ຊາວໜຸ່ມກະຊວງ ອຄ ເປີດບັ້ນແຂ່ງຂັນບຸກ 4 ບຸກ
By Bounam chittanavong On 18 Jul, 2014 At 01:10 PM | Categorized As ຂ່າວສຳຄັນ | With 0 Comments

IMG_2915

ພິທີເປີດບັ້ນແຂ່ງຂັນ 4 ບຸກຂອງຊາວໜຸ່ມກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ໄດ້ຈັດຂື້ນໃນວັນທີ 16 ກໍລະກົດ 2014 ທີ່ຫ້ອງປະຊຸມໃຫຍ່ກະຊວງ ອຄ ພາຍໃຕ້ການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກກະຊວງ ລັດຖະມົນຕີວ່າການກະຊວງ ອຄ, ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ), ທ່ານ ສົມລົງ ໂພຄຳເມືອງແສງ ເລຂາຊາວໜຸ່ມກະຊວງ ອຄ ມີຫົວໜ້າກົມສະມາຊິກກຊາວໜຸ່ມທົ່ວກະຊວງ ອຄ ເຂົ້າຮ່ວມ.
ທີ່ປະຊຸມໄດ້ນຳເອົາແນວທາງ 4 ບຸກຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມ, ບຸກດ້ານການກໍ່ສ້າງດ້ານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ.
ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງ ຊປປລ ໄດ້ກ່າວວ່າ: ຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸມແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈ 4 ບຸກ ຂອງພັກ ແລະ ເພື່ອຈັດຕັ້ງຂໍ້ແຂ່ງຂັນດັ່ງກ່າວໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກໂດຍສະເພາະດ້ານຍົກສູງ ວຽກງານການນຳພາປັບປຸງຊັຍພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ.
ທ່ານ ສົມລົງ ໂພຄຳເມືອງແສງ ໄດ້ກ່າວແຜນການຂໍ້ແຂ່ງຂັນ 4 ບຸກວ່າ: ສະມາຊິກຊາວໜຸມຂອງກະຊວງ ອຄ ມີທັງໝົດ 18 ໜ່ວຍ ມີສະມາຊິກທັງໝົດ 1.145 ສະຫາຍ ຍິງ 350 ສະຫາຍ.ໃນນັ້ນ, ລັດບໍລິຫານ 12 ໜ່ວຍ ມີສະມາຊິກ 275 ສະຫາຍ ຍິງ 109 ສະຫາຍ, ລັດວິສາຫະກິດ-ບໍລິສັດທີ່ຂຶ້ນກັບມີ 6 ໜ່ວຍມີສະມາຊິກທັງໝົດ 870 ສະຫາຍ ຍິງ 241 ສະຫາຍ. ການເປີດບັ້ນແຂ່ງຂັນ 4 ບຸກເພື່ອຍົກຄຸນນະພາບຂອງສະມາຊິກຊາວໜຸ່ມໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນການຈັດຕັ້ງທົ່ວສັງຄົມ ເຮັດໃຫ້ອົງການຊາວໜຸ່ມເຂັ້ມ ແຂງປະຕິບັດສຳເລັດໜ້າທີ່ຂອງຕົນ, ສ້າງໃຫ້ສະມາຊິກຊາວໜຸ່ມເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ຈົງຮັກພັກດີ ແລະ ເດີນຕາມແນວທາງຂອງພັກເປັນເຈົ້າການເຂົ້າຮ່ວມຂະບວນການປົກປັກຮັກສາລະບຽບກົດໝາຍຂອງພັກ-ລັດວາງອອກຢ່າງເຂັ້ມງວດ.
ສຳລັບຄາດໝາຍໃນການແຂ່ງຂັນ 4 ບຸກຄັ້ງນີ້ ສູ້ຊົນເຮັດໃຫ້ຊາວໜຸ່ມເຊື່ອມຊຶມແນວຄິດທາງດ້ານການເມືອງທີ່ຖືກຕ້ອງໂດຍສະເພາະມູນເຊື້ອຊາວໜຸ່ມທີ່ມີຄວາມພິລາອາດຫານ ປັບປຸງລະບອບລະບຽບແບບແຜນວິທີເຮັດວຽກ ແລະ ສູ້ຊົນຂະຫຍາຍສະມາຊິກຊາວໜຸ່ມທົ່ວກະຊວງ ອຄ ໃຫ້ໄດ້ 10% ຍົກລະດັບຄວາມຮູ້ຄວາມສາມາດ ໂດຍການໄປສຶກສາຕໍ່ໃນລະດັບພາຍໃນ ແລະ ຕ່າງປະເທດ.
ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ແມ່ນມອບໃຫ້ຕາງໜ້າສະມາຊິກຊາວໜຸ່ມພາຍໃນກະຊວງ ແລະ ບໍລິສັດ-ລັດວິສາຫະກິດທີ່ຂຶ້ນກັບ ຈົ່ງໄດ້ຮີບຮ້ອນນຳເອົາເນື້ອໃນຈິດໃຈ ຂໍ້ແຂ່ງຂັນ 4 ບຸກຄັ້ງນີ້ກັບຄືນໄປເຜີຍແຜ່ ຈັດຕັ້ງພາຍໃນກົມກອງຂອງຕົນໃຫ້ໄດ້ໝາກຜົນດີຂຶ້ນ.