ກອງປະຊຸມແລກປ່ຽນບົດຮຽນ ໂຄງການຊ່ວຍເຫຼືອດ້ານການຄ້າ ລະຫວ່າງ ປະເທດ ມຽນມາ ແລະ ສປປ ລາວ
By Bounam chittanavong On 27 Jun, 2014 At 09:15 AM | Categorized As ຂ່າວສຳຄັນ | With 0 Comments

ເພື່ອເປັນການແລກປ່ຽນບົດຮຽນ ໃນການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ ຊ່ວຍເຫຼືອດ້ານການຄ້າ ໂດຍສະເພາະແມ່ນໂຄງການ EIF ພ້ອມທັງຄົ້ນຄ້ວາສິ່ງທ້າທາຍຕໍ່ກັບປະສິດທິຜົນຂອງການຊ່ວຍເຫຼືອ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນ ຈາກກະຊວງການຄ້າ ຂອງ ມຽນມາ ທີ່ນຳໂດຍພະນະທ່ານ ດຣ. ພະວິນ ສານ (Pwint San), ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ຂອງ ມຽນມາ.
ໃນວັນທີ 23 ມິຖຸນາ 2014, ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຄຳນັບ ພະນະທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ພົບກັບກົມແຜນການ ແລະ ການຮ່ວມມື ລະດັບວິຊາການ. ໃນວັນທີ 24 ມິຖຸນາ 2014 ກໍ່ໄດ້ຈັດກອງປະຊຸມສໍາມະນາ ແລກປ່ຽນບົດຮຽນ ເຊິ່ງກັນແລະກັນ ກ່ຽວກັບໂຄງການຊ່ວຍເຫຼືອດ້ານການຄ້າ ແລະ ບັນດາຂະບວນການກະກຽມບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (DTIS).
ໃນທີ່ປະຊຸມ, ທ່ານ ພູວຽງ ພົງສາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ເນັ້ນໃຫ້ເຫັນວ່າ “ໂຄງການພັດທະນາການຄ້າ ແລະ ພາກທຸລະກິດ ໄດ້ມີການຂະຫຍາຍຕົວຢ່າງພົ້ນເດັ່ນໃນຊຸມປີທີ່ຜ່ານມາ. ໂຄງການກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາການຄ້າ ໄລຍະທີ 1 ໄດ້ສີ້ນສຸດ ລົງໃນເດືອນ ມີນາ 2013,ໂດຍໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ໄດ້ຮັບການສືບຕໍ່ ໂຄງການໄລຍະທີສອງ ທີ່ມີການເພີ່ມທືນຈາກບັນດາຜູ້ໃຫ້ທຶນສູງຂື້ນເກືອບເທົ່າຕົວຈາກ US$ 7.6 ລ້ານ ມາເປັນ US$ 14 ລ້ານ. ພ້ອມດຽວກັນນັ້ນ, ໃນປະຈຸບັນ ສປປ ລາວ ກໍ່ກຳລັງຈັດຕັ້ງປະຕິບັດ ໂຄງການ EIF ບ້ວງທີ 1 (EIF Tier-1) ໄລຍະທີສອງ ແລະ ໂຄງການນີ້ຈະສືບຕໍ່ຈັດຕັ້ງປະຕິບັດ ຈົນຮອດເດືອນ ທັນວາ ປີ 2015. ໂຄງການ EIF ບ້ວງທີສອງ (EIF Tier-2), ທີ່ໄດ້ສ້າງຂື້ນໂດຍທິມງານພາຍໃນເອງ ກໍ່ໄດ້ຮັບການອະນຸມັດ ແລະ ກຳລັງຈັດຕັ້ງປະຕິບັດໃນໄລຍະເວລາ 2 ປີ ຊຶ່ງຈະສີ້ນສຸດໃນເດືອນ ທັນວາ 2016 ພ້ອມນີ້ກໍ່ກຳລັງຈັດຕັ້ງປະຕິບັດ ໂຄງການ SECO, MOIC-UN Cluster. ນອກຈາກນັ້ນ, ສປປ ລາວ ກໍ່ໄດ້ສຳເລັດການສ້າງໂຄງການຮ່ວມມືໃນກອບສອງຝ່າຍ: ໃນນັ້ນມີ GIZ, ສະຫະລັດ ອາເມລິກາ ແລະ ພວກເຮົາຄາດວ່າຈະໄດ້ຮັບການຊ່ວຍເຫຼືອເພີ່ມຕື່ມຈາກ ທະນາຄານໂລກ, ແລະ ອື່ນໆ.”
ພະນະທ່ານ ດຣ. Pwint San ໄດ້ກ່າວສະແດງຄວາມຂອບໃຈກັບ ສປປ ລາວ ທີ່ໃຫ້ໂອກາດໃນການແລກປ່ຽນບົດຮຽນ ແລະ ປະສົບການ ອັນມີຄ່າໃນຄັ້ງນີ້ຕໍ່ກັບຄະນະຜູ້ແທນຂອງມຽນມາ ເພື່ອເປັນຂໍ້ມູນໃນການກະກຽມສ້າງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ DTIS ກໍ່ຄືການຈັດຕັ້ງປະຕິບັດບັນດາໂຄງການໃນອະນາຄົດ.
ຄະນະຜູ້ແທນມຽນມາ ຍັງໄດ້ຂື້ນແຜນເພື່ອໄປຢ້ຽມຢາມບັນດາຄູ່ຮ່ວມພັດທະນາ ທີ່ມີສ່ວນຮ່ວມໃນການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ໃນ ສປປ ລາວ ກໍ່ຄືພາກທຸລະກິດ ທີ່ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ຢ້ຽມຢາມ ເຂດນິຄົມອຸດສາຫະກຳ ທີ່ ນະຄອນຫຼວງວຽງຈັນ.