ເອກອັກຄະລັດຖະທູດອາເມລິກາປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ
By sonsathit rasavong On 9 May, 2014 At 04:21 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

ໃນວັນ​ອັງຄານ, ວັນ​ທີ 6 ພຶດສະພາ 2014 ​ເວລາ 10:15 ​ໂມງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມຂໍ່ານັບຂອງ​ທ່ານ William Jackson, ຮອງ​ຜູ້​ຊ່ວຍ​ຫົວໜ້າຫ້ອງການ​ຜູ້ຕ່າງໜ້າຝ່າຍການ​ຄ້າ​ຂອງ​ອາ​ເມລິກາ​ດ້ານ​ສິດທິ​ພິ​ເສດ (Deputy Assistant U.S. Trade Representative for GSP and Chair of the GSP Subcommittee of the Trade Policy Staff Committee) ພ້ອມ​ດ້ວຍ​ຄະນະ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ລະຫວ່າງ​ວັນ​ທີ 2-6 ພຶດສະພາ 2014 ​ໂດຍ​ການ​ນໍາພາ​ຂອງ​ທ່ານ Daniel A.Clune ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມລິກາ​ປະ​ຈໍາ​ລາວ.

ຈຸດປະສົງ​ຂອງ​ການ​ມາ​ຢ້ຽມຢາມ​ຄັ້ງນີ້​ແມ່ນ ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ລາວ ກໍ່ຄື ກະຊວງ​ອຸດສາຫະກຳ ​ແລະ ກາ​ນຄ້າ (MOIC) ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ​ໃຫ້​ແກ່​ຄະນະ​ຜູ້​ແທນ ອາ​ເມລິກາ ​ໃນ​ການ​ສຶກສາ​ນະ​ໂຍບາຍ​ດ້ານ​ແຮງ​ງານ IPR ​ແລະ ສິດທິ​ແຮງ​ງານ​ຂອງ ສປປ ລາວ ພາຍຫຼັງກອງ​ປະຊຸມ​ພິຈາລະນາ​ເປີດກວ້າງ ຫຼື Public Hearing ກ່ຽວກັບ​ການ​ຂໍ​ສິດທິ​ພິ​ເສດ​ຈາກ​ອາ​ເມ​ລິ​ກາ​ຂອງ​ລາວ ​ໃນ​ວັນ​ທີ 4 ມິຖຸນາ 2013 ທີ່ ວໍ​ຊິງ​ຕັນ, ສະຫະລັດ​ອາ​ເມ​ລິ​ກາ . ອັນ​ນີ້ກໍ່​ສືບ​ເນື່ອງ​ຈາກ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກຂອງ ສ.ປ.ປລາວ ​ໃນ​ເດືອນ ກຸມພາ 2013 ຈາກ​ນັ້ນ​, ໄດ້​ເຮັດໜັງສື​ສະ​ເໜີ​ເຖິງ​ຫ້ອງການ​ຜູ້ຕາງໜ້າຝ່າຍການ​ຄ້າ​ຂອງ​ອາ​ເມ​ລິ​ກາ ​ເພື່ອ​ຂໍ​ສິດທິ​ພິ​ເສດ​ໃນ​ເດືອນພຶດສະພາ 2013.

ສອງ​ຝ່າຍໄດ້​ປຶກສາ​ຫາລື​ກ່ຽວກັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຄືບໜ້າ​ໃນ​ການ​ຂໍ​ສິດທິ​ພິ​ເສດ​ຈາກ​ອາ​ເມ​ລິ​ກາ​ຂອງ ສປປ ລາວ ​ແລະ ຜົນ​ການ​ເດີນທາງ​ມາ​ເຮັດ​ວຽກຢູ່​ລາວ. ສອງ​ຟ່າຍ​ເຫັນ​ດີ​ໃຫ້​ສືບ​ຕໍ່​ແລກປ່ຽນຂໍ້​ມູນ​ຂ່າວສານ​ນໍາ​ກັນ​ກ່ຽວກັບ​ບັນຫາ GSP ​ແລະ ບັນຫາ​ການ​ປັບປຸງ​ມາດຕະຖານ​ແຮງ​ງານ​ຢູ່ ສປປ ລາວ.

ນອກ​ນັ້ນ, ຄະນະ​ຜູ້​ແທນ​ດັ່ງກ່າ​ວຍັງ​ໄດ້​ເຂົ້າພົບ​ປະ​ເຮັດ​ວຽກກັບ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລາວ-ສະພາ​ແຫ່ງ​ຊາດ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ສູນ​ກາງ​ສະຫະພັນ​ກໍາມະບານ​ລາວ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ຢ້ຽມຢາມ​ໂຮງງານ​ອຸດສາຫະກໍາ​ຕັດຫຍິບ.