ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ທຸກຝາຍປັບປຸງສະພາບແວດລ້ອມທາງດ້ານທຸລະກິດໃຫ້ດີຂຶ້ນ
By Bounam chittanavong On 23 Apr, 2014 At 03:49 PM | Categorized As ຂ່າວສຳຄັນ | With 0 Comments

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປັນປະທານ ແລະ ໂອ້ລົມ ຕໍ່ກອງປະຊຸມພົບປະ ລະຫວ່າງ ນາຍົກລັດຖະມົນຕີ ກັບສະພາການຄ້າ ແລະ ອຸດສາຫະກຳ ປະຈຳປີ 2014 ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ເມສາ 2014 ຢູ່ຫໍປະແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ, ເຈົ້າຄອງນະຄອນຫລວງວຽງຈັນ,  ບັນດາເຈົ້າແຂວງໃນທົ່ວປະເທດ, ມີປະທານສະພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາຜູ້ປະກອບການທຸລະກິດ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ທອງສິງ ທຳມະວົງ ໄດ້ຕີລາຄາບັນດາຂໍ້ສະເໜີຂອງພາກທຸລະກິດ ຕໍ່ລັດຖະບານ ຊຶ່ງພາກທຸລະກິດ ຮຽກຮ້ອງໃຫ້ລັດມີຄວາມຊັດ ເຈນທາງດ້ານນະໂຍບາຍ ໂດຍສະເພາະແມ່ນນະໂຍບາຍນຳເຂົ້າ ແລະ ສົ່ງອອກ ກ່ຽວກັບທຸລະກິດ ຄື: ນະໂຍບາຍກ່ຽວກັບວັດຖຸດິບ, ການສະ ໜອງແຫລ່ງທຶນ, ການຕະຫລາດ, ພະລັງງານ, ພາສີອາກອນ, ຄູ່ຮ່ວມການ ຄ້າທີ່ໝັ້ນຄົງ, ຕະຫລາດແຮງງານ ແລະ ອື່ນໆ; ໃຫ້ຂະແໜງການ ລັດແຕ່ສູນກາງຮອດທ້ອງຖິ່ນ ເອື້ອອຳນວຍຄວາມສະດວກໃນ ການເຄື່ອນໄຫວທຸລະກິດທີ່ວ່ອງໄວ ແລະ ໂປ່ງໄສ. ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ບັນດາບໍລິສັດ ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນຫາຕ່າງໆ ເປັນຕົ້ນ ການປັບປຸງໂຄງສ້າງດ້ານວິສາຫະກິດ ຍັງບໍ່ທັນເຂົ້າສູ່ລະບົບ ຂອງໂຄງສ້າງ ວິສາຫະກິດໃນກົນໄກຕະຫລາດ ແລະ ຕາມກົດໝາຍທີ່ໄດ້ກຳນົດໄວ້. ກອງປະຊຸມໄດ້ເປັນເອກະພາບ ຖືໂອກາດນີ້ເປັນໂອກາດທີ່ ສຳຄັນໃຫ້ລັດຖະບານ ແລະ ບັນດາຫົວໜ້າອົງການປົກຄອງທ້ອງຖິ່ນ ແລະ ຜູ້ປະກອບການຕົວຈິງ ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ຄວາມ ຮຽກຮ້ອງຕ້ອງການທີ່ຈຳເປັນ ຂອງບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ ຊຶ່ງສາມາດສັງ ລວມບັນຫາໃຈກາງກ່ຽວກັບຄວາມຮຽກຮ້ອງ ຕ້ອງການຂອງພາກສ່ວນທຸລະກິດ ເປັນຕົ້ນ ບັນຫາການອະນຸມັດ, ການຕອບສະໜອງຂໍ້ມູນ ລວມທັງການແກ້ໄຂຂັ້ນຕອນເອກະສານ, ລະບຽບການ ທີ່ເຫັນວ່າເບື້ອງລັດຍັງມີຫລາຍຂັ້ນຕອນ, ຫລາຍປະຕູທີ່ເຫັນວ່າ ເປັນອຸປະສັກ ຕໍ່ຄວາມວ່ອງໄວຂອງການຜະລິດ. ພາກທຸລະກິດ ຍັງທວງໃຫ້ພາກລັດ ແລະ ຂະແໜງການຕ່າງໆ ລວມທັງເຈົ້າ ໜ້າທີ່ໆມີຄວາມຮັບຜິດຊອບ ໃຫ້ຄວາມສະເໝີພາບເທົ່າທຽມກັນ ລະຫວ່າງ ສະມາຄົມ ໂດຍບໍ່ໄດ້ຄຳນຶງ ເຖິງຜົນປະໂຫຍດ, ຈຸ້ມເຈື້ອ, ຫາກມີການແຂ່ງຂັນຕາມກົດໝາຍທີ່ປະກາດໃຊ້ ບໍ່ມີການລຳອຽງຂອງພະນັກງານທຸກຕຳແໜ່ງໃນພາກຕົວຈິງ. ໃນປັດຈຸບັນ ແລະ ສະເພາະໜ້ານີ້ ພາກທຸລະກິດຍັງເລັ່ງທວງ ໃຫ້ລັດຖະບານຊຳລະໜີ້ຈາກການກໍ່ສ້າງ ແລະ ຮັບເໝົາໂຄງການຕ່າງໆ ເຊິ່ງເປັນບັນຫາ ທີ່ເຄັ່ງ ຮ້ອນກວ່າໝູ່ໃນປັດຈຸບັນ ແລະ ພົວພັນເຖິງສະພາບຄ່ອງ ຂອງວິສາຫະກິດຕ່າງໆ ຫລາຍບໍລິສັດບໍ່ສາ ມາດຈ່າຍຄ່າພາສີອາກອນໃຫ້ລັດຄືນ, ນອກນັ້ນ ພາກທຸລະກິດຍັງໄດ້ສະເໜີໃຫ້ລັດຖະບານ ມີບູລິມະສິດໃຫ້ນັກທຸລະກິດລາວ ສ່ວນໃດສ່ວນໜຶ່ງ ເທົ່າທຽມກັບນັກທຸລະກິດຕ່າງປະເທດ ໃນການຊື້ສິນ ຄ້າປະເທດດຽວກັນ ຈາກຜະລິດຕະພັນທີ່ນຳເຂົ້າ, ການນຳໃຊ້ແຮງງານຕ່າງປະເທດ ແລະ ບັນຫາອື່ນໆ, ພາກທຸລະກິດ ຍັງໄດ້ເຂົ້າໃຈແນວທາງ ນະໂຍບາຍ ເວົ້າລວມ,  ເວົ້າສະເພາະ ຂະແໜງການຕ່າງໆທີ່ໄດ້ປະຕິບັດໜ້າທີ່ພັນທະຂອງຕົນ ໃນການເອື້ອອຳນວຍຄວາມສະດວກໃຫ້ພາກທຸລະກິດ ເຄື່ອນໄຫວທຸລະກິດຂອງຕົນ ທີ່ຍັງບໍ່ທັນພ້ອມຫລາຍຢ່າງຕາມກົດໝາຍວິສາຫະກິດ, ຫລາຍຫົວໜ່ວຍວິສາຫະກິດຍັງບໍ່ທັນຊັດເຈນ, ບໍ່ຖືບັນຊີຄົບຖ້ວນ, ບໍ່ມີລະບອບການປະກັນໄພສັງຄົມເຫລົ່ານັ້ນ ເປັນຕົ້ນ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນເຂົ້າເລິກເຖິງບັນຫາ ແລະ ແກ້ໄຂບັນຫາໃຫ້ຕົກເປັນກ້າວໆເຮັດໃຫ້ ການດຳເນີນທຸລະກິດໃນປະເທດເຮົາມີການພັດທະນາ ແລະ ເຮັດໃຫ້ການຜະລິດແຂງແຮງກວ່າເກົ່າ. ພ້ອມທັງສະເໜີໃຫ້ພາກລັດ ແລະ ພາກທຸລະກິດ ພ້ອມກັນປະຕິບັດ 6 ມາດຕະການຂອງລັດຖະບານ ໃນການຜ່ານຜ່າ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເພື່ອຊຸກຍູ້ຈັງຫວະ ການເຕີບໂຕຢ່າງ ຕໍ່ເນື່ອງຕາມທິດຍືນຍົງ ຊຶ່ງຕ້ອງແກ້ໄຂຄວາມຫຍຸ້ງຍາກເສດຖະກິດມະຫາພາກ, ຫົວໜ່ວຍຂາດດຸນງົບປະມານໃຫ້ມີຄວາມຄືບໜ້າ ແລະ ສອດຄ່ອງ ເປັນປົກກະຕິ ດ້ວຍມາດຕະການປະຕິບັດວິໄນການເງິນຢ່າງເຄັ່ງຄັດ; ເພີ່ມທະວີການລະດົມທຶນ ແລະ ປະຕິບັດວິໄນແຜນການຢ່າງເຄັ່ງຄັດ ອັນໃດບໍ່ຢູ່ ໃນແຜນການ, ບໍ່ໄດ້ຮັບອະນຸມັດ ແມ່ນບໍ່ໄດ້ຈ່າຍເງິນ; ແກ້ໄຂສະພາບຝືດຂອງການຈໍລະຈອນເງິນຕາ ແລະ ການຊຳລະສະສາງ ຂອງລະບົບທະນາ ຄານ; ປະຕິບັດນະໂຍບາຍສົ່ງເສີມການຜະລິດສິນຄ້າ ແລະ ຄວບຄຸມລາຄາທີ່ຈຳເປັນໃຫ້ໄດ້;  ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການ ຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ເພີ່ມທະວີການສຶກສາອົບຮົມການເມືອງ, ບຸກທະລຸທາງດ້ານຈິນຕະນາການ ຂອງ ພະນັກ ງານ-ລັດຖະກອນ, ນັກທຸລະກິດ ແລະ ປະຊາຊົນ ໃນເງື່ອນໄຂ ເສດຖະກິດຕະຫລາດ ແລະ ເຊື່ອມໂຍງສາກົນ. (kpl)