະ​ເທດ​ເຊິ່ງຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຜະລິດ​ໃນ​ຂະ​ແໜງ​ການ​ຕ່າງໆ​ຕໍ່າ​ລົງ ​

ໃນ​ຕອນ​ເຊົ້າ​ ວັນ​ທີ23 ກໍລະກົດ 2014 ຜ່ານ​ມາ ທ່ານ ບຸນ​ໂຈມ ອຸບົນ​ປະ​ເສີດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນໄດ້ ​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​ສະບັບປັບປຸງ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 7 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ VII ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ປ່ຽນ​ແປງຂອງ​ເສດຖະກິດ​ພາຍ​ໃນ, ຫຼຸດ​ຜ່ອນການ​ເກັບອາກອນ​ມູນ​ຄ່າ​ເພີ່ມ, ລາຍການ​ບັນຊີ​ທີ່​ພົວພັນ​ເຖີງຂະ​ບວນການ​ຜະລິດ​ ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ລົງ ພ້ອມ​ທັງ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ການ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ ​ເປັນ​ການກຽມຄວາມ​ພ້ອມ​​ເຂົ້າ​ ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້

ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ໃໝ່ ​ໃນ​ມາດຕາ 16 ມີ​ການ​ປັບປຸງ​ຄື​: ໄດ້​ລະບຸ​ໄວ້​ຊັດ​ເຈນກ່ຽວ​ກັບ​ການ​ກຳຈັດ​ອັດ​ຕາການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ບາງ​ລາຍການ​ສີນ​ຄ້າ​ໃຫ້​ເຫຼືອ 0% ​ໄດ້​ແກ່: ວັດຖຸ​ອຸປະກອນ, ​ເຄຶ່ອງຈັກ ​ແລະ ພາຫະນະ ການ​ຜະລິດ​ ທີ່​ເປັນ​ຜະລິດຕະພັນ​ພາຍ​ໃນ ​ແລະ​ ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ​ເຊີ່ງ​ພາຍ​ໃນບໍ່​ສາມາດ​ຜະລິດໄດ້​ ຫຼື ຜະລິດ​ໄດ້​ແຕ່​ບໍ່ພຽງພໍ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ​ແລະ ການ​ລົງທຶນ​ທີ່​ເປັນ​ຊັບ​ສົມບັດ​ຄົງ​ທີ່.

​ໃນ​ມາດຕາ​ດັ່ງກ່າວ​ຍັງ​ໄດ້​ລະບຸ​ຕື່ມ​ອີກ​ວ່າ: ອັດຕາ​ການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ ສຳລັບ​ສິນຄ້າ ​ແລະ ການ​ບໍລິການ​ທີ່​ນຳ​ເຂົ້າ, ທີ່​ຜະລິດ ​ແລະ ຊົມ​ໃຊ້​ຢູ່​ພາຍ​ໃນ​ ສ.ປ.ປ ລາວ ການ​ສົ່ງ​ອອກ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ບໍ່​ແມ່ນ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ແມ່ນ 10%

ທ່ານ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ສຳລັບ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​​ແມ່ນເພື່ອ​ໃຫ້​ກົດໝາຍ​ດັ່ງກ່າວ​ມີ​ເນຶ້ອ​ໃນ​ສົມບູນ, ຈະ​ແຈ້ງ, ລະອຽດ ສອດຄ່ອງ​ກັບ​ກົດໝາຍ​ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງຄົມ​ໃນ​ປັດຈຸບັນ​ກໍ່​ຄື​ອະນາຄົດ​ໃນ​ຕໍ່ໜ້າ, ​ເພື່ອ​ໃຫ້​ກົດໝາຍ​ສະບັບ​ດັ່ງ​ກ່າວ​ຮັບປະກັນ​ເປັນ​ເຄຶ່ອງມື​ທີ່​ສຳຄັນ​ໃນ​ການ​ຂຸດ​ຄົ້ນ​​ແລ່ງລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ໃຫ້​ໄດ້​ຢ່າງ​ໝັ້ນຄົງ, ​ເພື່ອ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ການ​ເກັບ​ອາກອນ​ຈາກ​ຊັບພະຍາກອນ​ທຳ​ມະ​ຊາດ ການ​ຫັກ​ການ​ສົ່ງ​ຄືນ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​ໂດຍ​ສະ​ເພາະ​ແມ່ນ​ລະບຽບ​ການ​ຂອງ​ອົງການ​ການຄ້າ​ໂລກ ​ແລະ ​ເພື່ອ​ຮອງຮັບ​ໃຫ້​ແກ່​ການ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ

ກົດໝາຍ​ອາກອນ​ມູນ​ຄ່າ​ເພີ່ມ​ສະບັບ​​ເກົ່າມີ 7 ພາກ 13 ໝວດ ​ແລະ 55 ມາດຕາ, ສ່ວນ​ສະບັບ​ປັບປຸງ​ໃໝ່​ມີ 10 ພາກ 12 ໝວດ 66 ມາດຕາ, ມາດຕາ​ທີ່​ຮັກສາ​ໄວ້​ເດີມ​ມີ 22 ມາດຕາ, ມາດຕາ​ທີ່​ມີ​ການ​ປັບ​ປຸງ​ໃໝ່​ມີ 24 ມາດ​ຕາ, ມາດຕາ​ທີ່​ເພີ່ມ​ເຂົ້າ​ໃໝ່​ມີ20 ມາດຕາ