ເປີດງານວາງສະແດງສິນຄ້າລາວ-ຫວຽດ
By Bounam chittanavong On 4 Jul, 2014 At 08:42 AM | Categorized As ຂ່າວພາຍໃນ | With 0 Comments

ງານວາງສະແດງສິນຄ້າລາວຫວຽດນາມ 2014 ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ03 ກໍລະກົດ 2014 ໂດຍການໃຫ້ກຽດເປັນປະທານເປີດຮ່ວມຂອງທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ທ່ານ ຫວຽນເກີ່ມຕູ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ນອກນີ້ຍັງມີຕາງໜ້າຈາກພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ, ທຸຕານຸທູດ ແລະ ຊື່ມວນຊົນເຂົ້າຮ່ວມໃນພິທີເປີດ.
ຈຸດປະສົງຂອງງານຄັ້ງນີ້ກໍ່ແມ່ນເພື່ອເປັນການສົ່ງເສີມການຮ່ວມມືທາງດ້ານການຄ້າ,ການລົງທຶນຂອງສອງປະເທດສະນັ້ນງານວາງສະແດງກໍ່ເປັນເວທີຫນຶ່ງທີ່ສ້າງໂອກາດໃຫ້ພາກທຸລະກິດຂອງສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານເພື່ອຍົກລະດັບຄຸນນະພາບສິນຄ້າຂອງພາກທຸລະກິດທັງສອງປະເທດ ແລະ ສ້າງເງື່ອນໄຂໃຫ້ທຸລະກິດຊອກຫາຄູ່ຄ້າຮ່ວມກັນເພື່ອສ້າງຖານການຄ້າໃຫ້ນັບມື້ກວ້າງຂວາງຂື້ນ. ທັງເປັນການກະຕຸ້ນໃຫ້ພາກທຸລະກິດໄດ້ຮັບຮູ້ນະໂຍບາຍເຊື່ອມໂຍງສູ່ພາກພື້ນ ແລະ ສາກົນເພື່ອກະກຽມຄວາມພ້ອມໃນການເປັນປະຊາຄົມເສດຖະກິດອາຊຽນໃນປີ 2015.
ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານວາງສະແດງປີນີ້ມີຈຳນວນເພີ່ມຂື້ນລວມທັງໝົດ 350 ຫ້ອງ, ໃນນັ້ນທຸລະກິດລາວມຈໍານວນ 230 ຫ້ອງ ແລະ ທຸລະກິດຫວຽດນາມມີຈຳນວນ 120 ຫ້ອງ ລວມບໍລິສັດລາວ ແລະ ຫວຽດນາມຫຼາຍກວ່າ 250 ບໍລິສັດ ປະລິມານສິນຄ້າທີ່ມາວາງສະ ແດງກໍ່ມີການເພີ່ມຂື້ນຫຼາກຫຼາຍສີສັນ ແລະ ຫຼາກຫຼາຍກວ່າເກົ່າ ແລະ ເປັນທີ່ຍອມຮັບຂອງຕະຫຼາດຊຶ່ງກັນ ແລະ ກັນຊຶ່ງປະກອບມີ: