ເປິດງານວາງສະແດງ ສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ຄັ້ງທີ 7
By admin On 30 May, 2014 At 02:51 PM | Categorized As ຂ່າວພາຍໃນ | With 0 Comments

ໃນວັນທີ 26 ພຶດສະພາ 2014 ໄດ້ມີພິທີ ເປິດງານວາງສະແດງ ສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ຄັ້ງທີ 7 ປະຈຳປີ 2014 ຂຶ້ນທີ່ສູນການຄ້າລາວໄອເຕັກ. ທ່ານ ເບີລິນ ເພັດຈັນທະຣາດ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ກ່າວວ່າ: ງານວາງສະແດງ ສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ຄັ້ງນີ້ ເປັນການເຕົ້າໂຮມເອົາເຄື່ອງເຟີນິເຈີ, ເຄື່ອງຕົກແຕ່ງ, ຜະລິດຕະພັນແກະສະຫລັກ, ໂຕະຕັ່ງ, ໄມ້ປູພື້ນ, ຖາດໃສ່ຈອກ ຈາກບໍລິສັດ ແລະ ຫົວຫນ່ວຍທຸລະກິດຕ່າງໆ ເຂົ້າມາວາງສະແດງ ແລະ ຂາຍພາຍໃນ ພ້ອມທັງເປັນການສົ່ງເສີມຈິນຕະນາການໃຫມ່ໆ ແລະ ຫລາຍມູມມອງໃນການຈຳຫນ່າຍສິນຄ້າ ໃຫ້ຜູ້ຊົມໃຊ້ເລືອກຊື້ຜະລິດຕະພັນ ໄດ້ຢ່າງຫລາກຫລາຍ ໃນສະຖານທີ່ແຫ່ງດຽວ. ພ້ອມດຽວກັນນັ້ນພາຍໃນງານຍັງໄດ້ມີກິດຈະກຳສຳມະນາ ໃນຫົວຂໍ້ຕ່າງໆ ກ່ຽວກັບການຊົມໃຊ້ໄມ້ໃຫ້ເກີດຜົນປະໂຫຍດ, ການສົ່ງເສີມ SME ເຂົ້າຫາແຫລ່ງທຶນ ແລະ ຂັ້ນຕອນການສົ່ງອອກ, ການເບິ່ງຕະຫລາດສ້າງໂອກາດ ແລະ ສິ່ງທ້າທາຍຕ່າງໆກ່ຽວກັບເຟີນີເຈີລາວ ໂດຍມີການແລກປ່ຽນຄວາມເຫັນ ລະຫວ່າງຜູ້ປະກອບການດ້ວຍກັນ ແລະ ກັບບັນດາລູກຄ້າ.
ໃນງານຄັ້ງນີ້ຍັງມີການປະກວດເຟີນີເຈີທີ່ສວຍງາມ, ໂດດເດັ່ນ ແລະ ມີແນວຄິດສ້າງສັນ ເພື່ອຊິງລາງ ວັນຕ່າງໆ ແລະ ເປັນໂອກາດໃນການພົບປະລະຫວ່າງຜູ້ປະກອບການດ້ວຍກັນ ຊຶ່ງຈະຊ່ວຍໃຫ້ຜູ້ປະກອບການ ໄດ້ປັບປຸງຜະລິດຕະພັນໃຫມ່ໆ ໃຫ້ຖືກໃຈກັບລູກຄ້າ, ຜູ້ຊົມໃຊ້ ແລະ ສ້າງຕະຫລາດພາຍໃນໃຫ້ມີການເຕີບໂຕ ໃຫຍ່ຂະຫຍາຍຕົວເປັນກ້າວໆ.

About -