ໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດເປີດກອງປະຊຸມຄັ້ງປະຖົມມະເລີກ
By Bounam chittanavong On 11 Jun, 2014 At 10:04 AM | Categorized As ຂ່າວສຳຄັນ | With 0 Comments

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ ເພື່ຶອດຳເນີນຊີວິດການເມືອງປັບປຸງການຈັດຕັ້ງພາຍໃນຫນ່ວຍພັກ ໃຫ້ມີຄວາມຮັບຜິດຊອບຫນ້າທີ່ການເມືອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ຍັງມີພິທີມອບ-ຮັບໃບຢັ້ງຢືນຫນ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານໃຫ້ກົມດັ່ງກ່າວ. ພິທີດັ່ງກ່າວເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 6 ມີຖຸນາ 2014 ທີ່ສະຖາບັນຄົ້ນຄວ້າເສດຖະກິດການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ຮອງເລຂາຫນ່ວຍພັກກະຊວງ ລັດຖະມົນຕີຊ່ວຍວ່າການກະຊວງ ອຄ, ທ່ານ ດຣ. ສົມພວງ ພຽນພິນິດ ເລຂາໜ່ວຍພັກ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ຫຸມແພງ ຄໍາພາສິດ ຮອງເລຂາໜ່ວຍພັກ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ມີບັນດາເລຂາຫນ່ວຍພັກຂອງກົມອ້ອມຂ້າງ ແລະ ພະນັກງານສະມາຊິກພັກສົມບູນຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການລາຍງານສະພາບການເຄື່ອນໄຫວ ແລະ ສິ່ງທີ່ພົ້ນເດັ່ນຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ຫລັງຈາກນັ້ນກໍ່ມີການມອບໃບຢັ້ງຢືນ ຫນ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານ ຂອງກະຊວງອຸດສາ ຫະກຳ ແລະ ການຄ້າ.

ທ່ານ ດຣ ສົມພວງ ພຽນພິນິດ ເລຂາຫນ່ວຍພັກ, ຫົວຫນ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເປັນຢ່າງຍິ່ງ ເພາະມັນເປັນການດຳເນີນຊີວິດການເມືອງຄັ້ງທຳອິດ, ຄັ້ງປະຫວັດສາດ ແລະ ຄັ້ງໃຫຍ່ທີ່ສຸດຂອງໜ່ວຍພັກ ພາຍຫຼັງໄດ້ສ້າງຕັ້ງໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງ ວິສາຫະກິດຂຶ້ນມາ ແນໃສ່ຊອກໃຫ້ເຫັນບັນດາຜົນງານທີຍາດມາໄດ້ເພື່ອເສີ່ມຂະຫບາຍ ແລະ ຊອກຫາ ບັນດາ ຂໍ້ຄົງ ຄ້າງເພື່ອປັບປຸງແກ້ໄຂໃນຕໍ່ໜ້າ. ນອອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິດພັກ ໄດ້ເຊີດຊູຄວາມຮັບຜິດຊອບ ຂອງຕົນເອງ ເຂົ້າໃນການປະກອບຄໍາຄິດຄໍາເຫັນໃນກອງປະຊຸມ ເປັນຕົ້ນແມ່ນບົດລາຍງານການເມືອງຂອງໜ່ວຍພັກ, ມະຕິກອງປະຊຸມໃຫຍ່ ເພື່ອປັບປຸງໃຫ້ເລິກເຊິງ ແລະ ໜັກແໜ້ນກວ່າເກົ່າ, ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນຂອງ ຕົນໃນວຽກງານຕ່າງໆ ເພື່ອໃຫ້ການເຮັດວຽກໄດ້ບັນລຸຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

IMG_5200

IMG_5118