ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ
By admin On 7 May, 2014 At 02:35 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ກອງປະຊຸມຕີລາຄາການເຄື່ອຍນໄຫວວຽກງານ ສົກປີ 2012-2013 ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ຈັດຂຶ້ນ ທ້າຍອາທິດທີ່ຜ່ານມາ, ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໂດຍການເປັນປະທານຂອງ ທ່ານ ພອນສານ ວິໄລເມັ້ງ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກສ່ວນກ່ຽວຄ້ອງ, ຫົວຫນ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ 10 ເມືອງເຂົ້າຮ່ວມ.
ໃນໄລຍະ 1 ປີ ຜ່ານມາວຽກງານອຸດສາຫະກຳ ແລະ ຫັດຖະກຳ ທົ່ວແຂວງຫົວພັນ ໄດ້ມີໂຮງງານທັງຫມົດ 173 ແຫ່ງ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໄດ້ 2,869 ຄົນ. ມີກີ່ຕໍ່າຮູກປະມານ 26,065 ກີ່ ສາມາດຕໍ່າສິ້ນໄດ້ 48,554 ຜືນ ເປັນມູນຄ່າ 5.82 ຕື້ກີບ, ຕໍ່າຜ້າໄຫມໄດ້ 39,782 ແມັດ ເປັນມູນຄ່າ 3.18 ຕື້ກີບ, ຜະລິດຫັດຖະກຳຈັກສານໄດ້ 0,64 ຕື້ກີບ.
ວຽກງານການຄ້າພາຍໃນ ໄດ້ລົງກວດກາທັງຫມົດ 99 ຄັ້ງ ໄດ້ປັບໃຫມ ເປັນມູນຄ່າ 240 ລ້ານກີບ, ລົງກວດກາການຊື້ສັດ-ຂາຍຊີ້ນ ຢູ່ຕະຫລາດໄດ້ 22 ຄັ້ງ, ເຂົ້າຮ່ວມໜ່ວຍສະເພາະກິດຂອງແຂວງ ແກ້ໄຂລົດເຖື່ອນໄດ້ 1,488 ຄັນ. ສົມທົບກັບຄະນະກຳມະການອາຫານ ແລະ ຢາ ລົງຕິດຕາມກວດກາສິນຄ້າຫມົດອາຍຸໄດ້ 3 ຄັ້ງ, ຢຶດ ແລະ ທຳລາຍຖິ້ມເປັນມູນຄ່າ 8,955,000 ກີບ. ວຽກງານສົ່ງເສີມ ແລະ ພັດທະນາ ສິນຄ້າໄດ້ ລະດົມນັກທຸລະກິດນຳເອົາຜະລິດຕະພັນຫັດຖະກຳຂອງແຂວງ ໄປວາງສະແດງຂາຍຢູ່ງານຕະຫລາດນັດຕ່າງແຂວງໄດ້ທັງຫມົດ 7 ຄັ້ງ ມີ 21 ຫົວຫນ່ວຍມູນຄ່າ 6,3 ຕື້ ໄປວາງສະແດງຢູ່ຕ່າງປະເທດ 15 ຄັ້ງ ລວມມີ 24 ຫົວຫນ່ວຍມູນຄ່າ 1 ຕື້ກີບ ຈັດງານຕະຫລາດນັດພາຍໃນແຂວງໄດ້ 13 ຄັ້ງ ມີ 420 ຮ້ານ ມູນຄ່າທັງຫມົດ 10.5 ຕື້ກີບ. ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດທົ່ວແຂວງ ມີຫົວຫນ່ວຍທຸລະກິດທີ່ໄດ້ອອກທະບຽນທັງຫມົດ 974 ຕື້ກີບ ທຽບໃສ່ພົນລະເມືອງທຸລະກິດ ກວມເອົາ 8%, ນັກທຸລະກິດຕ່າງປະເທດມີ 73 ຫົວຫນ່ວຍ ກວມເອົາ 2%, ທຸລະກິດພາຍໃນກວມເອົາ 3,448 ຫົວຫນ່ວຍ ກວມເອົາ 98%. ນອກນັ້ນ, ຍັງໄດ້ເອົາໃຈໃສ່ລົງຮາກຖານ ທົດລອງວຽກງານ 3 ສ້າງ ໃນຂະແຫນງອຸດສາຫະກຳ ແລະ ການຄ້າ ຕາມບັນດາເມືອງເປົ້າຫມາຍຕື່ມອີກ.

About -