ເອັດຊີຈີ ຈະຕັ້ງໂຮງງານຊີມັງແຫ່ງທຳອິດໃນ ສປປ ລາວ
By admin On 9 May, 2014 At 01:28 PM | Categorized As ຂ່າວພາຍໃນ | With 0 Comments

ວັນທີ 9 ພຶດສະພາ ນີ້ ເອັດຊີຈີ (SCG) ປະກາດໂຄງ ການລົງທຶນມູນຄ່າ 250 ຕື້ກີບ ຫຼື ປະມານ 10.000 ລ້ານບາດ ກໍ່ສ້າງໂຮງງານຜະລິດຊີມັງ ແຫ່ງທຳອິດໃນ ສປປ ລາວ ດ້ວຍກຳລັງການຜະລິດ 1,8 ລ້ານໂຕນຕໍ່ປີ.
ທ່ານ ການ ຕຣະກູນຮຸນ ກຳມະການຜູ້ຈັດການໃຫຍ່ ເອັດຊີຈີ ເປີດເຜີຍວ່າ: ຄະນະ ກຳມະການບໍລິສັດໄດ້ອະນຸມັດ ງົບລົງທຶນ 250 ຕື້ກີບ ຫຼື ປະ ມານ 10.000 ລ້ານບາດ ເພື່ອ ຈັດຕັ້ງໂຮງງານຜະລິດຊີມັງ ແຫ່ງທຳອິດໃນ ສປປ ລາວ ອັນ ເປັນສ່ວນໜຶ່ງຂອງກົນລະຍຸດ ເອັດຊີຈີ ໃນການກ້າວສູ່ການ ເປັນຜູ້ນຳທຸລະກິດຢ່າງຍືນຍົງ ໃນພາກພື້ນອາຊຽນ ແລະ ຮອງ ຮັບປະຊາຄົມເສດຖະກິດອາຊຽນໃນປີ 2015 ເພື່ອຕອບສະໜອງຄວາມຕ້ອງການຊີມັງທີ່ເພີ່ມຂຶ້ນໃນບັນດາປະເທດ ອະນຸພາກພື້ນ ແມ່ນ້ຳຂອງ. ໂຄງການກໍ່ສ້າງໂຮງງານຊີມັງ ດັ່ງກ່າວຕັ້ງຢູ່ໃນແຂວງຄຳມ່ວນ ຊຶ່ງຄາດວ່າຈະເລີ່ມຜະລິດໃນ ໄຕມາດທີ 2 ປີ 2017 ໂຄງ ການນີ້ຖືເປັນໂຄງການໜຶ່ງໃນ ການລົງທຶນຄັ້ງສຳຄັນ ເພື່ອຮອງຮັບການເຕີບໃຫຍ່ຂອງ ທຸລະກິດຊີມັງ. ຜະລິດຕະພັນ ກໍ່ສ້າງໃນ ສປປ ລາວ ແລະ ພາກ ພື້ນອາຊຽນ.

ຄັດຈາກຫນັງສືພິມ ປະຊາຊົນ

About -