ເປີດສູນປະເມີນຜົນກະທົບຂອງຮ່າງນິຕິກໍາເພື່ອປັບປຸງຄວາມອາດສາມາດໃນການແຂງຂັນຂອງເສດຖະກິດລາວ
By Bounam chittanavong On 18 Jul, 2014 At 01:17 PM | Categorized As ຂ່າວສຳຄັນ | With 0 Comments

ໃນວັນທີ 17 ກໍລະກົດ 2014 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສູນປະເມີນ ຜົນກະທົບຂອງຮ່າງນິຕິກໍາທີ່ກະຊວງຍຸຕິທໍາ ເພື່ອຊ່ວຍຊຸກຍູ້ການເຕີບໂຕຂອງພາກເອະກະຊົນ ແລະ ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ແລະ ປັບປຸງຄວາມອາດສາມາດໃນການແຂງຂັນຂອງເສດຖະກິດລາວ, ໂດຍສູນດັ່ງກ່າວຈະຊ່ວຍ ບັນດາອົງການຂອງລັດທີ່ກ່ຽວຂ້ອງໃນການເຮັດບົດປະເມີນຜົນກະທົບຂອງຮ່າງນິຕິກໍາຕໍ່ທຸລະກິດ, ສ່ວນບຸກຄົນ ແລະ ຕໍ່ ລັດຖະບານ ໂດຍຈະມີການໃຫ້ຄໍາແນະນໍາ, ການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ກ່ຽວກັບວຽກງານປະເມີນ ຜົນກະທົບຂອງຮ່າງນິຕິກໍາໃນ ສປປ ລາວ. ພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເປັດກຽດຕັດແຖບຜ້າເປີດສູນດັ່ງກ່າວໂດຍ ທ່ານ ເກດ ກຽດຕິສັກ ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທໍາ.
ການສ້າງຕັ້ງສູນດັ່ງກ່າວ ຖືວ່າເປັນຜົນສໍາເລັດສໍາຄັນຂອງທະນາຄານພັດທະນາອາຊີພາຍໃຕ້ແຜນງານການສົ່ງເສີມພັດ ທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບລັດຖະບານຂອງ ສປປ ລາວ. ພາຍໃຕ້ ແຜນດັ່ງກ່າວ ທະນາຄານພັດທະນາອາຊີໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວໃນການຈັດຕັ້ງປະຕິບັດສ້າງລະບົບການ ປະເມີນຜົນກະທົບຂອງຮ່າງນິຕິກໍາໃຫ້ມີຄວາມແທດເໝາະກັບ ສປປ ລາວ ເພື່ອຊ່ວຍສະໜັບສະໜູນການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ທັງນີ້ການປະເມີນຜົນກະທົບຂອງຮ່າງນິຕິກໍາແມ່ນມີຄວາມສໍາຄັນຫຼາຍໃນການ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຂະແໜງເອກະຊົນໃນ ສປປ ລາວ, ນອກກຈາກນີ້ ຂັ້ນຕອນການຈັດຕັ້ງປະຕິບັດການປະເມີນຜົນກະທົບຂອງຮ່າງນິຕິກໍາຈະຊ່ວຍຜູ້ສ້າງນິຕິກໍາໃຫ້ສາມາດສ້າງສະພາບແວດລ້ອມທາງດ້ານນິຕິກໍາທີມີປະສິດທິພາບ ແລະ ປະສິດທິຜົນ ໂດຍຈະຕ້ອງມີການກໍານົດຢ່າງສັດເຈນບັນດາຈຸດປະສົງ, ເປົ້າໝາຍ, ວິທີການແກ້ໄຂຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ຄ່າສິ້ນເປືອງຈາກນິຕິກໍາທີ່ສ້າງຂຶ້ນ. ການຊ່ວຍເຫຼືອ ໃນວຽກງານການປະເມີນຜົນກະທົບຂອງຮ່າງນິຕິກໍາ ນີ້ໄດ້ເລີ່ມມາແຕ່ປີ 2011 ແລະ ຈະສືບຕໍ່ ໄປຈົນຮອດປີ 2017

IMG_2070

IMG_2018