ມອບ-ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຂອງໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ
By Bounam chittanavong On 21 May, 2014 At 10:52 AM | Categorized As ຂ່າວສຳຄັນ | With 0 Comments

ໂດຍປະຕິບັດຕາມມະຕິຕົກລົງສະບັບເລກທີ 087/ຄພ.ອຄ, ລົງວັນທີ 29 ພຶດສະພາ 2014 ວ່າດ້ວຍການຮັບຮອງເອົາໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງ​ທີ VI ປະ​ຈໍາ​ສົກ​ປີ 2012-2013 ​ແລະ ຂໍ້​ຕົກລົງ​ ສະບັບ​ເລກທີ 0797/ອຄ.ຈພງ, ລົງ​ວັນ​ທີ 06 ​ເມສາ 2014 ວ່າ​ດ້ວຍ​ການ​ຍ້ອງຍໍໜ່ວຍພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ​ຕິດຕໍ່ກັນ. ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2014 ທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງທີ VI ປະຈຳປີ 2012-2013 ​ແລະ ​ໃບ​ຍ້ອງ​ຍໍ​ທີ່​ມີ​ຜົນງານ​ໃນ​ການກໍ່ສ້າງໜ່ວຍພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ 4 ຄັ້ງ​ຕິດຕໍ່ກັນ​ຂອງກົມ​ຂຶ້ນ, ພິທີ​ດັ່ງກ່າວ​ໄດ້​ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ເຂັມ​ມະນີ ພົນ​ເສນາ ເລຂາຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາສະຫາຍຄະນະພັກກະຊວງ, ເລຂາ, ຮອງເລຂາ ​ແລະ ຜູ້ຕາງໜ້າໜ່ວຍຈາກ​ຫ້ອງການ, ບັນດາ​ກົມ ​ແລະ ບັນດາ​ວິ​ສາ​ຫະກິດ ປິ່ນ​ອ້ອມອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍສະມາຊິກພັກສົມບຸນ, ສຳຮອງ  ​ແລະ ພະນັກງານ​ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ​ເຂົ້າ​ຮ່ວມ​ລວມທັງໝົດຫຼາຍກວ່າ 40 ສະຫາຍ. ໃນວາລະ​ພິທີ​ດັ່ງກ່າວ​ເລຂາໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ໄດ້ຂື້ນຜ່ານບົດສະຫຼຸບຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດວຽກງານການເຄື່ອນໄຫວຈັດຕັ້ງຊີ້ນຳໆພາຂອງໜ່ວຍພັກໃນໄລຍະ 01 ປີຜ່ານມາ, ຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງໜ່ວຍພັກທີ່ຍາດມາໄດ້ໂດຍແມ່ນສະມາຊິກພັກທຸກສະຫາຍພາຍໃນກົມກໍ່ຄືພະນັກງານລັດຖະກອນທຸກຄົນໄດ້ສຸມຈິດໃຈສຸດຄວາມສາມາດ ເຮັດໃຫ້ທຸກວຽກງານຂອງກົມບັນລຸຜົນສຳເລັດໄປໂດຍດີ ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ອຸດສາຫະກໍາ​ປຸງ​ແຕ່ງ ຈາກນັ້ນກໍ່ໄດ້ສະເໜີທິດທາງແຜນການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮ້ອມດ້ານສົກປີ 2013-2014 ຕື່ມອີກ. ໃນພິທີ ສະຫາຍ ເຂັມ​ມະນີ ພົນ​ເສນາ ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້​ໃຫ້ກຽດຂື້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ພ້ອມທັງມອບໃບຍ້ອງຍໍທີ່ໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 4 ຄັ້ງຕິດຕໍ່ກັນ ຢ່າງສົມກຽດ ພ້ອມ​ທັງ​ໄດ້​ໃຫ້ຄໍາ​ໂອວາດ, ຄໍາ​ເຫັນຊີ້ນໍາຕໍ່ກອງປະຊຸມ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຂະແໜງອຸດສາຫະກໍາ ​ແລະ ຫັດຖະ​ກໍາ ກໍ່ຄື​ວຽກງານ​ອຸດສາຫະກໍາ​ປຸງ​ແຕ່ງ​ທີ່​ຍາມ​ໃດ​ກໍ່ມີ​ຄວາມ​ສໍາຄັນ​ຕໍ່ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ຊຸກຍູ້​ຫັນ​​ເສດຖະກິດ​ໄປ​ສູ່​ການ​ຜະລິດ​ອຸດສາຫະກໍາ​ທີ່​ມີ​ກໍາລັງ​ຜະລິດຫຼາຍ ​ເພື່ອ​ນໍາພາ​ເສດຖະກິດ​ລາວ​ກ້າວ​ຂຶ້ນ​ແຂງ​ກັບປະ​ເທດ​ອື່ນ​ໄດ້ ພ້ອມ​ນີ້ ທ່ານ​ຍັງ​ໄດ້​​ໂອ້​ລົມ​ຕໍ່ຄະນະ​ພັກ​ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ ສຶບຕໍ່ຊຸກຍູ້ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນໃຫ້ເຂັ້ມແຂງ ສືບຕໍ່ຈັດ​ຕັ້ງ​ປະຕິ​ບັດ​ວຽກງານ​ຢ່າງ​ຫ້າວຫັນ​​ແນ​ໃສ່​ການ​ແຂງ​ຂັນຍ້ອງຍໍ​ຮັກ​ຊາດ​ ແລະ ພັດທະ ນາ​ຂອງກະຊວງ​ກໍ່ຄື​ຂອງ​ກົມ​ອຸດສາຫະກໍາ ແລະ ຫັດຖະ​ກໍາ. ຈາກນັ້ນ, ສະຫາຍ ມະ​ໂນ​ຮັກ ຣາຊະ​ຈັກ ເລຂາໜ່ວຍພັກ ກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ໄດ້ຕາງໜ້າໃຫ້ ສະມາຊິກພັກ ແລະ ພະນັກງານ ທັງໝົດພາຍໃນກົມ ຂື້ນຮັບຄຳໂອວາດ ຈາກ ສະຫາຍ ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ໃຫ້ທິດເຍືອງທາງແກ່ບັນດາສະຫາຍສະມາຊິກພັກ ກໍຄືພະນັກງານທຸກຄົນພາຍໃນກົມ ເພື່ອພ້ອມກັນສູ້ຊົນບຸກບືນຮັກສາມູນເຊື້ອ ແລະ ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍ ໃຫ້ມີປະສິດທິຜົນສູງ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

DSC084981